ແຜນການສ້າງໂຮງງານ ເຜົາຂີ້ເຫຍື້ອ

ໂຄງການ ສ້າງໂຮງງານ ເຜົາຂີ້ເຫຍື້ອ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຊື່ງແມ່ນນັກລົງທືນ ໄທກັບຈີນ ກໍາລັງສ້າງ ເພື່ອຜລິດ ເປັນນໍ້າມັນ.
ສົມເນ
2010.10.29

ກົດຟັງສຽງ

ໂຮງງານເຜົາຂີ້ເຫຍື້ອ ເພື່ອຜລິດເປັນ ນໍ້າມັນນັ້ນ ອາດສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສຸຂອະນາໄມ ຂອງປະຊາຊົນ. ໂຄງການດັ່ງກ່າວ ຍັງບໍ່ທັນຜ່ານ ການປະເມີນຜົນ ກະທົບ ຕໍ່ສິ່ງແວດລ້ອມ ແລະບໍ່ມີທ່າທີ ວ່າຈະຜ່ານ ໄດ້ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ໄດ້ກ່າວ:

"ແຕ່ເຂົາວ່າ ສ້າງໂຮງງານແລ້ວແລ້ວ ເຂົາຈິທໍາການຜລິດ ແຕ່ວ່າ ຄັ້ນຖ້າວ່າບໍ່ເຮັດ ການປະເມີນຜົນ ກະທົບສິ່ງແວດລ້ອມ ອອກໄດ້ກໍຖືວ່າ ເຮົາສີ່ບໍ່ໃຫ້ ທໍາການຜລິດເທື່ອ ແຕ່ວ່າ ລາວເຂົາກໍາລັງ ຄົ້ນຄວ້າ ປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແຕ່ຖ້າເຂົາຂຽນ ບໍ່ໄດ້ ກໍຈະໄດ້ໂຈະເນາະ".

ວຽກງານສ້າງໂຮງງານ ເຜົາຂີ້ເຫຍື້ອເພື່ອຜລິດ ເປັນນໍ້າມັນແອດຊັງ ຄາດວ່າຈະສໍາເຣັດ ພາຍໃນທ້າຍປີ 2010 ນີ້. ຖ້າຫາກວ່າທາງການລາວ ພິຈາຣະນາ ໃຫ້ຜົນປະເມີນ ສິ່ງແວດລ້ອມຜ່ານໄດ້ ທາງໂຮງງານ ກໍຈະເລີ້ມເຜົາ ຂີ້ເຫຍື້ອ ແລະກໍອາດສະກັດກັ້ນ ອອກມາເປັນນໍ້າມັນ ໄດ້ໂລດ. ບັນຫາມີຢູ່ວ່າ ໃນຂະບວນການເຜົາ ແລະ ສະກັດກັ້ນເປັນ ນໍ້າມັນນັ້ນ ມັນຕ້ອງໃຊ້ສານເຄມີ ຊນິດທີ່ເປັນອັນຕຣາຍ ທີ່ສຸດຢ່າງນ້ອຍ 4 ຊນິດ ຊື່ງທາງການລາວ ກໍເປັນຫ່ວງນໍາ:

"ມັນຈະມີບັນຫາ ເຣື້ອງຜົນກະທົບ ພຍາດນີ້ແຫລະ ປະເພດເຣື້ອງມະເຣັງ ເຣື້ອງດິນເຊື່ອມໂຊມ ມົລພິດທາງອາກາດ".

ຕາມແຫ່ລງຂ່າວ ຈາກແຂວງບໍ່ແກ້ວວ່າ ໂຄງການດັ່ງກ່າວ ໄດ້ຮັບອະນຸຍາດ ຈາກແຂວງບໍ່ແກ້ວ ໂດຍມີກໍານົດ ສໍາປະທານເປັນເວລາ 20 ປີ, ຈະໃຊ້ຂີ້ເຫຍື່ອ ພາຍໃນແຂວງວັນລະ 50 ໂຕນ ນໍາມາເຜົາ ເພື່ອສະກັດກັ້ນ ເປັນນໍ້າມັນ. ບາງແຫ່ລງຂ່າວ ທີ່ເຊື່ອຖືໄດ້ກໍວ່າ ຈະນໍາເອົາຂີ້ເຫຍື່ອ ຈາກແຂວງຊຽງຮາຍ ມາເຜົາຢູ່ໃນໂຮງງານ ນີ້ຕື່ມ. ໂຄງການນີ້ມີຕົ້ນ ການລົງທືນປະມານ 2 ລ້ານ ໂດລາ ສະຫະຣັຖ, ແຕ່ເຈົ້າຂອງຜູ້ລົງທືນ ຍັງບໍ່ທັນໄດ້ຂຽນ ຮ່າງປະເມີນ ຜົນກະທົບ ຕໍ່ສິ່ງແວດລ້ອມເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.