ຊາວໂພນຕີ້ວ ຮຽກຮ້ອງ ດິນໃໝ່
2009.03.23
ການຂຸດຄົ້ນແຮ່ ທາດກົ່ວ ທີ່ໂພນຕີ້ວ ແຂວງຄຳມ່ວນ ສ້າງຄວາມເສັຽຫາຍ ໃຫ້ແກ່ ປະຊາຊົນ ເປັນອັນມາກ ສ່ວນໃຫຍ່ ກໍ່ແມ່ນສພາບ ຂອງດີນເຊື່ອມໂຊມ ແລະແມ່ນ້ຳ ລຳທານ ກໍ່ເສັຽຫາຍ ເພາະບໍຣິສັດ ທີ່ຂຸດຄົ້ນໃຊ້ ເຄື່ອງມືທີ່ບໍ່ ທັນສມັຍ ໃຊ້ສານເຄມີ ທີ່ເປັນພິດ ແລະ ຂາດການສຳຣວດ ໃຫ້ຄັກແນ່ກ່ອນ ຈະມີການ ຂຸດຄົ້ນ.
ປະຊາຊົນ ສ່ວນໃຫຍ່ ບໍ່ມີອາຊີບ ແລະຂາດທີ່ຢູ່ ອາສັຍ ເພາະພື້ນທີ່ ທີ່ພວກຂະເຈົ້າ ອາສັຍຢູ່ຄາວ ກ່ອນນັ້ນ ຕົກຢູ່ໃນ ບໍຣິເວນ ກັມມະສິດຂອງ ນັກລົງທືນ ໃນການຄົ້ນ ຄົ້ວແຮ່ທາດ. ຊາວບ້ານ ທ່ານນື່ງໃຫ້ ການວ່າ ປະຊາຊົນ ສ່ວນຫລາຍນັບແຕ່ ເດັກນ້ອຍໄປຫາ ຜູ້ໃຫຍ່ ໃນແຕ່ລະມື້ ໄດ້ພາກັນຊອກ ຫາກົ່ວຕາມຮ່ອງ ຫ້ວຍລຳທານ ເພື່ອນຳໄປຂາຍ ໃຫ້ແກ່ບໍຣິສັດ ແລະກໍ່ເປັນ ຫົນທາງດຽວ ໃນການ ທຳມາຫາກີນ ຂອງພວກຂະເຈົ້າ ບາງມື້ ກໍ່ໄດ້ກົ່ວ ບາງມື້ ກໍ່ບໍ່ໄດ້ ຖ້າກົ່ວຫມົດໄປ ຈະເຮັດຫຍັງ ກໍ່ບໍ່ ຮູ້ ຊີວີດຂອງພວກ ຂະເຈົ້າມີແຕ່ ຄວາມຍຸ້ງຍາກ ອາຊີບອື່ນ ກໍບໍ່ມີ. ເພື່ອອາຄົດ ທີ່ດີກວ່າ ປະຊາຊົນ ສ່ວນໃຫຍ່ກໍ່ໄດ້ ຮຽກຮ້ອງ ໃຫ້ຮັຖບານ ແລະບໍຣິສັດ ຜູ້ລົງທືນຈັດ ສັນທີ່ດີນແຫ່ງ ໃຫມ່ໃຫ້ເພື່ອການ ດຳຣົງຊີບຂອງ ພວກຂະເຈົ້າ. ການໃຫ້ ສັມປະທານ ຂຸດຄົ້ນແຮ່ທາດ ໃນລາວ ປະຊາຊົນລາວ ສ່ວນຫລາຍ ຈະບໍ່ໄດ້ຮັບ ຜລົປະໂຍດ ນຳ.