ທິວທັດເມືອງລາວ ຕ້ອງຕາຜູ້ສ້າງພາພຍົນ

ໄມຕຣີຈິດ ແລະທິວທັດ ທີ່ງົດງາມ ໃນລາວ ດຶງດູດໃຫ້ ຜູ້ກໍາກັບ ການຖ່າຍ ພາພຍົນ ກັບຄືນມາສ້າງ ພາພຍົນ ເຣື້ອງ ສບາຍດີ 2 ໃນລາວ.
ໂພໄຊສວັດ
2010.08.31
F-Khamly ຄໍາໃບພິລາວົງ(ກາງ) ດາຣານໍາໃນພາພຍົນ ເຣື້ອງ ສະບາຍດີ 2 ບໍ່ມີຄໍາຕອບຈາກປາກເຊ ດາຣານໍາໄທຝ່າຍຊາຍ(ຂວາ) ເຣ ແມັກດາໂນ
Photos by Bounchanh/RFA

ທ່ານສັກຊາຍ ດີນານ ຜູ້ກຳກັບ ການຖ່າຍພາພຍົນ ເຣື້ອງ ສບາຍດີ 2 ບໍ່ມີຄຳຕອບ ຈາກປາກເຊ ບອກວ່າ ປະເທດລາວ ມີຄວາມເໝາະສົມ ຫລາຍດ້ານ ເພື່ອເປັນ ສະຖານທີ່ ຖ່າຍພາພຍົນ. ດັ່ງທ່ານໄດ້ ເວົ້າວ່າ:

"ຄືຄົນຢູ່ລາວ ພວກຂະເຈົ້າ ເປັນມິດກັບ ກອງຖ່າຍ ເວລາເຮົາຂໍ ອະນຸຍາດ ຖ່າຍພາພຍົນ ຂະເຈົ້າກໍ ອະນຸຍາດ ຮູ້ສຶກວ່າ ລາວ ເປັນສະຖານທີ່ ເໝາະສຳລັບ ການຖ່າຍໜັງ ເປັນຢ່າງຍິ່ງ. ການລົງທຶນກໍຕໍ່າ ແລະກໍມີ ຄວາມສະບາຍໃຈ ກໍເລີຍກັບໄປ ຖ່າຍໜັງ ຢູ່ລາວເລື້ອຍໆ".

ໃນມື້ວັນທີ 30 ສິງຫາ 2010 ທີ່ໂຮງ ພາພຍົນ SFX Cinema ຫ້າງຊັພສິນຄ້າ ເຊັນທັ້ນ ບາງກອກ ປະເທດໄທ ໄດ້ມີພິທີຈັດ ສາຍພາພຍົນ ເຣື້ອງ ສບາຍດີ 2 ບໍ່ມີ ຄຳຕອບຈາກ ປາກເຊ ໂດຍມີ ສື່ມວນຊົນ ທັງລາວແລະໄທ ພ້ອມກັບ ປະຊາຊົນ ທົ່ວໄປເຂົ້າຮ່ວມ ຈຳນວນ ຫລວງຫລາຍ. ໃນພິທີ ດັ່ງກ່າວ ຜູ້ກຳກັບ ການຖ່າຍພາພຍົນ ເຣື້ອງນີ້ ພ້ອມທັງດາຣາ ພະເອກໄທ ເຣ ແມກດາໂນນ ແລະ ນາງເອກລາວ ຄຳລີ້ ພິລາວົງ ໄດ້ຮ່ວມອອກ ຖແລງຂ່າວ.

ຜູ້ກຳກັບການ ຖ່າຍພາພຍົນ ກ່າວໃນຕອນນຶ່ງວ່າ ການຖ່າຍ ພາພຍົນ ໃນລາວນັ້ນມີ ຄວາມສະດວກ ແລະ ປະຊາຊົນ ລາວ ໂດຍທົ່ວໄປ ກໍໃຫ້ຄວາມ ຮ່ວມມື ເປັນຢ່າງດີ ເຮັດໃຫ້ ພາພຍົນ ສບາຍດີ 2 ໄດ້ຮັບການ ຖ່າຍທອດ ບັນຍາກາດ ຂອງປະເທດລາວ ໄດ້ຢ່າງຈົບງາມ ພ້ອມທັງພາຍ ໃນເຣື້ອງກໍມີ ຄວາມຮັກ ຂອງໜຸ່ມສາວ ທີ່ໜ້າຕິດຕາມ ຈຶ່ງຢາກເຊີນຊວນ ປະຊາຊົນ ທັງສອງປະເທດ ໄດ້ເຂົ້າເບິ່ງ ຊຶ່ງຈະນຳ ອອກສາຍ ພ້ອມກັນໃນມື້ ວັນທີ 2 ກັນຍາ 2010 ນີ້.

ທ່ານກ່າວ ມ້ວຍທ້າຍວ່າ ທາງບໍຣິສັດ ມີໂຄງການ ຈະສືບຕໍ່ ຖ່າຍພາພຍົນ ໃນລາວອີກ ແລະວ່າ ອຸດສາຫະກັມ ພາພຍົນ ຂອງລາວ ຍັງມີໂອກາດ ທີ່ຈະພັທນາ ໄປໄດ້ອີກ ໄກ ຫາກໄດ້ຮັບການ ສນັບສນູນ ຈາກ ປະຊາຊົນ ໃນສອງປະເທດ. ວິທຍຸ ເອເຊັຍເສຣີ ມີສຳພາດ ຜູ້ກຳກັບ ແລະນັກສະແດງ ມາສເນີທ່ານ ໃນລາຍການ ສຳພາດ ປະຈຳສັປດາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.