ກິ່ນເໝັນ ຈາກ ໂຮງງານ ຢາສູບ
2009.03.26
ປັດຈຸບັນ ເຈົ້າໜ້າທີ່ຫ້ອງ ການສິ່ງແວດລ້ອມ ແຂວງສວັນນະເຂດ ກຳລັງລໍຖ້າຢູ່ ວ່າປະຊາຊົນ ຈະຍື່ນຄຳ ຮຽກຮ້ອງ ຂື້ນມາປະທ້ວງ ກ່ຽວກັບກິ່ນເໝັນ ຈາກໂຮງງານຢາ ສູບນັ້ນອີກ ຫລືບໍ່ດັ່ງ ທ່ານໄດ້ຊີ້ແຈງ ຕອນນຶ່ງວ່າ:
ອັນນີ້ກໍລໍ ຖ້າໂງເບິ່ງ ປະຊາຊົນ ມີປະຕິກິຣິຍາ ຂື້ນດ້ວຍຕົວເຂົາ ເອງຫລືບໍ່ ຖ້າເຂົາຫາກ ວ່າທົນບໍ່ໄດ້ ເຂົາມັກຂຽນ ຄຳຮ້ອງ ເຂົ້າຟ້ອງອີກ ກໍໄດ້ເລິ້ມ ເຮັດອີກ.
ເຖິງຢ່າງໃດ ກໍດີ ຊາວບ້ານບາງຄົນ ພັດຄິດວ່າ ປັດຈຸບັນ ກິ່ນເໝັນຈາກ ໂຮງງານຢາສູບ ກໍຄ່ອຍຫລຸດ ຜ່ອນລົງຫລາຍແລ້ວ ດັ່ງ ຊາວບ້ານ ຜູ້ນຶ່ງເວົ້າວ່າ:
ດຽວນີ້ບໍ່ມີ ກິ່ນແລ້ວ ເພາະສະພາບ ແວດລ້ອມລົງ ໄປກວດທຸກຄັ້ງ ດຽວນີ້ ບໍ່ໄດ້ກິ່ນ ແລ້ວດີກວ່າ ເພິ້ນລົງກວດ ຖືວ່າດີ ກວ່າແຕ່ກ່ອນ.
ເຈົ້າໜ້າທີ່ຫ້ອງ ການສິ່ງແວດລ້ອມ ອະທິບາຍວ່າ ປັດຈຸບັນ ປະຊາຊົນ ຍັງໄດ້ຮັບ ກິ່ນເໝັນຈາກ ໂຮງງານຢາສູບ ຢູ່ໃນຍາມ ກາງຄືນເທົ່ານັ້ນ ຊຶ່ງເປັນເວລາ ທີ່ຄົນງານ ຂົນເອົາໃບຢາ ຈາກໂຮງບົ່ມຢາ ມາປ້ອນໂຮງງານ. ແຕ່ປະຊາຊົນ ຫລາຍໆຄົນ ເຂົ້າໃຈວ່າ ຖໍ່ປ່ອຍຄວັນ ອອກຈາກໂຮງງານ ບໍ່ສູງເທົ່າ ທີ່ຄວນ ຍັງຕ່ຳເກີນໄປ ຍັງສົ່ງກິ່ນ ເໝັນໄປທົ່ວບ້ານ ທົ່ວເມືອງ ຢູ່ຄືເກົ່າ.
ເມື່ອປະມານ ປີນຶ່ງສອງປີ ທີ່ຜ່ານມາ ຊາວບ້ານທີ່ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ສະແດງ ຄວາມບໍ່ພໍໃຈ ທີ່ໂຮງງານ ຢາສູບ ໄດ້ສົ່ງກິ່ນເໝັນ ຈົນທົນບໍ່ໄດ້ ແລະຈົນມີຜົລ ສະທ້ອນຕໍ່ ສຸກຂະພາບ. ພວກເຂົາໄດ້ ຂໍໃຫ້ທາງການ ແກ້ໄຂບັນຫາ ໂດຍດ່ວນ ແລະຕໍ່ມາ ທາງໂຮງງານ ກໍຕົກລົງຍ້າຍ ບ່ອນບົ່ມໃບຢາ ອອກຈາກໂຮງງານ ໄປຕັ້ງຢູ່ໃນ ເຂດນອກເມືອງ ໄກຈາກບ່ອນ ຢູ່ອາໃສ ຂອງປະຊາຊົນ.