ໄມ້ເຖື່ອນຈາກລາວ ຖືກຍຶດໃນເຂດໄທ

ໄມ້ເຖື່ອນ ຈາກລາວ ຖືກຍຶດໄດ້ ໃນເຮືອຂົນສົ່ງ ຂອງຈີນ ທີ່ແຂວງຊຽງຮາຍ ຂອງໄທ
ຈະເຣີນສຸກ
2010.07.26

ພາຍຫລັງ ທີ່ໄດ້ຮັບ ແຈ້ງວ່າ ຈະມີການ ນໍາໄມ້ ແປຮູບ ຈໍານວນຫລາຍ ພໍສົມຄວນ ຂົນອອກ ຈາກທ່າເຮືອ ເອກກະຊົນ ທີ່ 3 ຫລ່ຽມຄໍາ ເພື່ອສົ່ງອອກ ໂດຍບໍ່ໄດ້ຮັບ ອະນຸຍາດ ທາງເຈົ້າໜ້າທີ່ ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມລໍາ ແມ່ນໍ້າຂອງ ເຂດຊຽງຮາຍ ຈຶ່ງໄດ້ນໍາ ກໍາລັງ ເຈົ້າໜ້າທີ່ ພາສີ ແລະ ຕໍາຣວດ ໄປກວດສອບ ອີງຕາມ ຣາຍງານຂອງ ໜັງສືພິມ ຜູ້ຈັດການ ຂອງໄທ ໃນມື້ວັນ ທີ 25 ກໍຣະກະດາ ນີ້.

ເມື່ອໄປເຖິງ ທ່າເຮືອ ເອກກະຊົນ ແຫ່ງນຶ່ງ ທີ່ຕັ້ງຢູ່ 3 ຫລ່ຽມຄໍາ ເຈົ້າໜ້າທີ່ ພົບເຫັນ ຄົນງານ ກໍາລັງຂົນ ໄມ້ແປຮູບ ຢ່າງຫລວງຫລາຍ ລົງເຮືອ ຂອງຈີນ ລໍານຶ່ງ ຈຶ່ງໄດ້ ເຂົ້າໄປ ສະກັດກັ້ນ ເອົາໄວ້. ເມື່ອຖາມເບິ່ງ ໃບອະນຸຍາດ ສົ່ງອອກ ປະກົດວ່າ ຄົນງານ ບໍ່ມີມາ ສະແດງ ໃຫ້ເບິ່ງ. ຈາກນັ້ນ ເຈົ້າໜ້າທີ່ ຈຶ່ງໃຫ້ນໍາ ເອົາໄມ້ແປຮູບ ທັງໝົດ ຂຶ້ນໄວ້ເທິງຝັ່ງ ແລະຍຶດໄວ້. ໄມ້ດັ່ງກ່າວ ຮວມມີ ໄມ້ດູ່ ແລະ ໄມ້ຄ່າ ທີ່ມີມູນຄ່າ 1 ລ້ານກ່ວາບາດ.

ເຖິງຢ່າງໃດ ກໍຕາມ ໃນຂນະນີ້ ຍັງບໍ່ຮູ້ວ່າ ໃຜເປັນເຈົ້າຂອງ ໄມ້ດັ່ງກ່າວ ເນື່ອງຈາກວ່າ ມີແຕ່ຄົນງານ ແລະ ຄົນເຮືອຈີນ ທີ່ອ້າງວ່າ ບໍ່ຮູ້ ເຣື້ອງດັ່ງກ່າວ ພຽງແຕ່ຮັບຈ້າງ ເທົ່ານັ້ນ. ຜ່ານການກວດ ສອບເບື້ອງຕົ້ນ ຊາບວ່າ ໄມ້ດັ່ງກ່າວ ໄດ້ນໍາມາ ຈາກຝັ່ງລາວ ເພື່ອສົ່ງ ໄປຍັງ ປະເທດຈີນ. ການລັກລອບໄມ້ ມາຈາກລາວ ເພື່ອນໍາຂຶ້ນໄປ ຍັງປະເທດຈີນ ໂດຍຜ່ານໄທນັ້ນ ເນື່ອງຈາກວ່າ ທາງຝັ່ງໄທ ມີທ່າເຮືອ ນໍ້າເລິກ ທີ່ສາມາດ ຂົນຖ່າຍໃສ່ ເຮືອຂນາດ ໃຫຍ່ໄດ້. ປັດຈຸບັນ ທາງ ເຈົ້າໜ້າທີ່ ໄດ້ຍຶດໄມ້ ເຖື່ອນ ດັ່ງກ່າວໄວ້ ແລະ ສອບຖາມ ຄົນງານ ທີ່ກ່ຽວຂ້ອງ ເພື່ອຫາຕົວ ເຈົ້າຂອງໄມ້ ມາດໍາເນີນ ຄະດີ ຕາມກົດໝາຍ.

ຈາກການສອບຖາມ ເບື້ອງຕົ້ນ ຄົນງານ ໃຫ້ການວ່າ ໄມ້ດັ່ງກ່າວ ເປັນຂອງ ນາຍທຶນ ຊາວຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.