ຜູ້ເຄາະຮ້າຍຈາກລະເບີດ ຕົກຄ້າງແຕກໃສ່

ຈໍານວນ ຜູ້ທີ່ໄດ້ ຮັບເຄາະຮ້າຍ ຈາກລະເບີດ ທີ່ຕົກຄ້າງ ໄດ້ແຕກໃສ່ ຫລັງຈາກ ສົງຄາມ ສິ້ນສູດລົງ 40 ປີ ບໍ່ໄດ້ຫລຸດ ຜ່ອນລົງເລີຍ.
ໂພໄຊສວັດ
2010.11.09

ກົດຟັງສຽງ

ເມືອງຜາໄຊ ແຂວງຊຽງຂວາງ ເປັນພື້ນທີ່ ບ່ອນນຶ່ງ ໃນລາວ ທີ່ໄດ້ຮັບ ຜົນກະທົບ ຮ້າຍແຮງ ຈາກລະເບີດ ລູກຫວ່ານ ບອມບີ ທີ່ຍັງເຫລືອ ແຕ່ປາງສົງຄາມ ວຽດນາມ. ລະເບີດ ທີ່ບໍ່ທັນແຕກ ຈະພົບເຫັນຢູ່ ຕາມທົ່ງໄຮ່ ທົ່ງນາ, ຮົ້ວສວນ, ຕາມເດີ່ນໂຮງຮຽນ, ຕາມເຈີ້ຍພູ, ຕາມແມ່ນ້ຳ ລຳຄອງ, ຕາມຂ້າງຖນົນ ຫົນທາງ ແລະ ແມ່ນແຕ່ຕາມ ກາງເມືອງ ພາຍໃນແຂວງ ຕ່າງໆກໍມີ. ດຣບົວວັນ ຍຸທຈັກ ຈາກ ໂຮງໝໍບ້ານ ນ້ຳລອງ ເມືອງທ່າໂທມ ເວົ້າວ່າ:

"ດຣ. ບົວວັນ ຍຸທຈັກ ຮັບຜິດຊອບ ເຣື້ອງຄົນເຈັບ ຫລັງຖືກລະເບີດ, ແຕ່ປີ 1996, ມີ 518 ຄົນ. 5 ຮ້ອຍກວ່າຄົນ, ມີຢູ່ຕລອດ, ເທື່ອສຸດທ້າຍ ດຽວນີ້ ກຳລັງນອນ ໂຮງໝໍ ມື້ຊືນນີ້ກໍມີ ເຈົ້າໆຍັງມີ ຫລາຍຢູ່ ຈາກເມືອງທ່າໂທມ".

ລາວ ເປັນປະເທດ ທີ່ໄດ້ຮັບ ຜົນກະທົບ ທີ່ສຸດ ໃນໂລກ ປະເທດນຶ່ງ ຈາກລະເບີດ ທີ່ບໍ່ທັນແຕກ. ພື້ນທີ່ 25 ສ່ວນຮ້ອຍ ຂອງຈຳນວນ 10,000 ໝູ່ບ້ານ ຂອງປະເທດ ໄດ້ຮັບຜົນ ກະທົບ. ເຈົ້າໜ້າທີ່ ຮັບຜິດຊອບ ເກັບກູ້ລະເບີດ ຈາກສນາມ ເກັບກູ້ລະເບີດ ບ້ານນາສົມ, ເມືອງຜາໄຊ, ແຂວງຊຽງຂວາງ ໄດ້ອະທິບາຍ ກ່ຽວກັບການ ເກັບກູ້ລະເບີດ ວ່າ:

"ຊື່ບົວລິນ ສະອິນປັນ ເປັນຫົວໜ້າທີມ ເກັບກູ້ລະເບີດ ຍາກທີ່ສູດ ແມ່ນຄວາມ ອັນຕະລາຍ ໜ້າວຽກນີ້ ແຕ່ເຮົາ ກໍເຮັດດ້ວຍ ຄວາມລະມັດ ລະວັງ ເຣື້ອງຢ້ານ ກໍຢ້ານຢູ່ ແຕ່ເຮົາກໍ ເຮັດຕາມຫລັກການ".

ເຈົ້າໜ້າທີ່ ເວົ້າວ່າ ອາດຈະໃຊ້ ເວລາດົນນານ ກ່ອນທີ່ຈະ ສາມາດຫລຸດຜ່ອນ ອັນຕະລາຍ ຈາກລະເບີດ ລູກຫວ່ານບອມບີ ທີ່ຍັງບໍ່ທັນແຕກ ນີ້ລົງໄດ້ ແລະຜູ້ທີ່ໄດ້ ຮັບເຄາະຮ້າຍ ກໍຄົງຈະ ຍັງມີຕໍ່ໄປ ເລື້ອຍໆ, ດັ່ງທີ່ ດຣ ບົວວັນ ໄດ້ເວົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.