ການໃຊ້ ພາສາລາວ ໃນປັດຈຸບັນ

ການໃຊ້ ພາສາລາວ ໃນປັດຈຸບັນນີ້ ຍັງບໍ່ຖືກຕ້ອງ ມີຄວາມຜິດພາດ ທັງການເວົ້າ ແລະ ການຂຽນ
ໂພໄຊສວັດ
2009.02.24

ປັດຈຸບັນນີ້ ສຽງໂຈດຂານ ກ່ຽວກັບຊາຕາກັມ ຂອງພາສາລາວ ພວມບົນແຊວໄປ ທົ່ວທຸກຫົນແຫ່ງ. ນັກສຶກສາຈົບ ຊັ້ນມັດທະຍົມ ຕອນປາຍ ຫລືແມ່ນແຕ່ຈົບ ປະຣິນຍາຕຣີ ກໍຍັງ ຂຽນພາສາລາວ ບໍ່ຖືກ ໃຊ້ພາສາລາວ ບໍ່ເປັນ. ຄົນລາວສ່ວນໃຫຍ່ ບໍ່ໝັ້ນໃຈກັບ ການເວົ້າແລະຂຽນ ພາສາລາວຂອງຕົນ. ພະນັກງານ ໃນວົງ ການສື່ມວນຊົນ ຈຳນວນຫລາຍມີ ພື້ນຖານ ພາສາລາວອ່ອນ. ດັ່ງນັ້ນ ການຂຽນພາສາລາວ ຜິດຈຶ່ງເຫັນຕາມ ສື່ໜັງສືພິມ ແລະວາລະສານ ຕ່າງໆເລື້ອຍໆ. ເມື່ອເດີນ ທາງໄປຕາມສາຍທາງ ກໍຈະເຫັນປ້າຍ ໂຄສະນາທີ່ ຂຽນພາສາລາວຜິດ ຢັງຢາຍໄປທົ່ວ.

ຍານາງ ດາຣາ ວິຣະວົງ ກັນລະຍາ ນັກຂຽນຜູ້ຕາງໜ້າ ຂອງສະມາຄົມ ຮ່ວມນ້ຳໃຈກັບເດັກນ້ອຍລາວ ປະຈຳ ສປປລາວ ໄດ້ເວົ້າວ່າ:

ຂ້າພະເຈົ້າ ເຫັນການໃຊ້ສັບ ພາສາລາວ ໂດຍຄົນລາວທົ່ວໄປ ບໍ່ຖືກຕ້ອງຢູ່ ເລື້ອຍໆ ຊື່ງສ່ວນໃຫຍ່ມັກ ມີພາສາໄທປົນ ຢູ່ນຳເພາະວ່າ ພາສາລາວກັບ ພາສາໄທມີ ຄວາມຄ້າຍຄຽງກັນ. ພວກເຮົາໄດ້ຮັບ ອິດທິພົນທາງສື່ ຈາກຂະເຈົ້າຫລາຍ. ຖ້າຫາກສະພາບຍັງ ເປັນແບບນີ້ຕໍ່ໄປ ພາສາລາວເຮົາ ຈະກາຍເປັນພາສາ ຖືກລືມໄປ ໂດຍບໍ່ຮູ້ໂຕ.

ຍານາງ ກົງເດືອນ ເນດຕະວົງ ຜູ້ອຳນວຍການ ຫໍສະມຸດ ແຫ່ງຊາດລາວ ກໍໄດ້ມີຄວາມ ເຫັນວ່າ:

ພັຍອັນຕະລາຍ ທີ່ພວມຄຸກຄາມ ພາສາລາວ ອັນດັບນຶ່ງ ແມ່ນໂທຣະສັບ ມືຖື ເພາະໂຕໜັງສື ທີ່ໃຊ້ໃນ ໂທຣະສັບມື ຖືນັ້ນສ່ວນຫລາຍ ນິຍົມໃຊ້ສອງພາສາຄື: ພາສາ ອັງກິດ ແລະພາສາໄທ.

ທ່ານ ສາດສດາຈານ ດຣ ບົວລີ ປະພາພັນ ຫົວໜ້າພາກວິຊາ ພາສາລາວ - ສື່ມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລ ແຫ່ງຊາດລາວໄດ້ ໃຫ້ທັດສະນະໄວ້ ດັ່ງນີ້:

ຂ້າພະເຈົ້າ ຈະດີໃຈຫລາຍ ຫາກພວກເຮົາມີ ສະພາບັນດິດ ຕັ້ງຂື້ນມາເພື່ອ ເປັນຈຸດຢືນ ໃນການນຳໃຊ້ ພາສາລາວ. ພວກເຮົາຄວນສົ່ງເສີມ ການພິມ ພາສາລາວ ໃຫ້ຫລາຍໆ ໃຫ້ມີຄຸນນະພາບ ບໍ່ໃຫ້ຊອດກະຈາ ໄດ້ມາດຕະຖານ ເຮັດແບບມີລະບົບ ແລະມີອົງກອນ ທີ່ຮັບຜິດຊອບ ຢ່າງຈິງຈັງ ຖ້າບໍ່ດັ່ງນັ້ນ ຄົນລາວກໍອາດ ຫັນໄປໃຊ້ ພາສາໄທ, ອັງກິດຫລື ພາສາອື່ນໆ ແທນກໍເປັນໄດ້.

ທ່ານຊີ້ແຈງຕື່ມວ່າ ບັນຫາທີ່ຍັງ ຖົກຖຽງກັນສ່ວນ ຫລາຍບໍ່ແມ່ນໃນ ແງ່ວິຊາການ ແຕ່ເປັນການ ວິພາກວິຈານ ໃນໝູ່ມະຫາຊົນ. ທາງພາກຣັຖຄວນ ໃຫ້ການສນັບ ສນູນເຮັດໃຫ້ ພາສາລາວເຂົ້າສູ່ ຄວາມເປັນ ເອກກະພາບ ຢ່າງຈິງຈັງ ບໍ່ດັ່ງນັ້ນ ກໍຍັງຈະມີ ຄຳວ່າ:

ການໃຊ້ພາສາ ລາວ ໃນລະດັບ ຊໍ່ານີ້ ກໍໄດ້ແລ້ວ ອີກຕໍ່ໄປເລື້ອຍໆ


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.