ນໍ້າລົ້ນຈາກແມ່ນໍ້າມູນ ຈະກະທົບຈໍາປາສັກ

ແຂວງຈໍາປາສັກ ຈະໄດ້ຮັບ ຜົນກະທົບ ຈາກລະດັບ ນໍ້າທີ່ລົ້ນຈາກ ແມ່ນໍ້າມູນ ໃນໄທ ທີ່ໄຫລ ເຂົ້າມາແຮງ.
ໂພໄຊສວັດ
2010.11.05

ກົດຟັງສຽງ

ເຈົ້າໜ້າທີ່ ຈາກກົມ ອຸທົກກະສາດ ປະຈຳ ນະຄອນຫລວງ ວຽງຈັນ ເວົ້າວ່າ ແມ່ນ້ຳມູນ ຢູ່ແຂວງອຸບົນ ຣາຊທານີ ປະເທດໄທ ຢູ່ໃນ ລະດັບສູງ ແລະກຳລັງ ຂຶ້ນຖ້ວມຫລາຍ ພື້ນທີ່ ຢູ່ໃນຂນະນີ້ ເປັນສາເຫດ ສຳຄັນທີ່ ອາດຈະເຮັດ ໃຫ້ນ້ຳຖ້ວມ ບາງພື້ນທີ່ ໃນແຂວງ ຈຳປາສັກໄດ້. ກະແສນ້ຳ ຈາກແມ່ນ້ຳມູນ ທີ່ໄຫລລົງສູ່ ແມ່ນ້ຳຂອງ ທັງແຮງແລະໄວ ຈະເຮັດໃຫ້ ຕະລິ່ງຂອງຝັ່ງ ຈຳປາສັກ ເພພັງເຈື່ອນ ຫລາຍຂຶ້ນກວ່າ ປົກກະຕິ. ເຈົ້າໜ້າທີ່ອະທິບາຍວ່າ:

"ຄືຊິບໍ່ຫລາຍ ປານໃດ ແຕ່ວ່າ ຈະບໍ່ເຖິງຂັ້ນ ເກີດນ້ຳຖ້ວມ ຢູ່ແຂວງ ຈຳປາສັກເນ໋າະ ມັນທັ່ງມາ ໃສ່ຟາກ ກົງກັນຂ້າມ ຈະເຮັດໃຫ້ ເຈື່ອນໄດ້ ຫລາຍປີຜ່ານມາ ເຮົາກໍເຫັນ ນຳກັນຫັ້ນ ແຫລ໋ະ ມັນເຈື່ອນຈາກ ການປ່ອຍ ນ້ຳມູນອອກມາ ທາງແກ້ ກໍບໍ່ຮູ້ວ່າ ຣັຖບານ ຊິສ້າງ ຕາຝັ່ງເຈື່ອນບໍ່ ແຖວໆທາງຝັ່ງ ປາກນ້ຳມູນ ມາຕົກໃສ່ ນ້ຳຂອງທາງ ຝັ່ງລາວນີເນ໋າະ".

ທ່ານເວົ້າ ຕໍ່ໄປວ່າ ສະຖານະການ ໃນລາວ ໃນປັດຈຸບັນ ຍັງບໍ່ມີ ເຫດການນ້ຳຖ້ວມ ຫລືຝົນຕົກໜັກ ແຕ່ຢ່າງໃດ ຊຶ່ງບັນຫາ ແມ່ນ້ຳມູນ ໃນແຂວງອຸບົນ ຣາຊທານີ ປະເທດໄທ ທີ່ກຳລັງ ກໍ່ໃຫ້ເກີດເຫດ ອຸທົກກະພັຍ ຈົນຫລາຍຝ່າຍ ມີຄວາມ ວິຕົກກັງວົນ ວ່າອາດຈະໄຫລ ເຂົ້າຖ້ວມບາງ ໝູ່ບ້ານ ໃນແຂວງ ຈຳປາສັກ ແລະລະດັບນ້ຳ ໃນແມ່ນໍ້າຂອງ ໃນແຂວງ ຈຳປາສັກ ກໍຢູ່ໃນລະດັບ ສູງຢູ່ແລ້ວ ແຕ່ຍັງ ບໍ່ເຖິງຂີດ ອັນຕະລາຍ ທີ່ທາງກົມ ອຸທົກກະສາດ ໄດ້ກຳນົດໄວ້.

ເຖິງປັດຈຸບັນນີ້ ປາກົດວ່າ ຝັ່ງລາວ ໄດ້ພົ້ນຈາກ ພັຍນໍ້າຖ້ວມ ເຖິງວ່າຫລາຍ ພື້ນທີ່ຂອງໄທ ຈະຖືກນ້ຳຖ້ວມ ຢ່າງຮຸນແຮງ ກໍຕາມ, ສິ່ງທີ່ເກີດຂຶ້ນ ໃນລາວ ກໍມີແຕ່ ຄວາມເສັຍຫາຍຈາກ ເຫດຕາຝັ່ງເຈື່ອນ ຕາມລຳ ແມ່ນ້ຳຂອງ ຊຶ່ງເກີດຂຶ້ນເປັນ ປົກກະຕິ ທຸກໆປີຢູ່ແລ້ວ. ດັ່ງນັ້ນ ທາງການລາວ ຈຶ່ງບໍ່ໄດ້ ໃຫ້ຄວາມສຳຄັນ ກັບເຣື້ອງດັ່ງກ່າວ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.