ລາວຍັງເຂົ້າກວດກາເຂດ ກາຊີໂນຈີນບໍ່ໄດ້
2010.11.02
ກົດຟັງສຽງ
ເຈົ້າໜ້າທີ່ແຂວງ ບໍ່ແກ້ວ ວ່າ ພວກຕົນຍັງ ບໍ່ສາມາດເຂົ້າ ໄປກວດສອບ ເບິ່ງວິທີ ການບໍາບັດ ນໍ້າເສັຽຢູ່ໃນ ເຂດກາຊີໂນ ຂອງກຸ່ມ ດອກງີ້ວຄໍາ ໄດ້ເທື່ອ ເພາະວ່າຕ້ອງ ໄດ້ຂໍ ອະນຸຍາດ ຈາກຣັຖບານ ເສັຽກ່ອນ. ເປັນທີ່ເຊື່ອ ກັນວ່າ ປັດຈຸບັນນີ້ ເຂດເສຖກິດພິເສດ ບ່ອນທີ່ ຄາຊີໂນ ຕັ້ງຢູ່ນັ້ນ ຍັງບໍ່ທັນມີ ໂຮງງານກໍາຈັດ ນໍ້າໂສໂຄກ ເທື່ອ ຈື່ງເຮັດໃຫ້ ນໍ້າໂສໂຄກ ໄຫລລົງສູ່ ນໍ້າຂອງ ແລະໄຮ່ນາ ປະຊາຊົນ ທີ່ຢູ່ອອ້ມແອ້ມ ຄາຊີໂນ. ເຣື້ອງນີ້ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເວົ້າວ່າ:
"ລົງກໍລົງໄປ ຫານໍ້າຂອງ ຢ່າງດຽວ ບ່ອນທີ່ວ່າລົງ ນໍ້າຂອງ ລົງໄປມັນຈະເສັຽ ລົງໄປສູ່ນາ ຂອງປະຊາຊົນ ກໍມີ ໂຕນີ້ ແລະເຣົາກໍບໍ່ ສາມາດອ້າງອີງ ເຂົາຕັ້ງປ້ອມ ບໍາບັດ ເຂົາຢູ່ບ່ອນ ໃດຫັ້ນ ໂຕນີ້".
ທ່ານວ່າທາງ ຫ້ອງການ ສິ່ງແວດລ້ອມ ແລະ ຊັພຍາກອນນໍ້າ ປະຈໍາແຂວງ ໄດ້ພຍາຍາມ ຂໍອະນຸຍາດ ຈາກພາກສ່ວນ ກ່ຽວຂ້ອງໃນແຂວງບໍ່ແກ້ວ ແລະຜູ້ບໍຣິຫານ ຄາຊີໂນ ຂອງກຸ່ມດອກງີ້ວຄໍາ ເພື່ອຂໍເຂົ້າໄປເບິ່ງ ສະຖານທີ່ ກໍາຈັດນໍ້າໂສໂຄກ ແລະ ວິທີການຊໍາລະ ຂີ້ເຫຍື່ອ. ແຕ່ທາງກາຊີໂນ ກໍບໍ່ເຄີຽໃຫ້ ອະນຸຍາດ ເຂົ້າໄປເບິ່ງ. ທ່ານວ່າ ທາງຫ້ອງການ ສິ່ງແວດລ້ອມ ຍັງຈພະຍາຍາມ ຕື່ມອີກ:
"ໂຕນີ້ມັນກໍ ເຮົາຕ້ອງ ປະສານງານ ກັບທິມງານ ຂອງຣັຖບານ ທີ່ແຕ່ງຕັ້ງ ເອົາໄວ້ ກໍເຂົ້າໄປໄດ້ ຢູ່ຖ້າເຫດຜົນ ພຽງພໍ ເພາະເຮົາກໍຢາກ ຮູ້ຄືກັນວ່າ ໃຜເຂົາໄປ ລາຍງານວ່າ ມີນໍ້າເສັຽ".
ຫ້ອງການ ສິ່ງແວດລ້ອມ ມີຄວາມເປັນຫ່ວງ ວ່າ ນໍ້າໂສໂຄກ ຈາກເຂດ ເສຖກິດແຂວງບໍ່ແກ້ວ ຊື່ງມີເນື້ອທີ່ທັງໝົດ 800 ກ່ວາເຣັກຕາ ແລະ ປະກອບດ້ວຍ ອາຄານໂຮງກາຊີໂນ ໂຮງແຮມ 7 ຫລັງ ຕລາດ ຮ້ານຄ້າ ຕືກແຖວ ໃຫ້ເຊົ່າ ແລະຕືກອາຄານ ການກິລາ ແລະ ບັນເທິງຕ່າງໆຄົບ ວົງຈອນ ອັນມີຜູ້ຄົນ ອາໄສຢູ່ເປັນ ຈໍານວນມາກມາຍ ໄດ້ກໍາຈັດ ນໍ້າໂສໂຄກ ໂດຍວິທີໃດ ທີ່ຈະບໍ່ເຮັດ ໃຫ້ສິ່ງແວດລ້ອມ ເຊື່ອມເສັຽ.