ເຂື່ອນນໍ້າເທີນ 2 ກາຍເປັນນໍ້າເປື້ອນ
2010.10.15
ກົດຟັງສຽງ
ປັດຈຸບັນນີ້ ນ້ຳໃນເຊບັ້ງໄຟ ເປິເປື້ອນ ຊຶ່ງສ່ວນນຶ່ງທີ່ເກີດຈາກ ຕົ້ນໄມ້ ແລະໃບໄມ້ເນົ່າ ຢູ່ໃນໜ້າເຂື່ອນ ໄຟຟ້ານ້ຳເທີນ 2 ເຮັດໃຫ້ຊາວບ້ານ ທີ່ອາບນ້ຳ ແລະໃຊ້ນ້ຳນັ້ນ ເກີດຕຸ່ມຕາມຕົນຕົວ. ຕາມຄໍາເວົ້າຂອງ ປະຊາຊົນ. ສ່ວນເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງຄຳມ່ວນ ເວົ້າວ່າ ນ້ຳທີ່ສົ່ງກິ່ນເໝັນ ນັ້ນ ມາຈາກສາເຫດ ເຂົ້າໃນນາ ຂອງປະຊາຊົນເໜົ່າ ຍ້ອນຖືກນ້ຳຖ້ວມ ໃນຕົ້ນເດືອນ ຕຸລາ:
"ບໍ່ແມ່ນມາຈາກ ໂຄງການນ້ຳເທີນ 2 ບໍ່ແມ່ນນ້ຳເສັຍ ນ້ຳມັນຖ້ວມ ເຂດເຊບັ້ງໄຟ ນ້ຳຖ້ວມຍ້ອນວ່າ ຝົນຕົກຢູ່ບົວລະພາ ຢູ່ເໜືອມັນຕົກ 4ມື້ 4 ຄືນ. ນ້ຳມັນເໝັນຍ້ອນວ່າ ເຂົ້ານາຂອງປະຊາຊົນ ຈຳນວນນຶ່ງ ກຳລັງຖອກ ຈຳນວນນຶ່ງ ກໍເປັນໝາກແລ້ວ ມັນແຊ່ນ້ຳ ມັນເໝັນ".
ທ່ານເວົ້າຕໍ່ໄປວ່າ ຝົນຕົກ 4 ວັນທີ່ວ່ານັ້ນ ໄດ້ເລີ້ມຕັ້ງແແຕ່ ວັນທີ 1 ຕຸລາ ຢູ່ເມືອງ ບົວຣະພາ ແຂວງຄຳມ່ວນ ທີ່ຕິດກັບຊາຍແດນ ວຽດນາມ ຍ້ອນມີຝົນ ຕົກໜັກ ເຮັດໃຫ້ນ້ຳຖ້ວມເຖິງ 1 ແມັດ ແລະ ເຂົ້ານາເສັຍຫາຍ.
ເວົ້າເຖິງເຂົ້ານາ ເສັຍຫາຍ ເຈົ້າໜ້າທີ່ດ້ານ ສິ່ງແວດລ້ອມ ແຂວງ ຄຳມ່ວນ ເວົ້າວ່າ ມາຮອດປັດຈຸບັນນີ້ ທາງອຳນາດການ ປົກຄອງເມືອງ ບົວຣະພາ ກໍຍັງ ບໍ່ສາມາດຮູ້ໄດ້ວ່າ ມີຈຳນວນເທົ່າໃດ ກັນແທ້ ຍ້ອນວ່າ ນ້ຳກຳລັງລົດລົງ ຊຶ່ງຂນະນີ້ ພາກສ່ວນທີ່ກ່ຽວຂ້ອງ ກຳລັງເກັບກຳຂໍ້ມູນ ຄືນໃໝ່ວ່າ ເນື້ອທີ່ນາ ຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍ ເທົ່າໃດກັນແທ້. ທາງເມືອງ ບົວຣະພາວ່າ ຈະໃຫ້ຄວາມຊ່ວຍເຫລືອ ແກ່ປະຊາຊົນ ຜູ້ທີ່ໄດ້ ຮັບຜົນກະທົບ ຈາກນ້ຳຖວ້ມນັ້ນ.