ປະທ້ວງ ຢູ່ ສະຖານທູດລາວ

ລາວທີ່ນິຍົມ ປະຊາທິປະໄຕ ປະທ້ວງຢູ່ຕໍ່ໜ້າ ສະຖານທູດລາວ ທີ່ນະຄອນຫລວງ ວໍຊິ່ງຕັນ ຮຽກຮ້ອງໃຫ້ມີ ສິດເສຣີພາບ ແລະ ປະຊາທິປະໄຕ ຢູ່ໃນລາວ.
ອາວະຣີ
2009.04.20

ເມື່ອວັນເສົາ ວັນທີ່ 18 ເມສາ ນີ້ອົງການ ຮ່ວມພະລັງລາວ ຕໍ່ສູ້ເພື່ອ ປະຊາທິປະໄຕ ພ້ອມດ້ວຍອົງການ ຂເມນ ວຽດນາມ ແລະ ຈີນເສຣີ ໄດ້ໂຮມຊຸມນຸມ ປະທ້ວງຢູ່ຕໍ່ ໜ້າສະຖານທູດ ສປປລາວ ທີ່ນະຄອນຫລວງ ວໍຊິງຕັນ ສະຫະຣັຖ ອະເມຣິກາ. ທ່ານ ບຸນທັນ ຣັດທິຍາ ປະທານອົງການ ຮ່ວມພະລັງລາວ ຕໍ່ສູ້ເພື່ອ ປະຊາທິປະໄຕ ໄດ້ປະກາດ ຈຸດປະສົງ ໃນການປະທ້ວງ ເພິ້ມຕື່ມວ່າ:

ພວກເຮົາມາ ປະທ້ວງມື້ນີ້ ເພື່ອທວງເອົາ ສິດໃຫ້ ປະຊາຊົນລາວ ຜູ້ທີ່ບໍ່ໄດ້ ຮັບສິດເສຣີພາບ ປະຊາທິປະໄຕ ຖືກກົດຂີ່ ຂູດຮີດ ຣັຖບານ ຜະເດັດການ ສໍ້ຣາສບັງຫລວງ ສໍ້ໂກງການຊ່ວຍ ເຫລືອຕ່າງປະເທດ ເຂັນຂ້າ ປະຊາຊົນລາວ ເປັນຂ້າທາດ ຂອງວຽດນາມ ເອົາວຽດນາມ ເຂົ້າມາໂດຍ ໃຊ້ສັນຍາປີ 1977 ເປັນເຄື່ອງມື ອັນນີ້ແຫລະ ພວກເຮົາ ປະທ້ວງມື້ນີ້ ເພື່ອໃຫ້ຣັຖບານ ຜະເດັດການ ປ່ຽນແປງ ຣະບອບ ຜະເດັດການ ມາເປັນ ປະຊາທິປະໄຕ.

ນອກຈາກນັ້ນ ພວກປະທ້ວງ ຍັງຮຽກຮ້ອງໃຫ້ ມີສິດເສຣີພາບ ໃນການນັບຖື ສາສນາ ສິດເສຣີພາບ ໃນການໂຮມ ຊຸມນຸມ ປາກເວົ້າ ແລະຂີດຂຽນ ແລະໃຫ້ປ່ອຍຕົວ ນັກໂທດການ ເມືອງຢູ່ລາວ. ຊາວລາວທີ່ ປະທ້ວງເທື່ອນີ້ ຍັງໄດ້ຂຽນປ້າຍ ຄຳຂວັນຫລື ຄຳຮຽກຮ້ອງ ຕື່ມວ່າໃຫ້ ວຽດນາມຖອນຕົວ ອອກຈາກລາວ ໃຫ້ລາວມີ ເອກ ກະຣາຊ ແລະ ປະຊາທິປະໄຕ ຢ່າງແທ້ຈິງ.

ນອກຈາກນັ້ນ ພວກປະທ້ວງ ຍັງແຈກຢາຍ ຖແລງການທີ່ ຂຽນວ່າຣະບອບ ການປົກຄອງ ໃນລາວປັດຈຸບັນ ເປັນຣະບອບ ຜະເດັດການ ສັງຄົມນິຍົມ ກຳຈັດຮັດແຄບ ສິດເສຣີພາບ ຂອງປະຊາຊົນ; ໃນດ້ານ ການສຶກສາ ກໍບໍ່ຂຍາຍຕົວ ເຍົາວະຊົນ ລາວເຖິງ 40 ສ່ວນຮ້ອຍ ຮຽນຈົບຊັ້ນ ປະຖົມແລ້ວ ບໍ່ໄດ້ຮຽນຕໍ່ ຊັ້ນມັທຍົມ; ໃນດ້ານ ສາທາຣະນະສຸກ ກໍຕົກຢູ່ໃນ ສະພາບທຳນອງ ທີ່ວ່າ ຄົນມີບໍ່ໄດ້ ເຂົ້າຄຸກ ຄົນທຸກບໍ່ໄດ້ ເຂົ້າໂຮງໝໍ. ພວກທີ່ເຂົ້າ ຮ່ວມປະທ້ວງ ໃນມື້ນີ້ມາ ຈາກຫລາຍຣັດໃນ ສະຫະຣັຖ ເຊັ່ນຈາກຣັຖ ນິວຢອກ ມີນີໂຊຕາ ແລະ North Carolina ລວມທັງໝົດ ປະມານ 30 ຄົນ.
  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.