ຫລວງນໍ້າທາ ປະສົບຄວາມແຫ້ງແລ້ງ

ແຂວງຫລວງນໍ້າທາ ປະສົບກັບບັນຫາ ຄວາມແຫ້ງແລ້ງ ສົ່ງຜົລກະທົບ ຕໍ່ຣະບົບ ຊົລປະທານ.
ຫວາດ ສີມູນ
2010.03.18

ໃນປັຈຈຸບັນນີ້ ແຂວງຫລວງນ້ຳທາ ກຳລັງປະສົບ ກັບບັນຫາ ຄວາມແຫ້ງແລ້ງ ເຖິງຂັ້ນພາຄສ່ວນ ຊົລປະທານ ພາຍໃນແຂວງ ບໍ່ສາມາດດຳເນີນ ວຽກງານໃຫ້ຄວາມ ຊ່ວຍເຫລືອແກ່ປະຊາຊົນ ຕາມເຂຕພື້ນທີ່ ກາຣຜລິຕຕ່າງໆ ຫລາຍເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ກ່າວວ່າ:

“ແຫ້ງແລ້ງ ບໍ່ມີນ້ຳ ແຕ່ກ່ອນເຮົາໃຊ້ ຊົລປະທານ ແບບເປັນຝາຍ ເປັນອ່າງເນາະ ໂຄງກາຣໃຫຍ່ໆ ຄືໂຄງກາຣ ນ້ຳທານີ້ ຜ່ານມາພວກເຮົາໃຊ້ ສະດວກດີ ແຕ່ວ່າດຽວນີ້ ຫັ້ນ ກໍບໍ່ຢາກທົ່ວເຖິງ ປານໃດເນາະ”.

ພ້ອມດຽວກັນນີ້ ຍານາງກໍວ່າ ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງຫ້ອງກາຣຂອງ ທ່ານໃຊ້ຈັກສູບ ນ້ຳຈາກນ້ຳທາ ແລະນ້ຳທົ່ງ ສຳຫລັບເຂຕພື້ນທີ່ ກາຣຜລິຕຂອງ ປະຊາຊົນ ແຕ່ກໍຍັງບໍ່ທົ່ວເຖິງ ກັນໃນທົ່ວໄປ ເພາະຍັງມີຫລາຍ ພື້ນທີ່ຍັງແຫ້ງແລ້ງ ຢູ່ຄືເກົ່າ ເປັນເວລານານ ກວ່າ 2 ເດືອນ ຜ່ານມານີ້ແລ້ວ.

ນອກຈາກນັ້ນທາງແຜນກ ກະສິກັມ ແລະປ່າໄມ້ ກໍກຳລັງລົງ ພື້ນທີ່ເພື່ອເກັບກຳ ຂໍ້ມູລດ້ານ ຄວາມເສັຽຫາຍຕ່າງໆ ຂອງປະຊາຊົນ ເພື່ອຈະໄດ້ນຳສເນີ ຂໍຄວາມຊ່ວຍ ເຫລືອຈາກ ທາງສູນກາງ ໃຫ້ເຣັ່ງຫາວິທີ ທາງແກ້ໄຂ:

“ເພາະວ່າດຽວນີ້ ພວກເຮົາກຳລັງ ສເນີເນາະ ສເນີທາງກົມ ຂໍເປັນງົບປະມານ ເພື່ອມາ (ຊື້) ຈັກສູບນ້ຳ ພວກເຮົາກໍໄດ້ ຕິດໜີ້ເນາະ ແລ້ວພວກເຮົາ ບໍ່ມີເງິນ ພວກເຮົາ ກໍໄປເອົາແລ້ວ ຂໍທາງສູນກາງ ເພິ່ນແກ້ໄຂງົປມານໃຫ້ ເພື່ອມາແກ້ໄຂ ບ່ອນທີ່ມັນຈຳເປັນ ເນາະ ທີ່ວ່າປະຊາຊົນ ໄດ້ທຳ (ເຮັດ) ກາຣຜລິຕໄປແລ້ວ ແລ້ວບໍ່ມີນ້ຳ ເຂົ້ານາ ພວກເຮົາ ກໍຕາຍຫລາຍ”.

ບັນຫາພັຍແລ້ງ ດັ່ງກ່າວ ເຊື່ອວ່າສືບເນື່ອງ ມາຈາກກາຣລຸດລົງ ຂອງຣະດັບນ້ຳ ໃນແມ່ນ້ຳຂອງ ແລະແມ່ນ້ຳ ສາຂາຕ່າງໆ ທີ່ຖືວ່າ ເປັນບັນຫາ ສຳຄັນທີ່ເກິດຂຶ້ນ ໃນປີນີ້ ແລະຄາດວ່າທາງ ຣັຖບາລ ອາຈຈະຕ້ອງໃຊ້ ງົປມານ ຢ່າງຫລວງຫລາຍ ເພື່ອແກ້ໄຂບັນຫາ ແຫ້ງແລ້ງດັ່ງ ກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.