ລາວປະສົບ ກັບພັຍ ແຫ້ງແລ້ງ

ຫລາຍແຂວງ ໃນລາວ ຕ້ອງການ ຕິດຕັ້ງ ຈັກສູບນໍ້າ ຕື່ມອີກ ໃນຊ່ວງໜ້າແລ້ງ ເພື່ອຊ່ອຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກບັນຫາ ຊົນລະປະທານ
ຈະເຣີນສຸກ
2009.03.18

ໃນເດືອນມີນານີ້, ຫລາຍໆພື້ນທີ່ ປະສົບກັບ ພັຍແຫ້ງແລ້ງ ເນື່ອງຈາກວ່າ ສະພາບ ອາກາດ ຮ້ອນອົບເອົ້າ, ຝົນບໍ່ຕົກ ຕາມຣະດູການ, ຊຶ່ງສົ່ງຜົນ ໃຫ້ປະຊາຊົນ ແລະ ຊາວກະສິກອນ ຂາດເຂີນນໍ້າ ເພື່ອບໍຣິໂພກ ແລະ ການກະເສດ, ໂດຍສະເພາະ ຢ່າງຍິ່ງ, ບ້ານ ທີ່ຢູ່ໄກ ແຫລ່ງນໍ້າ ຈໍາເປັນຕ້ອງໃຊ້ ຈັກສູບນໍ້າ, ຊຶ່ງເປັນທີ່ຕ້ອງການ ຢ່າງຫລວງຫລາຍ ໃນຂະນະນີ້, ເພາະວ່າ ບໍ່ມີນໍ້າ ພຽງພໍ ກັບຄວາມຕ້ອງການ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຂແນງ ຊົນລະປະທານ ນະຄອນຫລວງວຽງຈັນ ກ່າວວ່າ:

“ແຕ່ວ່າ ບັນຫາ ເຮົາ ກໍມີຫລາຍ ເຣື້ອງການຄຸ້ມຄອງ ນໍາໃຊ້ ເນາະ, ແຕ່ວ່າ ເຣື້ອງ ນໍ້າທີ່ ບໍ່ພຽງພໍ ຄື ສິບໍ່ມີບັນຫາຫລາຍ, ແຕ່ວ່າ  ຖ້າເຮົາ ມີຊົນລະປະທານແລ້ວ, ເຣື້ອງການຄຸ້ມຄອງ ກໍບໍໄດ້ຣະບົບ ກໍບໍ່ຢືນຢົງ.”

ສໍາລັບ ພື້ນທີ່ ທີ່ຕ້ອງການ ຈັກສູບນໍ້າ ຫລາຍທີ່ສຸດ ແມ່ນ ແຂວງທາງພາກເໜືອ, ຕັ້ງແຕ່ ແຂວງວຽງຈັນ ຂຶ້ນໄປ ຫາ ຜົ້ງສາລີ. ສໍາລັບ ແຂວງພາກໃຕ້ ມີບາງແຫ່ງ ເນື່ອງຈາກວ່າ ສະພາບ ພື້ນທີ່ສູງ ຈໍາເປັນຕ້ອງ ສູບນໍ້າ ຂຶ້ນມາຈາກດິນ, ຊຶ່ງຈະຕ້ອງໃຊ້ ຈັກສູບນໍ້າຂນາດໃຫຍ່ ຫລາຍເຄື່ອງ.

ຫລາຍແຂວງ ໃນປະເທດລາວ ບໍ່ມີບັນຫາ ເຣື້ອງການຂາດແຄນ ນໍ້າໃຊ້ ເນື່ອງຈາກວ່າ ມີແມ່ນໍ້າ ສາຍໃຫຍ່ ແລະ ແມ່ນໍ້າ ສາຂາ ຕ່າງໆ, ແຕ່ວ່າ ອຸປະສັກ ສໍາຄັນ ແມ່ນ ການພັທນາ ຊົນລະປະທານ ໃຫ້ກັບ ບ້ານເຮືອນ ຂອງປະຊາຊົນ ຍັງບໍ່ດີ ພໍເທົ່າໃດ, ເພາະຂາດ ຈັກສູບນໍ້າ. ດັ່ງນັ້ນ ບັນຫາ ບາງສ່ວນ ຈະກະທົບໃສ່ ການຖາງປ່າ ເຮັດໄຮ່ເລື່ອນລອຍ, ດັ່ງເຈົ້າໜ້າທີ່ ທ່ານ ດຽວກັນນີ້ ກ່າວ ຕໍ່ໄປ ອີກວ່າ:

“ຈຸດທີ່ຕັ້ງ ຂອງບ້ານ ຂະເຈົ້າ ນ໋າ, ກໍມີຫ່າງໄກ ຈາກແມ່ນໍ້າ ກໍມີບາງປີ ທີ່ຂະເຈົ້າ ຕັດຕົ້ນໄມ້ ທໍາລາຍປ່າ ເປັນຕົ້ນ ການເຮັດໄຮ່ ເປັນ shifting cultivation ເພາະວ່າ ນະໂຍລາຍ ຂອງຣັຖບານ ຈະໃຫ້ຍຸຕິ ການຖາງປ່າ ເຮັດໄຮ່ ຢ່າງສິ້ນເຊີງ ແຕ່ກໍຍັງ ເຮັດບໍ່ໄດ້”

ໃນຣະຫວ່າງ ຣະດູໜາວ ຕໍ່ໃສ່ ຣະດູຮ້ອນ, ໃນຊ່ວງເຄິ່ງຫລັງ ຂອງເດືອນຕຸລາ ຂອງທຸກໆປີ ພົບວ່າ ຈະມີປະຣິມານນໍ້າຝົນ ຫລຸດລົງ ເປັນລໍາດັບ ສົ່ງຜົນ ໃຫ້ນໍ້າ ໃນການເຮັດກະເສດ ຫລຸດລົງໄປ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.