ຊຸມນຸມ ອະດີດ ຄຣູ ແລະ ນັກສຶກສາ ດົງໂດກ

ອະດີດ ນັກສຶກສາ ແລະ ອາຈານສອນ ຈາກ ມະຫາວິທະຍາລັຍ ສ້າງຄຣູດົງໂດກ ຜແນກ ພາສາອັງກິດ ຈັດການຊຸມນຸມ ຢູ່ຊຽງໃໝ່ ປະເທດໄທ.

ຊຸມນຸມ ອະດີດ ຄຣູ ແລະ ນັກຮຽນ ດົງໂດກ ທີ່ແຂວງຊຽງໃໝ່ ປະເທດໄທ Photo by RFA

ເມື່ອຣະຫວ່າງ ວັນ​ທີ 26 ຕຸລາ ຫາ 1 ພຶດສະຈິກາ ຜ່ານ​ມາ ​ໄດ້​ມີກຸ່ມອະດີດ​ສຶກສາ ດັ່ງ​ກ່າວ ຈາກ​ທຸກ​ທົ່ວ​ມູມ​ໂລກ ​ນັດ​ພົບ ​ເພື່ອ​ພົບ​ປະ​ສັງ​ສັນ ລະ​ລຶກ​ເຖິງ​ອະດີດ ​ເມື່ອ 30 ກວ່າ​ປີກ່ອນ ທີ່​ໄດ້​ສຶກສາ ​ຮໍ່າຮຽນ ຮ່ວມ​ສະ​ຖາ​ບັນ​ຢູ່ ດົງ​ໂດກ ​ໂດຍ​ສະ​ເພາະ ຜ​ແນ​ກພາສາ​ອັງກິດ.

ຈຸດປະສົງ ​ຂອງ​ການ ນັດ​ພົບ​ ຂອງ​ພວກຂະ​ເຈົ້າ ​ກໍ​ເພື່ອຮື້​ຟື້ນ​ ຄວາມ​ສັມພັມ ​ໃນ​ອະດີດ, ​​ສ້າງ​ເຄືອ​ຄ່າ​ຍ ການ​ຕິດ​ຕໍ່ ທີ່​ຂາດ​ຫາຍ​ໄປ ​ສໍາລັບ​ບາງ​ຄົນ ​ເປັນ​ເວລາ 30 ກວ່າ ປີ ​ໃຫ້​ກັບ​ຄືນ​ມາ​ອີກ.

​ໃນການ​ຊຸມນຸມ ​ໄດ້​ມີ​ ອະດີດ​ນັກ​ສຶກສາ ​ແລະ ອາຈານ​ສອນ ຈາກ ທົ່ວ​ໂລກ​ ເຂົ້າ​ຮ່ວມ ທັງ​ໝົດ​ ເກືອບ 100 ຄົນ ​ເຊັ່ນຈາກ ລາວ,​ ໄທ, ອອສ​ເຕຣ​ເລັຍ, ນິວຊີ​ແລນ, ຝັ່ຣງ​ເສດ, ອັງກິດ, ​ເຢຣະມັນ, ສະ​ເປ​ນ, ຄາ​ນາ​ດາ, ສະຫະ​ຣັດ ​ອະ​ເມຣິກາ, ຄູ​ເວດ ​ແລະ ດູ​ບາຍ.

ກິດຈະ​ກັມ ​ກໍ​ມີ ການ​ໄປ​ທ່ຽວ​ຊົມ ສະຖານ​ທີ່ ​ຕ່າງໆ ​ໃນ​ເຂດ ຊຽງ​ໃໝ່ ການກິນ​ເຂົ້າ ຮ້ອງ​ເພງ​ ຮ່ວມ​ກັນ ການ​ກ່າວ​ສົນທະນາ ປາ​ສັຍ ຂອງຜູ້​ເຂົ້າ​ຮ່ວມ. ​ໃນ​ໂອກາດ​ນີ້ ຍານາງ ນິຍົມ ປັດສມໍ ຜູ້​ປະສານ​ງານ ​ໃນ​ການ​ເຕົ້າ​ໂຮມກັນ ຈາກ​ປະ​ເທດ ດູ​ບາຍ ​ໃນ​ຕາ​ເວັນ​ອອກ​ກາງ ​ໄດ້​​ເວົ້າ​ເຖິງ ​​ເຫດການ​ ທີ່​ດົນ​ໃຈ ​ໃນ​ການ​ຈັດການ ພົບ​ປະສັງ​ສັນກັນ​ ໃນ​ຄັ້ງ​ນີ້​ວ່າ:

“ຍ້ອນ​ມີ​ຄວາມ​ຮູ້ສຶກ ​ວ່າ ​ຜູ້​ໃດ ກໍ​ມີ​ອາຍຸ ​ເຖົ້າ​ແກ່ ຂື້ນ​ມາ​ແລ້ວ ອັນ​ນີ້​ ອາດ​ຈະ​ເປັນ​ໂອກາດ​ ສຸດ​ທ້າຍ ທີ່​ຈະ​ໄດ້​ມາ​ຮ່ວມ ມັນ​ເປັນ​ງານ ​ອັນ​ຍິ່ງ​ໃຫຍ່ ອັນ​ນຶ່ງ ​ກໍ​ວ່າ​ໄດ້ ທີ່​ຈະ​ມີ​ການ​ຕຸ້ມ​ລຸ​ມ ຄົນ​ທີ່​ມາ ​ເກືອບ​ທົ່ວ​ໂລກ ກໍ​ວ່າ​ໄດ້.”

ບັນຍາກາດ ໃນ​ການ​ພົບ​ປະ ​ໝູ່​ເພື່ອນ ​ເກົ່າ ​ເຮັດ​ໃຫ້​ພວກ​ຂະ​ເຈົ້າ ມີ​ຄວາມ​ດີ​ອົກ​ດີ​ໃຈ ທັງ​ພາກັນ​ຮ້ອງ​​ໄຫ້ ​ແລະ ຫົວ​ຊຸມ​ແຊວ ​ມ່ວນ​ຊື່ນ ​ເມື່ອ​ໄດ້​ເວົ້າ​ເຖິງ ອະດີດ ​ແລະ ​ເລົ່າຊີວິດ​ ການ​ເປັນ​ຢູ່ ທີ່​ຜ່ານ​ມາ ​ແລະ ​ໃນ​ປັດຈຸບັນ ​ສູ່​ກັນ​ຟັງ ​ແລະ ຄວາມ​ຕື່ນ​ເຕັ້ນ ​ກະຕືລື​ລົ້ນ ຍ້ອນ​ບໍ່​​ເຄີຍ ຄາດໝາຍວ່າ​ ຈະ​ໄດ້​ມາ​ພົບ​ກັນ​ອີກ ​ໃນ​ຊີວິດ​ນີ້ ຫລັງ​ຈາກ ​ທີ່​ບາງ​ຄົນ ໄດ້​ຈາກ​ກັນ​ໄປ ດົນ​ກວ່າ 30 ປີ.

​ເນື່ອງ​ຈາກ​ວ່າ ໝູ່​ເພື່ອນ​ ໄດ້​ຈາກ​ຢາຍ​ກັນ ​ໄປ​ຢູ່ ທຸກ​ທົ່ວ​ມູມ​ໂລກ ການຈັດ​ແຈງ ​ໃນ​ການ​ນັດ​ພົບ ​ແລະ ການ​ລິ​ເລີ້ມ​ຈຶ່ງ ມີ​ຄວາມ​ຍາກ​ລໍາບາກ ​ພໍ​ສົມຄວນ ດັ່ງ​ນາງ​ ໄດ້​ຊີ້​ແຈງ​ເພີ້​ມຕື່ມ ວ່າ:

“ສໍາລັບ ​ຄວາມ​ຍຸ້ງ​ຍາກ ກໍ​ມີ​ຢູ່ ວ່າ ການ​ຕິດ​ຕໍ່ ​ເພາະວ່າ ​ຜູ້​ໃດ ​ກໍ​ຢູ່​ຫ່າງ​ກັນ ​ໃຜ​ກໍ​ຢູ່ corner of the world ​ເຮົາ​ໄດ້​ຕິດ​ຕໍ່​ກັນ ​ແຕ່​ໃນ Email ສ່ວນ​ຫລາຍ​ເນາະ ຂ້ອຍ​ນັ່ງ ​ເກືອບ ທຸກ​ມຶ້ ທຸກ​ມຶ້ ທຸກ​ມຶ້”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄວາມ​ຮູ້ສຶກ​ດີ​ອົກ​ດີ​ໃຈ ທີ່​ໄດ້​ເຫັນ​ໄດ້​ພົບ​ໄດ້​ສໍາ​ພັດ ກັບ​ໝູ່​ເພື່ອນ ຄຣູ ອາຈານ ອີກ​ເທື່ອ​ນຶ່ງ ກໍ​ເຮັດ​ໃຫ້ ການ​ເສັຍ​ສະລະ​ໃນ​ຄັ້ງ​ນີ້​ມັນ​ຄຸ້ມ​ຄ່າ.

ນອກຈາກ ນີ້​ທາງ​ກຸ່ມ​ນັກຮຽນ​ນັກ​ສຶກສາ​ເລົ່າ​ນີ້ ຍັງ​ໄດ້​ຝາກ ຄວາມ​ຄິດ​ຮອດ​ຄິດ​ເຖິງ ​ໝູ່​ເພື່ອນ ທຸກໆ​ຄົນ ຈາກ​ຜ​ແນ​ກ ພາສາ​ອັງກິດ ດົງ​ໂດກ ທີ່​ບໍ່​ສາມາດ ມາ​ຮ່ວມ ວ່າ​ຄິດ​ຮອດ​ຄິດເຖິງ ທຸກໆ​ຄົນ ຢູ່​ສ​ເມີ ​ເຖິງ​ວ່າ​ຈະ​ໄດ້​ແຍກ​ກັນ​ໄປ ຢູ່​ຄົນ​ລະ ສຸດ​ຂອບ​ຟ້າ​ກໍ່ຕາມ. 

ທີ່​ຜ່ານ​ມາ ກຸ່ມ​ນັກ​ສຶກສາ​ເລົ່າ​ນີ້​ກໍ​ເຄີຍ​ໄດ້​ຈັດ ການ​ຊຸມນຸມ​ມາ​ແລ້ວ ​ແຕ່​ທຸກໆ​ຄັ້ງ​ກໍ​ມີຣົດຊາດ ຄວາມ​ຮູ້ສຶກ ​ແລະ ຄວາມ​ແຕກ​ຕ່າງ​ຂອງ​ແຕ່ລະ​ເທື່ອ ​ໃນ​ໂອກາດ​ໜ້າ​ກໍ​ກະ​ວ່າ ຈະ​ມີ​ການ ພົບ​ປະຊຸມ​ນຸມກັນ​ອີກ ​ແຕ່​ຍັງ​ບໍ່​ທັນ​ໄດ້​ມີ ກໍາໜົດ​ເທື່ອ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org