ພັກປະຊາທິປັຕ ຣັຖບານໄທຈັດປະຊຸມ
2010.05.05
ພັກປະຊາທິປັຕ ຊຶ່ງເປັນພັກກາຣເມືອງ ທີ່ປະກອບ ຣັຖບາລ ປັຈຈຸບັນ ຈະເປີດກອງປະຊຸມ ຂຶ້ນໃນ ກໍຣະນີພິເສດ ທີ່ອາຈມີກາຣ ພິຈາຣະນາ ກ່ຽວກັບ ຍຸບສະພາ ຊຶ່ງເປັນຂໍ້ຂອງ ກາຣຮຽກຮ້ອງຫລັກ ທີ່ທາງກຸ່ມຜູ້ ຊຸມນຸມເສື້ອແດງ ໄດ້ສເນີແຕ່ຄາວ ເຣີ່ມດຳເນີນກາຣ ປະທ້ວງຣັຖບາລ ແຕ່ກາງເດືອນມີນາ ຜ່ານມາຈົນເທົ່າ ປັຈຈຸບັນ ນີ້ນັ້ນ.
ທ່ານບູຣະນາຈ ສມຸທທະຣັກ ໂຄສົກຂອງ ພັກປະຊາທິປັຕ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ ພາຍຫລັງທີ່ ທ່ານອະພິສິທ ເວຊຊາຊີວະ ນາຍົກຣັຖມົນຕຣີ ໄດ້ອອກແຖລງ ກາຣ ໂດຽຜ່ານທາງ ໂທຣະທັສ ໃນມື້ວັນຈັນ ຜ່ານມາ ທີ່ໄດ້ສເນີໃຫ້ ມີກາຣເລືອກຕັ້ງໃໝ່ ໃນກາງເດືອນ ພຶສຈິກາ ທີ່ຈະມາເຖິງນີ້ ຖ້າຫາກວ່າ ທາງກຸ່ມຜູ້ຊຸມນຸມ ເສື້ອແດງ ໃຫ້ຄວາມຮ່ວມມື ແລະຍຸຕິກາຣໂຮມ ຊຸມນຸມປະທ້ວງ ແລ້ວປະຕິບັຕ ຕາມແຜນພັທນາ ເພື່ອຄວາມປອງດອງຊາຕ ຮ່ວມກັນ ໃນຂັ້ນຕໍ່ໄປ.
ຢ່າງໃດກໍຕາມ ຈາກເຫຕກາຣໆ ປະທ້ວງຂອງ ກຸ່ມເສື້ອແດງ ແຕ່ມື້ວັນທີ່ 12 ມີນາ ເປັນຕົ້ນມານັ້ນ ມີກາຣປະທະກັນ ກັບເຈົ້າໜ້າທີ່ ຮັກສາຄວາມສງົບ ຫລາຍຄັ້ງຈົນ ເປັນເຫຕໃຫ້ມີ ຜູ້ເສັຽ ຊີວີຕບໍ່ຕໍ່າກວ່າ 27 ຄົນແລະໄດ້ຮັບ ບາດເຈັບເກືອບຮອດ ໜຶ່ງພັນຄົນ ແຕ່ໃນ ຂະນະດຽວກັນ ທາງກຸ່ມປະທ້ວງ ກໍວ່າອາຈຈະດຳເນີນ ກາຣປະທ້ວງ ຕໍ່ໄປ ຈົນກວ່າທາງຝ່າຍ ຣັຖບາລຈະ ປະກາສໃຫ້ມີ ກາຣຍຸບສະພາ ເສັຽກ່ອນ.