ສັງຄົມລາວ ທີ່ພັທນາ ໄວເກີນໄປ
2009.03.04
ຊາວລາວ ຈາກນະຄອນ ຫລວງວຽງຈັນ ຜູ້ໜື່ງ ໃຫ້ຂໍ້ສັງເກຕວ່າ:ກາຣພັທນາ ກ້າວໜ້າຂອງ ສປປລາວ ໃນລັກສະນະ ກາຣຂຍາຍຕົວ ທາງເສຖກິຈ ແລະທາງສັງຄົມ ແບບປະເທສ ຕາເວັນຕົກຫລື ຕາມປະເທສເພື່ອນ ບ້ານນັ້ນ ອາຈຈະສົ່ງ ຜົລກະທົບຕໍ່ກາຣ ປ່ຽນແປງທາງດ້ານ ວັທນາທັມ ທີ່ບໍ່ເໝາະສົມ ກັບສັງຄົມລາວ ທີ່ມີກາຣຍຶດ ຖືຈາຮີຕປະເພນີ ອັນດີງາມນັ້ນ ດັ່ງ ຍານາງ ແສງແກ້ວ ຄຳປັນຍາ ໄດ້ກ່າວວ່າ:
“ຄັນແມ່ນດີ ມັນກໍດີຢູ່ ແຕ່ວ່າພໍມັນ ດີແລ້ວ ບາດນີ້ ສັງຄົມມັນກໍເຈຣີນ ໄວເກີນໄປກໍບໍ່ ມັກແລະກໍ ຄັນຄວາມເຈຣີນ ເຂົ້າມາຫລາຍໆແລ້ວ ມັນກໍບໍ່ມີ ດອກຣາຍໄດ້ ເຣື່ອງ ດ້ານກາຣທ່ອງທ່ຽວ ດ້ານຫຍັງກໍສິ ຫລຸດນ້ອຍຖອຍລົງ”
ຍານາງ ໃຫ້ທັສນະ ທີ່ເປັນຫ່ວງແລະ ຢ້ານວ່າ: ຖ້າສັງຄົມລາວ ຫາກເຈຣີນ ເຕີບໂຕ ຢ່າງວ່ອງໄວເກີນໄປ ຈະເຮັດໃຫ້ສັງຄົມ ລາວ ທີ່ອາຈມີກາຣ ຫລົງລືມຮາກຖານ ວັທນາທັມເກົ່ແກ່ ຂອງຄົນຣຸ່ນພໍ່ແມ່ ເຄີຽມີແລະ ປະຕິບັຕມາ ໂດຽສະເພາະ ເຍົາວະຊົນຣຸ້ນໃໝ່ ກໍອາຈຈະນິຍົມ ຊົມຊອບ ເທຄໂນໂລຈີ ທີ່ທັນສມັຍ ແລະນິຍົມ ວັຕຖຸ ພາຍນອກ ຫລາຍກວ່າຄວາມດີ ງາມພາຍໃນ ຈີຕໃຈ ດັ່ງທີ່ ຍານາງ ໄດ້ກ່າວເພີ່ມວ່າ:
“ຢາກໃຫ້ເປັນ ເໝືອນເດີມ ຫລາຍກວ່າ …ໂອ້ຽ…ຢາກໃຫ້ປະຊາຊົນ…ຢາກໃຫ້ເດັກນ້ອຍ ທີ່ເກີດໃໝ່ໃຫຍ່ ລຸນໄດ້ເຫັນວ່າ ພໍ່ແມ່ຕໍ່ສູ້ມາ ຂນາດໃດ?”
ຍານາງ ແສງແກ້ວ ໄດ້ກ່າວເນັ້ນວ່າ: ສັງຄົມລາວໃນ ປັຈຈຸບັນ ໂດຽສະເພາະ ໃນເຂຕເມືອງໃຫຍ່ ໄດ້ຮັບອິທທິພົນ ຈາກ ປະເທສເພື່ອນບ້ານ ດັ່ງຈະ ເຫັນໄດ້ທົ່ວໄປ ໃນຕລາດເຊົ້າ ນະຄອນ ຫລວງວຽງຈັນ ທີ່ມີຊາລາວ ນິຍົມ ໄປຊື້ເຄື່ອງຂອງ ຕາມຫ້າງສັພສິນ ຄ້າຂນາດໃຫຍ່ ພ້ອມກັບມີ ຣົຖຍານຍົນ ພາຫະນະແລ່ນ ສວານໄປມາ ຕາມ ຖນົນຫົນທາງ ບໍ່ຂາດສາຍ ແມ້ແຕ່ໃນຕົວ ເມືອງມໍຣະດົກໂລກ ຫລວງພຣະບາງ ກໍມີກາຣ ປ່ຽນແປງ ຢ່າງໜ້າວິຕົກ ເຊັ່ນກັນ ໂດຽສະເພາະດ້ານ ວິຖີຊີວີຕແບບ ພື້ນເມືອງ ຂອງລາວ ກໍກຳລັງຖືກ ຄອບງຳເຊັ່ນກັນ!