ດິນເຈື່ອນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບຸຣີ
2010.07.23
ເຫຕກາຣ ທີ່ມີດິນ ເຈື່ອນຖລົມ ໃນເຂຕ ເມືອງຊຽງຮ່ອນ ແຂວງ ໄຊຍຸບຸຣີ ຍ້ອນຝົນຕົກ ໜັກ ໃນຄືນວັນ ທີ່ 22 ກໍຣະກະດາ ນີ້ນັ້ນ ໄດ້ເຮັດໃຫ້ ຊາວ ກະເສຕກອນ ເສັຽຊີວີຕ 1 ຄົນ ແລະ ຍັງຫາຍ ສາບສູນຢູ່ 2 ຄົນ ພ້ອມກັບໄດ້ ສ້າງຄວາມ ເສັຽຫາຍ ຕາມພື້ນທີ່ ທຳມາຫາກິນ ຫລາຍເຮັກຕ໊າຣ໌ ນຳດ້ວຍ ຕລອດຮອດ ສັຕລ້ຽງ ຂອງ ປະຊາຊົນ ຕາມບໍຣິເວນ ອ້ອມແອ້ມນັ້ນໆ ຊຶ່ງ ປັຈຈຸບັນນີ້ ທາງກາຣແຂວງ ກໍກຳລັງ ກວດກາຫາ ຣາຍລະອຽດ ທີ່ເກິດຂຶ້ນ ເພື່ອຫາວິທີ ທາງໃຫ້ຄວາມ ຊ່ວຍເຫລືອ ແກ່ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ດັ່ງ ທ່ານຄຳສຸກ ທໍ ຮອງເຈົ້າແຂວງ ໄຊຍະບຸຣີ ໄດ້ກ່າວວ່າ:
“ຫາຍສາບສູນ ໄປ 3 ຄົນ ດຽວນີ້ ຊອກໄດ້ ແຕ່ຜູ້ດຽວ ເສັຽຊີວີຕ ແລ້ວ ຜູ້ຊອກໄດ້ ບາດເຈັບບໍ່ມີ ທັ້ງເນື້ອທີ່ນາ ກໍມີຫລາຍ ເຮັກຕ໊າຣ໌ ມີວັຕ ຊັພສົມບັຕ ຂອງ ປະຊາຊົນ ຈຳນວນໜຶ່ງ”.
ພ້ອມດຽວ ກັນນີ້ ທ່ານກໍວ່າ ເຫຕກາຣ ດັ່ງກ່າວ ເກິດຂຶ້ນ ໃນຕອນທ່ຽງຄືນ ຂອງມື້ ວັນພຣະຫັດ ຜ່ານມານີ້ ໃນຂນະທີ່ ຊາວ ກະສິກອນ ນອນຫລັບ ພັກຜ່ອນ ເພື່ອ ຈະເຣີ່ມ ໄຖນາ ໃນມື້ໃໝ່ ແຕ່ດ້ວຍສາເຫຕ ທີ່ເຂຕ ໃຮ່ນານັ້ນ ຢູ່ຕາມຮ່ອມພູ ແລ້ວມີນ້ຳ ໄຫລມາຕາມ ຫ້ວຍຮ່ອງ ຢ່າງກະທັນຫັນ ຈຶ່ງບໍ່ສາມາດ ຫລົບໜີທັນ ແລະໃນ ປັຈຈຸບັນນີ້ ທາງກາຣແຂວງ ກໍກຳລັງ ຫາວິທີທາງ ໃຫ້ຄວາມ ຊ່ວຍເຫລືອ ເຂົາເຈົ້າ:
“ດຽວນີ້ທາງ ແຂວງ ເຣົາກໍມີ ແຜນກາຣແລ້ວ ວ່າຈະໄປ ກອບກູ້ ແລະ ຊ່ວຍປະຊາຊົນ ເພາະວ່າ ຣາຍລະອຽດ ຄນະກັມມະກາຣ ກວດກາ ຍັງບໍ່ທັນ ແຈ້ງໃຫ້ ຊາບເທື່ອ”.
ທ່ານໄດ້ກ່າວ ເນັ້ນວ່າ ທາງກາຣແຂວງ ກຳລັງ ປະສານງານ ກັບທາງ ອົງກາຣອື່ນໆ ເພື່ອຮັບຄວາມ ຊ່ວຍເຫລືອ ແລະ ສົມທົບເຂົ້າ ກັບທາງກາຣ ເມືອງຊຽງຮ່ອນ ໂດຽສະເພາະ ກໍແມ່ນຊອກຫາ ຜູ້ທີ່ຍັງ ຫາຍສາບສູນ ພ້ອມກັບ ປະເມີນຄວາມ ເສັຽຫາຍ ຈາກພັຍ ທັມມະຊາຕ ໃນຄັ້ງນີ້.