ບັນຫານໍ້າຂຸ່ນ ໃນເຊກະໝານ

ຊາວບ້ານ ທີ່ອາສັຍຢູ່ ຕາມແຄມນໍ້າ ເຊກະໝານ ປະສົບກັບ ບັນຫານໍ້າຂຸ່ນ ໂດຍມີສາເຫດ ມາຈາກ ການສ້າງເຂື່ອນ ໄຟຟ້າ.
ມະນີຈັນ
2010.06.17

ປະຊາຊົນ ທີ່ອາສັຍ ຢູ່ແຄມນໍ້າ ເຊກະໝານ ໃນແຂວງອັຕຕະປື ແລະສ່ວນນຶ່ງຂອງ ນໍ້າເຊກອງ ໃນເຂດພາກໃຕ້ ຂອງລາວ ປະສົບກັບ ບັນຫານໍ້າຂຸ່ນ ຊຶ່ງສົ່ງຜົລກະທົບ ໂດຍກົງໃສ່ ນໍ້າທີ່ນໍາມາ ໃຊ້ໃນຊີວິດ ປະຈໍາວັນ ຊຶ່ງເປັນສາເຫດ ທີ່ເກີດມາຈາກ ການສ້າງເຂື່ອນໄຟຟ້າ. ຕາມຄໍາເວົ້າຂອງ ດຣ. ຄໍາພັນ ພົມມະທາ ເຈົ້າແຂວງເຊກອງ:

"ອັນນີ້ກໍຢາກ ແຈ້ງຕື່ມເລີຍວ່າ ອັນນໍ້າຂຸ່ນນີ້ ມັນກໍເປັນຜົລຈາກ ໂຄງການຕ່າງໆ ຕົ້ນຕໍພວກເຮົາ ໄປກວດເບິ່ງ ໃນເຂດບ້ານ ມັນມີບັນດາ ໂຄງການແນວນີ້ ໂຄງການ ສ້າງເຂື່ອນໄຟຟ້າ ຢູ່ເມືອງດັກຈຶ້ງ ແນ່ນອນວ່າ ເວລາສ້າງ ມັນກໍມີ ນໍ້າຂຸ່ນແນ່ ເພາະວ່າໄປຂຸດ ໄປຄົ້ນດິນ ມັນກໍເຮັດ ໃຫ້ນໍ້າມັນຂຸ່ນ".

ດຣ. ຄໍາພັນ ກ່າວຕື່ມວ່າ ການສ້າງເຂື່ອນນັ້ນ ຈໍາເປັນຕ້ອງໄດ້ ເຈາະແລະຂຸດດິນ ແລະ ເມື່ອບໍ່ມີວິທີ ປ້ອງກັນ ເສດດິນ ກໍຕົກລົງໃສ່ນໍ້າ ເຮັດໃຫ້ນໍ້າຂຸ່ນ. ພ້ອມດຽວກັນ ກໍຍັງມີການ ກໍ່ສ້າງຖນົນ. ໃນບາງຈຸດ ຣັຖບານໄດ້ ອະນຸຍາດ ໃຫ້ຂຸດຄົ້ນຄໍາ ຢູ່ຕາມລໍານໍ້າ ແລະ ໃນປັຈຈຸບັນ ມີຝົນຕົກຫລາຍ ເຮັດໃຫ້ດິນທີ່ຂຸດ ຈາກການກໍ່ສ້າງ ໃຫລລົງສູ່ລໍານໍ້າ ທີ່ຊາວບ້ານໃຊ້ ໃນແຕ່ລະວັນ. 

ຢ່າງໃດກໍຕາມ ເພື່ອຊ່ວຍ ໃຫ້ປະຊາຊົນ ມີນໍ້າສອາດໃຊ້ ທາງແຂວງ ໄດ້ມີມາຕການ ໃຫ້ທາງບໍຣິສັດ ກໍ່ສ້າງ ເຈາະນໍ້າບາດານ ແຕ່ກໍຍັງບໍ່ ສາມາດເຮັດໄດ້ເທື່ອ ເນື່ອງຈາກຂາດ ງົບປະມານ. ດຣ. ຄໍາພັນ ກ່າວຕໍ່ໄປວ່າ:

"ພວກເຮົາເວລາ ເຮັດໂຄງການ ໃຫຍ່ໆຫັ້ນ ກໍໄດ້ມີມາຕການ ວ່າໃນເວລາ ການດໍາເນີນ ການກໍ່ສ້າງເຂື່ອນ ກໍຈະມີການເຈາະ ນໍ້າບາດານມາໃຊ້ ສໍາລັບ ປະຊາຊົນ ທີ່ຢູ່ສອງຝັ່ງນໍ້າ ໄດ້ໃຊ້ນໍ້າສະອາດ ມາຮອດມື້ນີ້ ກໍບໍ່ທັນໄດ້ເຮັດ ແນວນີ້ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ໃຫ້ເຂົ້າມາເບິ່ງ".

ເພື່ອແກ້ໄຂບັນຫາ ທາງແຂວງອັຕຕປື ກໍໄດ້ຣະດົມ ໃຫ້ປະຊາຊົນ ຂຸດບໍ່ນໍ້າຢູ່ ຕາມແຄມຝັ່ງ ເພື່ອຈະມີນໍ້າ ທີ່ສະອາດໃຫ້ ປະຊາຊົນໄດ້ໃຊ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.