ລາວນອກສົງໃສ ນະໂຍບາຍຕ້ອນຮັບ ຂອງພັກ-ຣັຖໃນລາວ

ຊາວລາວຢູ່ຕ່າງປະເທດ ຈຳນວນນຶ່ງເວົ້າວ່າ ນະໂຍບາຍ ຍິນດີຕ້ອນຮັບ ຊາວລາວຢູ່ຕ່າງປະເທດ ຂອງຣັຖບານລາວ ເປັນນະໂຍບາຍຊວນເຊື່ອ.
ຈຳປາທອງ
2009.12.22

ຊາວລາວຢູ່ຕ່າງປະເທດ ຈຳນວນນຶ່ງ ມີຄວາມດີອົກດີໃຈ ແລະ ຢາກກັບຄືນເມືອ ບ້ານເກີດເມືອງນອນຂອງຕົນ ໃນເມື່ອຣັຖບານລາວ ມີນະໂຍບາຍຮັບເອົາ ດ້ວຍຄວາມຈິງໃຈ. ແຕ່ຊາວລາວຢູ່ຕ່າງປະເທດ ອີກຈຳນວນນຶ່ງເວົ້າວ່າ ນະໂຍບາຍຍິນດີ ຕ້ອນຮັບ ຊາວລາວຢູ່ຕ່າງປະເທດ ຂອງຣັຖບານລາວ ແຝງໄປດ້ວຍ ກົນອຸບາຍສະຫລັບຊັບຊ້ອນ ຢູ່ເບື້ອງຫລັງ. ເຖິງວ່າທາງການລາວ ຈະມີຣະບຽບກົດໝາຍກໍດີ ແຕ່ໃນພາກຕົວຈິງ ພັກ-ຣັດ ຢູ່ເໜືອກົດໝາຍ ດັ່ງຊາວລາວທ່ານນຶ່ງ ທີ່ສະຫະຣັດອາເມຣິກາ ກ່າວກ່ຽວກັບເລື້ອງນີ້ວ່າ:

"ຂ້າພະເຈົ້າ ກໍຄິດວ່າ ອອກກົດໝາຍຢູ່ ແຕ່ສູ່ລືມວ່າກົດໝາຍ ຂອງຣັຖບານລາວນີ້ ເປັນກົດໝາຍຢູ່ ແຕ່ວ່າ ພັກຣັດຫັ້ນ ມັນຢູ່ເທິງກົດໝາຍ ທ່ານເຫັນບໍ່ວ່າ ຂະເຈົ້າປົກຄອງກັນມາ 30 ກວ່າປີ ມີຜູ້ໃດແດ່ຖືກໂທດ ມີແຕ່ກິນກັນຢ່າງ ອຸດຕະລຸດ".

ຣັຖບານລາວ ມີນະໂຍບາຍ ດຶງດູດເອົາຊາວລາວ ຢູ່ຕ່າງປະເທດ ດ້ວຍການຮຽກຮ້ອງ ໃຫ້ກັບຄືນໄປ ທຳມາຫາກິນ ຮວມທັງການລົງທຶນ ໃນທຸຣະກິດຕ່າງໆ.  ແລະກໍມີຄົນລາວ ຈຳນວນນຶ່ງທີ່ຕອບ ຮັບນະໂຍບາຍນັ້ນ ດັ່ງຈະເຫັນໄດ້ໃນໂອກາດ ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ ມີຄົນລາວຈຳນວນນຶ່ງ ທີ່ອາໃສຢູ່ ປະເທດຝຣັ່ງເສດ, ອອສເຕຣເລັຍ, ສະຫະຣັດ ແລະປະເທດອຶ່ນໆ ໄດ້ໄປຢ້ຽມຢາມບ້ານເກີດ ແລະເຂົ້າຊົມງານດັ່ງກ່າວ.

ໂດຍປະຕິບັດ ຕາມນະໂຍບາຍດຶງດູດ ທີ່ວ່ານັ້ນທາງການລາວ ໄດ້ຕ້ອນຮັບພວກເຂົາເຈົ້າ ໃນວັນທີ 17 ທັນວາ 2009. ໜັງສືພິມ ປະຊາຊົນຣາຍງານ ໂດຍອ້າງອິງ ໃສ່ຄໍາເວົ້າຂອງ ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ວ່າການຢ້ຽມຢາມນັ້ນ ເປັນການສະແດງອອກ ເຖິງຄວາມມີນ້ຳໃຈ ຮັກເຊື້ອແພງຊາດ ຮັກບ້ານເກີດເມືອງ ນອນຂອງຕົນ. ເຖິງວ່າຈະຈາກບ້ານເກີດ ເມືອງນອນໄປດົນແລ້ວ ແຕ່ກໍຍັງຕິດຕາມຂ່າວຄາວ ແລະຍັງເປັນຫູ ເປັນຕາໃນການໂຄສະນາ ຕອບໂຕ້ຖ້ອຍທໍານອງ ຂອງພວກຄົນບໍ່ດີ ອັນອາດໝາຍເຖິງ ຜູ້ບໍ່ເຫັນດີເຫັນພ້ອມ ນຳຣະບອບການປົກຄອງ ແບບພັກດຽວ ເຄົ້າດຽວ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 23, 2009 10:15 AM

Dear all lao friend living abroad think twice before you make a move and try to sleep on it my self i been there six time as visitor we need a good info about rule of law.

Anonymous
Dec 23, 2009 11:42 AM

From 1975 to 2009 I, the poor laotian,could not find one true answer from the Laotian communist leaders.First, they have to remember their promises such:Peace,Independence,Democracy,Equality ,Prosperity,and Socialism...Where are these words?Vietnamese government are still controlling them.They are the ones who imported the Vietnamese to fill the Lao Lane Xang land, and following by the Chinese lately .The intelligent leaders did sell and lease the land for the US dollars. Now they said all the Laotians in foreign country are welcome home to reside and do the business. I think they say the truth as long as we are under their control and they also are afraid to tell the vietnamese to go back home...When they allow people to have the true election including multi-parties and I think we are safe to go back home.

Anonymous
Dec 22, 2009 10:25 AM

If we really look into what Lao PM. Bouasone has said, It is hard to believe the lao comumunist regime. Their idea and goal are still remain unchange.

Anonymous
Dec 27, 2009 09:26 PM

ແມ່ນແລ້ວ ແຜນລວງຕາໂລກຂອງສັງຄົມກຳລັງຊີຕາຍຢູ່ແລ້ວນິ້ນເອງ

Anonymous
Dec 22, 2009 07:41 PM

ທຸກມື້ນີ້ແມ່ນມີຄວາມສູກແລ້ວ ຈະມາກາດີ ຈະບໍ່ມາກາດີ ຂໍພຽງແຕ່ຢາລື່ມວ່າໂຕເອງແມ່ນລາວເນີ...

Anonymous
Dec 23, 2009 12:30 PM

ຕາບໃດທີ່ເມືອງລາວຍັງເປັນຫົວເມືອງຂອງແກວ ຄວາມເວົ້າຂອງ
ບົວສອນ ແກວຄຸ້ມທ່າຫີນ, ເມືອງປາກເຊ ຈະແຝງໄປດ້ວຍກົນອຸບາຍ

Anonymous
Jan 20, 2010 08:06 PM

ຢ່າໄປສົງໃສວ່າພັກປະຊາຊົນປະຕິວັດລາວຈະຄົງຕົວຢູ່ໃດ້ຕລອດໄປເພາະນັ້ນພຍ=ເປັນແຕ່ລັດທິນື່ງກຳລັງຈະລົ້ມລະລາຍໄປຕາມໆກັນກັບຫຼາຍປະເທດທາງຍູໂຮບໃດ້ກໍ່ກັມທຳໃວ້, ຈົ່ງເບີ່ງສັງຄົມມະນຸສກຳລັງກຳລັງຄົ້ນຫາຄວາມທີ່ຈະມີຊີວິດຕະລອດໄປ,ການສົງຄາມ,ການອຶດຢາກ,ໂລກລະບາດ,ຄວາມຮ້າຍແຮງພາຍໃນຄອບຄົວ,ການຂຍາຍການກໍ່ການຮ້າຍ, ການບໍ່ນັບຖືກົດໝາຍແຕ່ລະຄົນແລະແຕ່ລະປະເທດ, ທັງອາສຍາກັມ ກໍ່ການຮ້າຍ, ແລະໃພທຳມະຊາດ ແຜ່ນດີນໃຫວ,ໃພແລ້ງ ແລະນ້ຳຖ້ວມ ມີປະເທດໃດຮັບມືກັບສີ່ງນີ້ໃດ້ດວ້ຽຕົນເອງ ຢາກເຫັນແທ້ໆ ດັ່ງນັ້ນຈື່ງມີຄຳຖາມຕາມມາວ່າ: ສັນຕິພາບແລະຄວາມປອດໃພແທ້ຈະເກີດຂື້ນເມືອ່ໃດ?”

Anonymous
Dec 23, 2009 02:35 AM

Je ne comprends pas très bien ce que veut dire LEE de Hardsayfong. Mais je crois comprendre que nos compatriotes LaoNork sont plus patriotes que nos responsables politiques du Phak pasaxon pativad lao qui sont des vrais Khon Bô Dii. Ces Laonork sont des vrais Lao et restent lao en leur âme, leur chair et leur os.

Anonymous
Jan 20, 2010 08:16 PM

ຄວາມຮັກອົດກັ້ນທົນນານທຸກຢ່າງ, ຄວາມຮັກ ບໍ່ເຄີຽລົ້ມເຫຼວ.
ຄວາມກຽດຊັງແລະຄວາມຄຽດແຄ້ນ ຈະເກີດ ພະຍາດ ມະເລງ ແລະຫົວໃຈວາຍໃວ້ ແລະກໍ່ບໍ່ມີຍາປົວ ນອກຈາກຈະຖອ່ມຕົວລົງຕໍ່ ຜູ້ທີ່ສ້າງມະນຸດ ທ່ານເອີຍ ບໍ່ເຊື່ອ ຄອຍເບີ່ງກັນຢູ່ທີ່ໂຮງພະຍາບາໃ

Anonymous
Dec 25, 2009 07:18 PM

ສປປລ35 ລາວນອກ ລາວໃນ ໃຫ້ເປີດໃຈຮັກຫໍ່ ຜູ້ເປັນພໍ່ເຈົ້າປັນຍາສູງ ສ່ວນລູກລຸງປະຊາບໍມີຊາດ

Anonymous
Dec 23, 2009 01:22 PM

What about one usboy have been selected in soccer team sad Lao then reject from the team. He just want to be part of team.
Bring a lots of US dollars, they will love you then after that figire ot out.
Kha noy bor seua dok.

Anonymous
Dec 23, 2009 02:26 AM

Politique d'incitation au retour au pays. A ma connaissance, les laonork qui ont été invités par le gouvernement lao pour asister aux SEAGAMES, sont choisis parmi des gens fidèles au régime et sont des hommes et femmes dévoués au service de l'ambassade lao de chaquee pays cité dans ces informations. Ils ne sont pas du tout des représentants des laonork comme ce qui a été dit.C'est un coup médiatique médiocre de la part du premier ministre médiocre. Ses sujets ne pourraient que "Ngud Ngo" Khouam salad songsay khong thane Nay Gnock. Les lao de bonne foi en rigolent !