ຕໍາຣວດ ທໍາລາຍໂບດ

ເຈົ້າໜ້າທີ່ຕໍາຣວດ ແຂວງບໍຣິຄໍາໄຊ ຂອງລາວ ໄດ້ເຂົ້າໄປ ທໍາລາຍໂບດ ເຂດບ້ານ ໂນນສົມບູນ ຂະນະທີ່ ຊາວລາວ ຄຣິສຈຽນ ໄປປະຊຸມ ເມື່ອວັນທີ 19 ມິນາ ຜ່ານມາຕາມ ຄໍາຮຽກຮ້ອງ ຂອງເຈົ້າໜ້າທີ່ ຂັ້ນເມືອງ ຕາມຣາຍ ງານຂ່າວ ຈາກນະຄອນ Wellington ປະເທດ Newzealand ເມື່ອວັນທີ 30 ມິນາ ຜ່ານມານີ້.
ມະນີຈັນ
2009.03.31
F-Church-orphan ໂບຕແຫ່ງນຶ່ງໃນ ສປປລາວ ແລະເປັນບ່ອນລ້ຽງເດັກກໍ່າພ້າ
Photo: AFP

ຂ່າວ Compass Direct News ຣາຍງານວ່າ  ເຈົ້າໜ້າທີ່ ຮັບຜິດຊອບ ເລື່ອງສາສນາ ແຂວງ ບໍຣິຄໍາໄຊ ທີ່ໃຫ້ຊື່ວ່າ ບູນເຫລີມ ກ່າວອ້າງວ່າ ຕໍາຣວດໄດ້ເຂົ້າ ທໍາລາຍ ໂບດແຫ່ງນັ້ນ ຍ້ອນວ່າຖືກສ້າງ ຂຶ້ນໂດຍບໍ່ໄດ້ ຮັບອະນຸຍາດ ຈາກທາງການ.

ສະພາບເຄັ່ງຕຶງ ຣະຫວ່າງ ຊາວລາວຄຣິສຈຽນ ແລະທາງການ ທ້ອງຖີ່ນແຮງຂຶ້ນ ເມື່ອປີກາຍເມື່ອ ເຈົ້າໜ້າທີ່ທ້ອງຖີ່ນ ໄດ້ສັ່ງໃຫ້ ຊາວຄິສຈຽນ ຢ່າງໜ້ອຍ 40 ຄອບ ຄົວ ໃນເຂດບ້ານ ບ້ານໃໝ່ ຍ້າຍໄປຢູ່ ເຂດບ້ານ ໂນນສົມບູນ ຍ້ອນເຫດຜົນ ເລື່ອງການປົກຄອງ ຕາມຣາຍງານຂອງ ກຸ່ມຕິດຕາມ ບັນຫາ ສິດທິມະນຸດ Human Rights Watch ສໍາລັບອົງການ ເພື່ອເສຣີພາບ ທາງສາສນາ ໃນລາວ.

ກ່ອນໜ້ານັ້ນ ທາງການແຂວງ ບໍລິຄໍາໄຊ ກໍໄດ້ໃຫ້ຊາວ ຄຣິສຈຽນລາວ ອອກຈາກອີກ ຫລາຍໝູ່ບ້ານ ໄປຢູ່ບ້ານ ບ້ານໃໝ່ ຊຶ່ງການຈ່າຍຄ່າ ຍົກຍ້າຍນັ້ນ ອົງການເພື່ອ ເສຣີພາບ ທາງສາສນາ ໃນລາວຄາດວ່າ ຈະແມ່ນຄອບຄົວ ທີ່ຖືກໃຫ້ ຍົກຍ້າຍນັ້ນຮັບ ຜິດຊອບເອົາເອງ ຊຶ່ງກໍມີຮວມ ທັງຄ່າປຸກບ້ານ ແລະສ້າງຊີວິດ ໃໝ່ຂອງພວກຕົນ ນໍາອີກ.
ໃນເບື້ອງຕົ້ນ ຊາວບ້ານດັ່ງກ່າວ ກໍປະຕິເສດ ທີ່ຈະຍົກຍ້າຍ ເທື່ອທີສອງ ຊຶ່ງທົ່ວໄປແລ້ວ ກໍແມ່ນຍ້ອນ ເຈົ້າໜ້າທີ່ ທາງການເພິ່ນ ບໍ່ອະນຸຍາດ ໃຫ້ຍ້າຍໂບດ ຂອງພວກ ຕົນ ທີ່ມີຢູ່ນັ້ນ ຫລືສ້າງແຫ່ງໃໝ່ ຂຶ້ນໃນເຂດບ້ານ ໂນນສົມບູນ. ແຕ່ໃນທີ່ສຸດ ກໍຖືກບັງຄັບ ໃຫ້ຍ້າຍ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.