ຕາຍ 2 ເຈັບເກີນ 80 ວັນສລອງປີໃໝ່
2009.04.16
ໃນຣະຫວ່າງ ທີ່ມີກາຣ ເສລີມສລອງ ປີໃໝ່ລາວ ພ.ສ. 2552 ນີ້ໄດ້ມີ ອຸບັຕຕິເຫຕ ຕາມທ້ອງຖນົນ ທີ່ທາງ ໂຮງພຍາບາລ ມິຕພາບ ໄດ້ເກັບກຳ ຂໍ້ມູລນັ້ນ ມີຫລາຍ ກວ່າ 100 ຣາຍໂດຽ ສະເພາະແຕ່ ວັນທີ່ 14 –16 ເມສາ ນີ້ໂດຽສ່ວນຫລາຍ ແລ້ວແມ່ນເກີດຂື້ນ ໄດ້ຈາກຄວາມ ປະມາທແລະກິນ ເຫລົ້າເມົາແລ້ວ ຂັບຣົຖ ດັ່ງເຈົ້າ ໜ້າທີ່ແຜນກສຸກເສີນ ໄດ້ແຈ້ງວ່າ:
“ຄົນເຈັບປານ ກາວປະມານ 8 ຄົນທີ່ນອນ ໂຮງໝໍ ໃນນັ້ນມີ ກະທົບຫົວ 4 ຄົນ ອີກ 4 ຄົນແຂງຂາຫັກ ສາເຫຕເກີດ ຈາກອຸບັຕຕິເຫຕນີ້ ໝົດທຸກຄົນ ແຫລະແມ່ນ ເກີດຈາກກາຣ ດື່ມເຫລົ້າທີ່ ມືນເມົາຂັບຍານ ພາຫະນະ ເວລາເມົາ”
ກາຣເກີດ ອຸບັຕຕິເຫຕ ໃນຣະຫວ່າງ ເທສກາຣເທົ່າ ວັນທີ່ 16 ເມສາ ນີ້ນັ້ນນອກຈາກ ຈຳນວນຜູ້ໄດ້ ຮັບບາຕເຈັບ ແລ້ວນັ້ນຍັງມີ ຜູ້ເສັຽຊີວີຕ ນຳດ້ວຍທີ່ມີ ທັງໝົດ 2 ຄົນ. ສ່ວນພວກທີ່ໄດ້ ຮັບບາຕເຈັບ ເລັກນ້ອຍນັ້ນ ກໍມີຫລາຍໆຄົນ ຈາກອຸບັຕຕິເຫຕ ທັ້ງໝົດ 150 ກໍຣະນີ ດ້ວຍກັນ.
ເຖີງແມ່ນວ່າ ທາງກາຣໄດ້ ປະກາສເຕືອນ ໃຫ້ຍຶດໝັ້ນ ໃນດ້ານຄວາມ ປອດໄພຕລອດ ມານັ້ນກໍຕາມ ແຕ່ກໍປຣາສຈາກ ບໍ່ໄດ້ແລະສົ່ງ ຜົລສະທ້ອນ ດ້ານຄວາມເສັຽ ຫາຍທັ້ງຊັພສິນ ແລະຊີວີຕ ດັ່ງກ່າວນີ້ ດັ່ງຍານາງແກ້ວ ສີຣິວົງ ຊາວເມືອງ ສີໂຄຕຕະບອງ ໄດ້ກ່າວວ່າ:
“ກໍໃຫ້ທຸກ ຄົນຄ່ອຍຂີ່ ແລ້ວກໍ ຣະວັງຕົວ ເຖີງເຮົາໄມ່ (ບໍ່) ຕຳຄົນ ຄົນກໍອາຈມາ ຕຳເຮົາໄດ້ເນາະ ມັນກໍຈະ ລຳບາກ ພໍ່ແມ່ເທົ່າ ນັ້ນແຫລະ ກໍສົ່ງທ້າຍປີເກົ່າ ຕ້ອນຮັບ ປີໃໝ່ ຂໍໃຫ້ໂຊຄດີ!”
ເຖີງຢ່າງໃດ ກໍຕາມສຳຫລັບ ກາຣຮັກສາ ຄວາມປອດພັຍນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງໂດຽ ສະເພາະຕຳຣວຈ ທະຫາຣ ແລະພາຄສ່ວນ ຮັກສາໃຫ້ຄວາມ ສງົບແມ່ນ ໄດ້ລົງໄປ ປະຕິບັຕຕາມ ເຂຕທີ່ວ່າມີ ກາຣສ່ຽງໃນ ທົ່ວປະເທສ ເພື່ອຮັກສາ ບໍ່ໃຫ້ເກີດມີ ອຸບັຕຕິເຫຕ ໃນເທສກາຣ ທີ່ສຳຄັນດັ່ງກ່າວ ແລະພ້ອມດຽວ ກັນນີ້ທາງກາຣ ກ່ຽວຂ້ອງກໍຍັງ ບໍ່ທັນໄດ້ຮັບ ຣາຍງານກ່ຽວ ກັບກາຣເກີດ ອຸບັຕຕິເຫຕ ຈາກເຂຕແຂວງ ອື່ນໆແຕ່ຢ່າງ ໃດເທື່ອໃນ ປັຈຈຸບັນນີ້.