ຊີວິດຂອງຊາວບ້ານ ທີ່ຢູ່ໃກ້ລະເບີດ
2010.11.09
ກົດຟັງສຽງ
ທ້າວຄຳສີ ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກລະເບີດ ບໍ່ທັນແຕກ ແລະໄດ້ໃຊ້ ຊີວິດ ຢູ່ຢ່າງຢ້ານກົວ ຕລອດມາ ຍ້ອນວ່າເຮືອນ ແລະໄຮ່ນາ ຮົ້ວສວນ ຂອງລາວ ກໍຢູ່ຖ້າມກາງ ລະເບີດ ບໍ່ທັນແຕກ, ລາວເວົ້າວ່າ:
"ຊື່ຄຳສີ ບ້ານລາແຊນ, ເມືອງຜາໄຊ, ແຂວງຊຽງຂວາງ ກໍຢ້ານຢູ່ ແຕ່ມີສຕິເອົາ ລູກເຕົ້າ ໄປໂຮງຮຽນ ຄູອາຈານ ກໍບອກສອນ ແລະ ມາເຮືອນ ພໍ່ແມ່ ກໍແນະນຳ ໃຫ້ອີກວ່າ ບໍ່ໃຫ້ຫລິ້ນ ເປັນເຫລັກເສດ ເປັນນັ້ນ ບໍ່ໃຫ້ຈັບບາຍ ໃຫ້ຫລິ້ນ".
ທ້າວຄຳສີ ເວົ້າອີກວ່າ ຊາວບ້ານ ສ່ວນໃຫຍ່ກໍ ຢູ່ຢ່າງ ຢ້ານກົວ ຕລອດມາ. ຫາກຈະໂຍກຍ້າຍ ກໍບໍ່ຮູ້ຈະ ໄປຢູ່ໃສ ເພາະໄຮ່ນາ ຮົ້ວສວນ ກໍຢູ່ບ້ານນີ້, ແຕ່ກໍບໍ່ ໜ້າເຊື່ອ ເພາະເຮືອນຊານ ໄຮ່ນາຂອງລາວ ກໍມີລະເບີດ ບໍ່ທັນແຕກ ຢັງຢາຍ ເຕັມໄປໝົດ, ບາງບ່ອນ ກໍມີການ ເກັບກູ້ ແລະຫລາຍບ່ອນ ກໍຍັງມີເຄື່ອງ ໝາຍການ ພົບພໍ້ລະເບີດ ຢູ່. ຊາວບ້ານ ອີກຜູ້ນຶ່ງ ທີ່ຢູ່ບ້ານ ໃກ້ຄຽງກັນ ເລົ່າສູ່ຜູ້ສື່ຂ່າວ ເອເຊັຍເສຣີ ຟັງວ່າ:
"ຊື່ຊຽງດອນ ຢູ່ບ້ານນາສົມ, ເມືອງຜາໄຊ, ແຂວງຊຽງຂວາງ ມີລະເບີດ ຫຼາຍເຂົາເອີ້ນວ່າ ປູກລະດົມ ຊາວບ້ານ ເພື່ອໃຫ້ລະວັງ ມີສຕິ ຢູ່ສເມີ ກໍຫາກຢ້ານຢູ່ ເປັນສ່ວນໃຫຍ່ ທາງໂຄງການ ເພິ່ນຫັ້ນມາ ສຶກສາ ມວນຊົນ ເພື່ອໃຫ້ຮູ້ ກ່ຽວກັບ ລະເບີດ ອັນຕະລາຍນີ້".
ທາງການລາວ ແລະ ອົງການ ຊ່ວຍເຫລືອສາກົນ ໄດ້ທຳການ ເກັບກູ້ ລະເບີດ ທີ່ບໍ່ທົນແຕກ ມານັບແຕ່ ສົງຄາມວຽດນາມ ໄດ້ຍຸຕິລົງ ບໍ່ຫລາຍປີ ແຕ່ການ ດຳເນີນງານ ກໍເປັນໄປຢ່າງ ຊັກຊ້າ ແລະ ຍາກລຳບາກ ເພາະວຽກງານ ດັ່ງກ່າວ ເຕັມໄປດ້ວຍ ອັນຕະລາຍ ຢ່າງຫລວງຫລາຍ.