ເຮືອບັນທຸກ ສິນຄ້າ ຂອງຈີນ ຖືກດັກຍິງ ລະຫວ່າງ ມົນທົນ ຍູນານ

ມີການດັກຍິງເຮືອ ບັນທຸກສິນຄ້າ ຂອງຈີນ ທັງຂື້ນ ທັງລ່ອງ ລະຫວ່າງມົນທົນ ຍູນານ ປະເທດຈີນ ຫາເຂດເມືອງ ຊຽງແສນ ແຂວງຊຽງຮາຍ ປະເທດໄທ
ຈຳປາທອງ
2009.02.25

ທີ່ຜ່ານມາການເດີນເຮືອ ບັນທຸກສິນຄ້າຕ່າໆ ຈາກມົນທົນ ຍູນານ ສິບສອງພັນນາ ປະເທດຈີນ ລົງມາ ສາມຫລ່ຽມຄຳ ເຂດເມືອງ ຊຽງແສນ ແຂວງຊຽງຮາຍ ປະເທດໄທ ມີຄວາມສະດວກ ແລະຄວາມປອດໄພ ຕາມລຳແມ່ນ້ຳຂອງ ບໍ່ຄ່ອຍຈະມີບັນຫາ ແຕ່ມາໃນຫລາຍໆ ເດືອນຜ່ານມານີ້ ມີບັນຫາເພາະ ມີກຸ່ມຄົນຕ່າງໆ ໃນປະເທດພະມ້າ ໄດ້ເກາະກຸ່ມກັນ ໄຊ້ອາວຸດສົງຄາມ ດັກຊູ້ມຢູ່ຕາມແຄມ ແມ່ນ້ຳຂອງຕັ້ງ ແຕ່ເຂດນຳລິນ ຂອງພະມ້າຂື້ນ ໄປເກືອບຈະຮອດ ເຂດຊາຍແດນຈີນ ໄດ້ດັກຍິງເຮືອ ບັນທຸກສິນຄ້າ ຂອງຈີນ ທັງຂື້ນທັງລ່ອງ ແລະປຸ້ນຈີ້ເອົາ ຊັບສິນແລະສິ່ງຂອງ ບາງຄັ້ງກໍມີຜູ້ ໄດ້ຮັບບາດເຈັບ ແລະເສັຍຊີວິດ ຕາມການລາຍງານ     ຂ່າວຈາກທ້ອງຖິ່ນ.

ເຖິງແມ່ນວ່າທາງ ເຮືອບັນທຸກສິນຄ້າ ຂອງຈີນ ຈະມີອາວຸດ ສົງຄາມຍິງຕໍ່ ສູ້ຄືນ ແຕ່ພວກປູ້ນ ກໍບໍ່ມີຄວາມຢ້ານກົວ ເຮັດໃຫ້ ພວກພໍ່ຄ້າຈີນ ບໍ່ກ້າແລ່ນເຮືອ ຂື້ນລ່ອງ ຈົນວ່າທາງການຈີນ ໄດ້ໄປເຈລະຈາ ກັບທາງການພະມ້າ ເພື່ອຂໍໃຫ້ທາງ ການພະມ້າປາບປາມ ແລະກວດລ້າງພວກ ປູ້ນເຫລົ່ານັ້ນໃຫ້ ໃວທີ່ສຸດ ເພາະທຸກມື້ນີ້ ບໍ່ມີທັງເຮືອໃຫ່ຍ ຫລືເຮືອໄວຂື້ນ-ລ່ອງ ລະຫວ່າງນຳລິນ ຂອງພະມ້າແລະ ຊາຍແດນຈີນເພາະ ບໍ່ກ້າເອົາຊີວິດ ໄປສ່ຽງ.

ທຸກມື້ນີ້ສິນຄ້າ ທຸກຢ່າງແມ່ນຖືກ ຂົນສົ່ງທາງລົດ ຈາກປະເທດໄທ ໄປປະເທດຈີນ ຈາກຈີນມາໄທ ຄືອອກຈາກເມືອງຫລາ ປະເທດຈີນຜ່ານ ແຂວງຫລວງນ້ຳທາ ແລະແຂວງບໍ່ແກ້ວ ຂອງລາວແລ້ວຂ້າມ ໄປເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.