ນ້ຳເໜົ່າອາກາດເປື້ອນ

ແຂວງສວັນນະເຂດ ປະສົບກັບບັນຫາ ອາກາດເປື້ອນທີ່ ເກີດຈາກນ້ຳເສັຽ ຊື່ງເປັນອັນຕລາຍ ຕໍ່ຊີວິດຂອງ ປະຊາຊົນ ແລະສັຕນ້ຳ
ຈະເຣີນສຸກ
2009.03.26

ພາຍຫລັງທີ່ມີ ການແກ້ໄຂ ເລື້ອງໂຮງງານ ຢາສູບທີ່ ສົ່ງກິ່ນເໝັນ ໃນແຂວງ ສວັນນະເຂດ ແລ້ວນັ້ນ ປັຈຈຸບັນ ປະຊາຊົນ ໃນເມືອງໄກສອນ ກຳລັງປະສົບ ກັບບັນຫາ ອາກາດເປື້ອນ ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງ ສວັນນະເຂດ ກ່າວວ່າ:

ປັຈຈຸບັນນີ້ ບັນຫາມີພຽງ ແຕ່ສະສາງ ບັນດານ້ຳເປື້ອນ ຕົກຄ້າງທີ່ແກ້ ໄຂບໍ່ໄດ້ຕາມ ຄູຄອງຕ່າງໆ ຕາມຕົວເມືອງ ຫັ້ນແຫລະ ເພາະມັນ ກໍ່ສົ່ງກິ່ນເໝັນໄດ໊ ຕົກຣະດູ ຕອນນີ້ແລ້ວ ຫັ້ນນ໋າ ທີ່ເປັນ ບັນຫາຢູ່.

ທ່ານກ່າວຕື່ມວ່າ ເມື່ອເວລາ ຝົນຕົກນັ້ນ ນ້ຳເໜົ່າຕ່າງໆ ກໍ່ຈະໄຫລ ລົງໄປ ຖໍ່ໃຫຍ່ແຕ່ວ່າ ໃນຊ່ວງນີ້ຝົນ ບໍ່ຕົກເຮັດໃຫ້ ບໍ່ໄຫລໄປ ຕາມກະແສນ້ຳ ແລະນ້ຳເໜົ່າ ທີ່ຂັງຢູ່ຖໍ່ ກໍ່ລົ້ນອອກມາ ແລະໄຫລໄປຕາມ ບ້ານເຮືອນຕ່າງໆ ຊຶ່ງສົ່ງກິ່ນ ເໝັນອອກມາ ດັ່ງນັ້ນເຈົ້າໜ້າ ທີ່ກ່ຽວຂ້ອງ ພາກັນຫາທາງ ແກ້ໄຂໂດຍ ການລ່ວງຖໍ່ ຫລືທຳຄວາມ ສອາດຮ່ອງເພື່ອ ໃຫ້ນ້ຳທີ່ຂັງ ໄຫລໄປຕາມ ກະແສ ນອກຈາກບັນຫາ ນ້ຳເໜົ່າຂັງທີ່ ສົ່ງກິ່ນເໝັນ ແລະເຮັດໃຫ້ ອາກາດເປື້ອນ ແລ້ວນັ້ນ ຂີ້ເຫຍື້ອກໍເປັນ ບັນຫານຶ່ງທີ່ ທາງເຈົ້າໜ້າທີ່ ກຳລັງຫາ ທາງກຳຈັດຢູ່:

ອັນທີສອງກໍ່ ແມ່ນເລື້ອງຂອງ ຂີ້ເຫຍື້ອ ລົມກັບຫລາຍ ພາກສ່ວນ ວ່າຊີເຮັດ ແນວໃດ ຍັງເປັນບັນຫາ ນີ້ແຫລະ ກ່ຽວກັບດ້ານສິ່ງ ແວດລ້ອມທີ່ວ່າ ກຳລັງເຮັດຢູ່. 

ສ່ວນເລື້ອງອາກາດ ເປື້ອນຈາກກິ່ນເໝັນ ນັ້ນນອກຈາກ ຈະສ້າງຄວາມ ລຳຄານ ໃຫ້ແກ່ຊຸມຊົນ ທີ່ພັກ ອາສັຍແລ້ວນັ້ນ ຍັງມີສາຣເໜົ່າ ເປື່ອຍປະປົນ ທີ່ເປັນ ອັນຕລາຍ ຕໍ່ການດຳຣົງ ຊີວິດ ຂອງຜູ້ຄົນ ແລະສັຕນ້ຳ ພ້ອມກັບສົ່ງ ຜົລເສັຍໃຫ້ ແກ່ການ ໃຊ້ແຫລ່ງນ້ຳ   ໃນຊີວິດ ປະຈຳວັນ ນ້ຳເໜົ່າດັ່ງກ່າວ ຍັງເປັນບ່ອນແຜ່ ເຊື້ອໂຣກຕ່າງໆ ເຊັ່ນກັນດັ່ງນັ້ນ ທາງໜ່ວຍງານທີ່ ກ່ຽວຂ້ອງຈຶ່ງຈຳ ເປັນຕ້ອງແກ້ໄຂ ບັນຫານີ້ ຢ່າງຮີບດ່ວນ ເພື່ອສຸຂອານາມັຍ ຂອງປະຊາຊົນ ໃນທ້ອງຖິ່ນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.