ລະເບີດຍັງບໍ່ແຕກ ໃນແຂວງຊຽງຂວາງ

ປະຊາຊົນ ໃນແຂວງຊຽງຂວາງ ຍັງປະເຊີນ ກັບບັນຫາ ລະເບີດ ທີ່ຍັງບໍ່ທັນແຕກຢູ່.
ໂພໄຊສວັດ
2010.11.02
F-bom-xiengkhuang ຕົວຢ່າງຂອງລະເບີດ ທີ່ຍັງບໍ່ແຕກ ໃນແຂວງຊຽງຂວາງ ຊື່ງຊາວບ້ານ ແລະເຈົ້າໜ້າທີ່ ຕ້ອງເກັບກູ້ ແລະທໍາລາຍຖີ້ມ
RFA

ກົດຟັງສຽງ

ຊາວບ້ານຍວນທອງ ເມືອງແປກ ແຂວງຊຽງຂວາງ ໄດ້ອອກມາ ຮຽກຮ້ອງ ໃຫ້ຣັຖບານ ແລະອົງການ ກ່ຽວຂ້ອງຕ່າງໆ ແກ້ໄຂກ່ຽວກັບ ລະເບີດ ທີ່ຍັງບໍ່ທັນແຕກ ເພາະຍັງສ້າງ ບັນຫາ ສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ຂອງ ພວກຂະເຈົ້າ ເລື້ອຍມາ. ໃນແຕ່ລະປີ ຊາວບ້ານ ຫລາຍຄົນໄດ້ ຮັບບາດເຈັບ ແລະ ບາງຄົນກໍໄດ້ຮັບ ເຄາະຮ້າຍ ຈົນເສັຍຊີວິດ ກໍມີ. ດັ່ງຊາວບ້ານຍວນທອງ ຜູ້ນຶ່ງເວົ້າວ່າ:

"ລະເບີດນີ້ເຮັດ ວິທີໃດຊິໝົດ ຕໍ່ໄປນີ້ ຕ້ອງມີຄວາມ ລະມັດລະວັງ ແລະ ໃຫ້ຂັ້ນເລິງ ນີ້ແກ້ໄຂລະເບີດ ທີ່ວ່າຄ້າງ ຢູ່ໃນດິນ ໃນນ້ຳໃຫ້ໝົດ ເພາະວ່າຢູ່ ໃນນຳໃນບົກ ຢູ່ໃນເຂດປ່າ ທີ່ວ່າບ່ອນ ທຳມາຫາກິນ ຍັງຫລາຍ ເປັນບອມບີ ຕິດນ້ຳນີນະກໍມີ".

ຊາວບ້ານຍວນທອງ ເວົ້າຕໍ່ໄປວ່າ ຊາວບ້ານສ່ວນຫລາຍ ເຮັດໄຮ່ເຮັດສວນ ຊຶ່ງພື້ນທີ່ດິນ ທີ່ໃຊ້ເປັນບ່ອນ ຫາລ້ຽງຊີບ ເປັນພື້ນທີ່ສ່ຽງ ທີ່ມີລູກລະເບີດ ບໍ່ທັນແຕກ ຫລົງເຫລືອຢູ່ ຍ້ອນວ່າເປັນເຂດ ພູຜາປ່າໄມ້ ແລະແມ່ນແຕ່ ໃນແມ່ນ້ຳ ລຳທານ ກໍຍັງມີ. ໃນເວລາດຽວກັນ ຊາວບ້ານຍວນທອງ ເມືອງແປກ ແຂວງຊຽງຂວາງ ນາງນຶ່ງ ກໍໄດ້ເວົ້າເຖິງ ອັນຕະລາຍ ຂອງລູກລະເບີດ ບໍ່ທັນແຕກ ຕໍ່ຊີວິດ ການເປັນຢູ່ ຂອງຄອບຄົວ ນາງວ່າ:

"ຊິຄຽດແຄ້ນ ຫລາຍຊັງພວກ ທີ່ເພິ່ນມາຖິ້ມ ລະເບີດ ຢູ່ເມືອງເຮົາ ແລະ ມີຄວາມຝາກຝັງ ໃຫ້ພີ່ນ້ອງ ຊາວບ້ານຊາວເມືອງ ໄດ້ຟັງ ມັນມີອັນຕະລາຍ ຫລາຍລະເບີດນີ້ ຄວນລະມັດລະວັງ ຢ່າໄປແຕະຕ້ອງ ສິ່ງທີ່ເຮົາເຫັນ ທີ່ເຮົາບໍ່ເຫັນ ແລະບໍ່ຮູ້".

ແຂວງຊຽງຂວາງ ເປັນແຂວງ ທີ່ໄດ້ຮັບຜົນ ກະທົບ ຈາກລູກລະເບີດ ທີ່ບໍ່ທັນແຕກ ຫລາຍທີ່ສຸດ ໃນສປປລາວ ໂດຍສະເພາະ ແມ່ນລະເບີດລູກຫວ່ານ ຫລືບອມບີ. ສະເພາະໃນປີ 2009 ຜ່ານມາ ມີຜູ້ເສັຍ ຊີວິດ ຈາກລະເບີດ ທີ່ແຕກໃສ່ 2 ຄົນ ແລະ ໄດ້ຮັບບາດເຈັບ 18 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.