ຍົກເລີກທ້ຽວບິນ ແຂວງບໍ່ແກ້ວ

ສາຍການບິນລາວ ຍົກເລີກທ້ຽວບິນ ແຂວງບໍ່ແກ້ວ ຊົ່ວຄາວ ຍ້ອນບໍ່ມີຜູ້ໂດຍສານ ພຽງພໍ ບໍ່ແມ່ນຍ້ອນ ບັນຫາໝອກຄວັນ
ໂພໄຊສວັດ
2009.03.20

    ການຍົກເລີກ ທ້ຽວບິນ ຈາກແຂວງບໍ່ແກ້ວ ເມື່ອວັນທີ 19 ມີນາ ນີ້ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ອະທິບາຍ ວ່າເປັນຍ້ອນ ບັນຫາພາຍໃນ ດັ່ງທ່ານ ດວງຕາ ຄຳທະສະຕິ ຫົວໜ້າຫ້ອງການ ຣັຖວິສາຫະກິດ ການບິນລາວ ແຂວງບໍ່ແກ້ວ ເປີດເຜີຍວ່າ:

    ກໍມີຜົລກະທົບ ແຕ່ວ່າເບື້ອງເຮົາ ບໍ່ມີບັນຫາ ມື້ນີ້ຍົກເລີກ ຍ້ອນວ່າບໍ່ມີ ໂດຍສານເດີນທາງ ແລ້ວກໍບໍ່ຍົກ ເລີກຍ້ອນໝອກຄວັນ ກໍຖືວ່າເບື້ອງ ເຮົານີ້ຍັງ ປົກກະຕິ.

    ທ່ານ ດວງຕາ ອະທິບາຍ ຕື່ມວ່າ ການຍົກເລີກ ທ້ຽວບິນນັ້ນ ກໍຍ້ອນມີຜູ້ ໂດຍສານພຽງແຕ່ 5 ຄົນທໍ່ນັ້ນ ຫາກຈະບິນຕາມ ປົກກະຕິ ກໍບໍ່ຄຸ້ມຄ່າ. ສຳລັບບັນຫາ ໝອກຄວັນ ທີ່ເກີດຂື້ນ ພາຍໃນ ແຂວງບໍ່ແກ້ວ ແລະປະເທດ ເພື່ອນບ້ານ ໃນລະຍະນີ້ ກໍບໍ່ໄດ້ສ້າງ ບັນຫາ   ຈົນເຮັດໃຫ້ ທ້ຽວບິນນີ້ ໄປບໍ່ໄດ້ ຫາກມີຜູ້ໂດຍ ສານສົມ   ມາສົມຄວນ. ຕາມປົກກະຕິ ແລ້ວສຳລັບແຂວງ ບໍ່ແກ້ວໄດ້ ຮັບຜົລກະທົບ ຈາກບັນຫາ ໝອກຄວັນ ໜ້ອຍທີ່ສຸດ. ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ ຈາກເດີ່ນຍົນ ປະຈຳແຂວງ ບໍ່ແກ້ວຢັ້ງຢືນ ວ່າຍົນຈະເປີດ ບໍລິການ ຕາມປົກກະຕິ ໃນມື້ວັນເສົາ ທີ 21 ມີນາ 2009, ດັ່ງເຈົ້າໜ້າທີ່ ໄດ້ເວົ້າວ່າ:

    ສະເພາະວັນເສົາ ກໍຈັດມາເປັນ ປົກກະຕິແຫລະ ປົກກະຕິກໍ ທຽວຢູ່ປົກກະຕິ ອາກາດກໍບໍ່ ບໍ່ເປັນ   ອັນຕະລາຍ ຢູ່ບໍ່ແກ້ວ ກໍແຈ້ງດີນາ.

ເຈົ້າໜ້າທີ່ ຈາກເດີ່ນຍົນ ຜູ້ເກົ່າເວົ້າຕື່ມວ່າ ທ້ຽວບິນຍັງເປັນ ໄປຕາມ ຕາຕະລາງ ການບິນ ປົກກະຕິ ເຖິງແມ່ນວ່າ ໃນແຂວງບໍ່ແກ້ວ ຈະຍັງມີ ໝອກຄວັນຫຸ້ມກວມ. ແຕ່ສຳລັບໃນ ແຂວງ ຊຽງຮາຍ  ປະເທດໄທ ທີ່ຕິດກັບແຂວງ ບໍ່ແກ້ວ ພົບວ່າ ໄດ້ມີບັນຫາ ຈາກຄວັນໝອກ ເຊັ່ນດຽວກັນ ຈົນເຮັດໃຫ້ ມີການຍົກເລີກ ທ້ຽວບິນຮອດ 16 ທ້ຽວແລ້ວ ນັບຕັ້ງແຕ່ຕົ້ນເດືອນ ມີນາ ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.