ຮຽກຮ້ອງ ໃຫ້ຣັຖ ຄຸ້ມຄອງ ຊັບສິນ ດ້ານປັນຍາ

ນັກທຸຣະກິດ ທີ່ຜະລິດ ແລະຈຳໜ່າຍສິນຄ້າ ຮຽກຮ້ອງໃຫ້ ຣັດຖະບານລາວ ເອົາໃຈໃສ່ຄຸ້ມຄອງ ຊັບສິນທາງປັນຍາ ໃຫ້ຫລາຍຂື້ນ.

0:00 / 0:00

ຢູ່ ສ.ປ.ປລາວ ການປົກປ້ອງ ຊັບສິນທາງປັນຍາ ຫລືວ່າ ສິດທິທາງປັນຍາ ຍັງບໍ່ທັນ ເຂັ້ມງວດ ດັ່ງນັ້ນ ຈຶ່ງເກີດມີຜົນກະທົບ ຕໍ່ພາກສ່ວນ ທຸຣະກິດຕ່າງໆ ເມື່ອເປັນຄື ແນວນັ້ນ ນັກທຸຣະກິດ ທີ່ຜະລິດ ແລະຈຳໜ່າຍ ສິນຄ້າ ປະເພດຕ່າງໆ ໃນທົ່ວປະເທດ ຈຶ່ງໄດ້ຮຽກຮ້ອງໃຫ້ ຣັດຖະບານລາວ ເອົາໃຈໃສ່ ຄູ້ມຄອງຊັບສິນ ທາງປັນຍາ ຂອງພວກເຂົົາເຈົ້າ ທີ່ເປັນຜູ້ຜະລິດ ແລະຈຳໜ່າຍ ຜະລິດຕະພັນ ປະເພດ ອຸປະໂພກ ບໍລິໂພກ ຜະລິດຕະພັນ ທາງດ້ານ ວັດທະນະທັມ ແລະອື່ນໆ ໃຫ້ຫລາຍຂື້ນ.

ທີ່ຜ່ານມາ ບໍລິສັດ ຢູນີລີເວີ ໄທ ທະເຣດດິງ ຈຳກັດ ຊຶ່ງເປັນຫົວໜ່ວຍ ທຸລະກິດ ຂະໜາດໃຫຍ່ ແລະເປັນເຈົ້າຂອງ ຜະລິດຕະພັນ ເຄື່ອງສຳອາງ ຮັບໄຊ້ຊີວິດ ປະຈຳວັນ ຂອງປະຊາຊົນ ຫລາຍສະໜິດກໍໄດ້ ເຄີຍຮຽກຮ້ອງ ໃຫ້ທາງການລາວ ແກ້ໄຂບັນຫາ ການປອມແປງ ແລະລອກແບບ ເຄື່ອງໝາຍ ການຄ້າຂອງຕົນ ມາແລ້ວຫລາຍຄັ້ງ ແຕ່ກໍຍັງເຫັນວ່າ ບັນຫານັ້ນ ຍັງເກີດມີຂື້ນ ຢ່າງແຜ່ຫລາຍ ຕະຫລອດມາ ແລະໃນທ້າຍເດືອນ ຜ່ານມານີ້ ບໍລິສັດດັ່ງກ່າວ ແລະເຈົ້າໜ້າທີ່ ທາງການ ທີ່ກ່ຽວຂ້ອງໄດ້
ກວດພົບ ສິນຄ້າປອມແປງ ແລະຮຽນແບບ ສິນຄ້າຂອງຕົນ ເປັນ ຈຳນວນຫລວງຫລາຍ ໃນເມືອງປາກເຊ ແຂວງ ຈຳປາສັກ ແລະ ຢູ່ແຂວງອື່ນໆ ໃນທົ່ວປະເທດ.ແລະກ່ອນໜ້ານີ້ ຢູ່ແຂວງດັ່ງກ່າວ ກໍໄດ້ກວດພົບ ຢາປອມ ແລະ ຢາຕ້ອງຫ້າມ ທີ່ມີມູນຄ່າ ຫລາຍລ້ານກີບ ຊຶ່ງສ່ວນຫລາຍ ແມ່ນຢາຕ້ານເຊື້ອ ພະຍາດໄຂ້ຍຸງ ທີ່ບໍ່ພຽງແຕ່ ບໍ່ມີຄຸນນະພາບດີ ແຕ່ຫາກຍັງເປັນ ອັນຕະລາຍຕໍ່ ສຸກຂະພາບ ຂອງປະຊາຊົນ ອີກດ້ວຍ.

ແຕ່ເຖິງຢ່າງໃດ ກໍຕາມ ຍັງມີຂ່າວວ່າ ທາງການລາວ ໄດ້ຄົ້ນຄວ້າ ສ້າງຮ່າງກົດໝາຍ ວ່າດ້ວຍຊັບສິນ ທາງປັນຍາຢູ່ ເພື່ອໃຫ້ສອດຄ່ອງ ກັບສົນທິສັນຍາ ສາກົນ ທີ່ກ່ຽວ ພັນກັບວຽກງານ ຊັບສິນທາງ ປັນຍານັ້ນ.