ໄຟໄໝ້ ຕລາດທາດຫຼວງ
2010.04.23
ເກີດເຫດໄຟໄໝ້ ຕລາດທາດຫລວງ ເມືອງ ໄຊທານີ ນະຄອນຫລວງ ວຽງຈັນ ເມື່ອອາທິດກ່ອນນີ້ ສ້າງຄວາມເສັຍຫາຍ ຢ່າງໃຫຍ່ຫລວງໃຫ້ ແກ່ພໍ່ຄ້າຊາວຂາຍ ຊຶ່ງມີ ຮ້ານຄ້າຫລາຍກວ່າ 100 ຫ້ອງທີ່ມີອາຍຸ ເກົ່າແກ່ ຫລາຍສິບປີ ໄດ້ກາຍເປັນເຖົ່າຖ່ານ ພາຍໃນບໍ່ທໍ່ໃດ ຊົ່ວໂມງ.
ເຖິງປັດຈຸບັນນີ້ ຍັງບໍ່ຮູ້ເປັນທີ່ ແຈ່ມແຈ້ງ ວ່າສາເຫດເກີດຂື້ນ ນັ້ນມາຈາກຫຍັງ. ຫລາຍຄົນກໍມີ ຄວາມສັບສົນວ່າ ເປັນຍ້ອນ ອຸບັດຕິເຫດ ຫລືຢ່າງອື່ນ ເພາະທີ່ຜ່ານມາ ມັກອ້າງວ່າ ເປັນຍ້ອນໄຟຟ້າ ລັດວົງຈອນ. ສ່ວນເຈົ້າໜ້າທີ່ ກໍຍັງບໍ່ສາມາດ ສລຸບໄດ້ວ່າ ພັຍພິບັດຄັ້ງນີ້ ເກີດມາຈາກ ສາເຫດອັນໃດ. ໃນຂະນະນີ້ ເຈົ້າໜ້າທີ່ພຽງ ແຕ່ ຮັບແຈ້ງລາຍງານ ຈາກພໍ່ຄ້າຊາວຂາຍ ແລະເຈົ້າຂອງຮ້ານ ທີ່ໄດ້ຮັບຄວາມ ເສັຍຫາຍ ພາຍໃນຕລາດ.
ຂໍ້ສົງໄສຂອງ ຜູ້ທີ່ໄດ້ຮັບຜົນ ກະທົບມີຢູ່ວ່າ ເປັນຫຍັງເຫດໄຟໄໝ້ ຈຶ່ງມາເກີດຂື້ນກ່ອນ ທີ່ທາງການ ຈະມີຄຳສັ່ງໃຫ້ ພໍ່ຄ້າຊາວຂາຍ ໂຍກຍ້າຍອອກຈາກ ສະຖານທີ່ ກ່ອນຈະມີການ ກໍ່ສ້າງໂຄງການ ໃໝ່ແທນ. ສັງເກດໄດ້ອີກວ່າ ບ້ານເຮືອນທີ່ຢູ່ ອາສັຍຂອງ ປະຊາຊົນ ຫລາຍບ່ອນ ໄດ້ເກີດອັກຄີພັຍ ຢ່າງຮ້າຍແຮງຫລາຍໆ ແຫ່ງ ພາຍຫລັງທີ່ໄດ້ ມີຄຳສັ່ງໃຫ້ ປະຊາຊົນຍ້າຍ ອອກໄປເພື່ອ ຈະໄດ້ນຳໃຊ້ ພື້ນທີ່ສຳລັບ ໂຄງການ ກໍ່ສ້າງໃໝ່.
ສຳລັບຄອບຄົວ ໃດທີ່ຕັດສີນໃຈ ຍ້າຍອອກໄປຕາມ ກຳນົດກໍລອດພົ້ນ ຈາກຄວາມເສັຍຫາຍ ຢ່າງຫວຸດວິດ. ລາຍງານຂ່າວ ທ້ອງຖິ່ນກ່າວອີກວ່າ ກ່ອນໜ້ານີ້ ໄດ້ມີແຈ້ງ ການໃຫ້ ພໍ່ຄ້າຊາວຂາຍ ໂຍກຍ້າຍອອກຈາກ ຕລາດທາດຫລວງ ໃຫ້ໝົດພາຍໃນ ເດືອນເມສານີ້ ເພາະໄດ້ມີໂຄງການ ກໍ່ສ້າງ ສູນການຄ້າທີ່ ທັນສໄມຂື້ນ ໂດຍມີ ງົບປະມານ 17 ລ້ານໂດລາ ສະຫະຣັຖ ຊຶ່ງຄາດວ່າຈະເລີ້ມ ກໍ່ສ້າງພາຍໃນ ທ້າຍເດືອນ ເມສານີ້.