ເສັ້ນທາງ ສັງຄົມນິຍົມ ໃນລາວ
2009.06.24
ສະຫະຣັດ ອະເມຣິກາ ໄດ້ປະກາດ ເອົາ ສປປລາວ ອອກຈາກບັນຊີດໍາ ທາງດ້ານການຄ້າ ອີກຕໍ່ໄປ ເມື່ອວັນທີ12 ມິຖຸນາ 2009ນີ້ ໂດຍຣະບຸວ່າ ລາວບໍ່ເປັນປະເທດ ທີ່ຍຶດຖື ອຸດົມ ການຄອມມິວນິດ. ຄໍາປະກາດ ດັ່ງກ່າວຈະຊ່ວຍ ໃຫ້ລາວໄດ້ຮັບ ຜົລປະໂຫຍດ ທາງດ້ານ ທຸຣະກິດຈາກ ສະຫະຣັຖຫລາຍ ກ່ຽວກັບເລື່ອງນີ້ ຊາວລາວ ທ່ານນຶ່ງ ໃນເຂດແຂວງ ບໍລິຄໍາໄຊ ກ່າວໃຫ້ ຄໍາຄິດເຫັນ ເພື່ອເປັນການຕອບ ຕໍ່ຄໍາຖາມຂອງ ນັກຂ່າວ RFA ວ່າ:
"ຄອມມິວນິດ ຫລືຈະເປັນອີ່ຫຍັງ ກໍແລ້ວແຕ່ ມັນກໍບໍ່ມີ ອີ່ຫຍັງດີຕິນໍ ຈະຫລຸດຜ່ອນ ຫລືບໍ່ຫລຸດຜ່ອນ ຣັຖບານລາວ ທໍາຢ່າງນີ້ ກໍດີແລ້ວ ອະເມຣິກາ ກໍມຸ້ງຫວັງໃຫ້ ຫລຸດຈາກ ຄອມມິວນິສ ແຕ່ໃນຕົວຈິງ ມັນກໍເປັນ ຄອມມິວນິສ ແຫລະ."
ພ້ອມດຽວກັນ ທ່ານຍັງກ່າວຕື່ມວ່າ ໃນລະຍະທີ່ ຜ່ານມາ ລາວ ມີຄວາມເສັຽໃຈ ກ່ຽວກັບສົງຄາມ ໂດຍສະເພາະເລື້ອງ ຣະເບີດທີ່ ອະເມຣິກາ ຖີ້ມລົງໃສ່ດິນ ລາວ ທີ່ຍັງ ເຫລືອຢູ່ ຈໍານວນຫລວງຫລາຍ ແລະສົ່ງຜົນໃຫ້ ປະຊາຊົນລາວ ບາງກຸ່ມ ປະເຊີນກັບ ໄພອັນຕຣາຍ ຈາກອຸບັດຕິເຫດ ລູກຣະເບີດທີ່ ຕົກຄ້າງບໍ່ທັນ ແຕກເທົ່າເຖິງ ປັຈຸບັນນີ້.
ແລະເມື່ອຖາມເຖິງ ຄວາມເປັນໄປໄດ້ ຫລືບໍ່ທີ່ ສປປລາວ ຈະບໍ່ເປັນ ປະເທດ ທີ່ຍຶດຖື ທິດສດີ ຄອມມິວນິສ ຕໍ່ໄປຕາມທີ່ ທາງການ ສະຫະຣັຖໄດ້ ຣະບຸໄປນັ້ນ ລາວ ທ່ານນີ້ຕອບວ່າ ເປັນໄປບໍ່ໄດ້:
"ເປັນໄປບໍ່ໄດ້ ອັນນີ້ຂຶ້ນກັບ ອຸດົມການຂອງ ປະຊາຊົນລາວ ມັນເປັນຢ່າງນັ້ນ ຜ່ານມາ ປະເທດລາວແລະ ປະຊາຊົນລາວ ບອບຊໍ້າຈາກ ອະເມຣິກາ ຍັງຢູ່ນໍາ ປະຊາ ຊົນລາວ ຕລອດໄປ ແລະອະເມຣິກາ ຈະມີສິດຫຍັງ ທີ່ວ່າຈະເຮັດ ຢ່າງນັ້ນຢ່າງນີ້ ອະເມຣິກາ ບໍ່ມີສິດ ຜູ້ມີສິດເລືອກ ກໍຄືຄົນລາວ ດ້ວຍກັນເອງ."
ໃນຕອນທ້າຍ ທ່ານກ່າວສລຸບວ່າ ສປປລາວ ຍັງໄດ້ຮັບການ ຊ່ວຍເຫລືອຈາກ ປະເທດເພື່ອນບ້ານ ເຊັ່ນດຽວກັນ ແຕ່ການຊ່ວຍເຫລືອ ນັ້ນເປັນໄປດ້ວຍ ຄວາມເຕັມ ໃຈແລະມີ ຜົນປະໂຫຍດ ຮ່ວມກັນ ທັງ2ຝ່າຍ ແລະວ່າ ໃນຍຸກສມັຍນີ້ ເປັນໄປບໍ່ໄດ້ ທີ່ຈະມີ ປະເທດໃດ ມາບັງຄັບ ໃຫ້ອີກປະເທດນຶ່ງ ທໍາຕາມໂດຍບໍ່ ມີຄວາມເຕັມ ໃຈ.