ການສຶກສາ ຂອງຊົນເຜົ່າ ໃນຊົນນະບົດ

ລະບົບການສຶກສາ ສຳລັບ ຊົນເຜົ່າທີ່ຢູ່ ຫ່າງໄກສອກຫລີກ ບໍ່ໄດ້ຜົນ ຍ້ອນຂາດຄວາມສົນໃຈ
ໂພໄຊສວັດ
2009.03.30

ໂຄງການພັທນາ ການສຶກສາ ໃນແຂວງ ເຊກອງ ໂດຍສະເພາະ ໃນໂຕເມືອງ ດັກຈຶມ ແລະ ເມືອງກະລຶມ ແມ່ນເນັ້ນໜັກໃນ ການສົ່ງເສີມ ປະຊາຊົນທີ່ ມີອາຍຸ ແຕ່ 16 ຫາ 40 ປີ ດັ່ງເຈົ້າໜ້າທີ່ ທາງການ ນາງນຶ່ງ ໄດ້ເວົ້າວ່າ:

ຂະເຈົ້າບໍ່ຮູ້ຈັກ ພາສາລາວ ເວລາສື່ສານ ກັບຂະເຈົ້າເປັນ ພາສາລາວ ບໍ່ຄ່ອຍເຂົ້າ ໃຈກັນ ເພາະວ່າ ຂະເຈົ້າເວົ້າ ພາສາຂອງ ຂະເຈົ້າເອງ ພາສາຊົນເຜົ່າ ສີ່ງສຳຄັນຄື ຂະເຈົ້າບໍ່ ຢາກຣຽນ ເພາະວ່າ ຂະເຈົ້າຄິດວ່າ ຂະເຈົ້າໃຫຍ່ແລ້ວ ຂະເຈົ້າບໍ່ຈຳ ເປັນຣຽນກໍໄດ້.

ນາງຍັງເວົ້າ ອີກວ່າ ປະຊາຊົນ ເລົ່ານີ້ໃຫ້ຄວາມ ສຳຄັນກັບການ ປະກອບອາຊີບ ຫາຢູ່ຫາກິນ ຫລາຍກ່ວາການ ຮຽນໜັງສື ເພາະການຮຽນ ໜັງສື ກໍຕ້ອງໃຊ້ເວລາ ທຸກໆມື້ຫລາຍ ພໍສົມຄວນ ຈຶ່ງເຮັດໃຫ້ ພວກຂະເຈົ້າ ບໍ່ຢາກມາຮຽນ ພໍປານໃດ໋. ດັ່ງນັ້ນທາງການ ກໍໄດ້ ພະຍາຍາມ ໃຫ້ເຈົ້າໜ້າທີ່ ປະຊາສຳພັນ ອະທິບາຍ ກ່ຽວກັບ ຜົລປະໂຍດ ໃນການພັທນາ ຕົນເອງ ທາງດ້ານການຮຽນ ໃຫ້ຫລາຍຂື້ນ.

ເຖິງຢ່າງໃດ ກໍຕາມໂຄງການ ລະບົບການ ສຶກສາ ສຳລັບຊົນເຜົ່າ ແຂວງເຊກອງນີ້ ໃຊ້ເວລາ 3 ປີ, ຜ່ານໄປແລ້ວ ປີນຶ່ງ ສຳລັບ ຄວາມຄືບໜ້າ ໃນການພັທນາ ນາງໄດ້ ເວົ້າວ່າ:

ຕອນນີ້ກຳລັງ ຢູ່ໃນຊ່ວງ ຕິດຕາມຜົລ ເພາະວ່າເລີ້ມຕົ້ນ ທຸກຢ່າງເຮົາ ປູທາງແລ້ວ ແລະຕອນນີ້ເຮົາ ມີແຕ່ຕິດຕາມ ຂະເຈົ້າແລະ ປະເມີນຜົນ ແລະກໍມີສ່ວນ ຊ່ອຍສນັບ ສນູນ ໃນສ່ວນທີ່ ຂະເຈົ້າຍັງ ບໍ່ພຽງພໍ.

ການຮຽນໜັງສື ນີ້ສຳຄັນ ຕໍ່ຊົນເຜົ່າ ເພາະພວກ ຂະເຈົ້າຕ້ອງໄດ້ ໃຊ້ພາສາລາວ ໃນການຕິດຕໍ່ ຄ້າຂາຍ ແລະການກະເສຖຕ່າງໆ ແລະຄາດວ່າ ໂຄງການລະບົບ ການ ສຶກສາ ສຳລັບຊົນເຜົ່າ ຈະສາມາດ ຊ່ອຍໃຫ້ ປະຊາຊົນມີ ຄວາມຮູ້ເພີ້ມຂື້ນ ແລະຈົນນຳ ເອົາໄປໃຊ້ ໃນຊີວິດ ປະຈຳວັນ ໄດ້ຕໍ່ໄປ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.