ຣະດັບນໍ້າຂອງ
2010.10.18
ກົດຟັງສຽງ
ປະຣິມານ ນໍ້າຝົນ ໃນປີ 2010 ມີປະຣິມານ ທີ່ຕໍ່າກ່ວາ ປີ 2008 ແຕ່ສູງກວ່າ ປີ 2009 ຍ້ອນສາເຫດ ຫລັກ ມາຈາກປະຣິມານ ນໍ້າຝົນ ໃນຊ່ວງ ຣະດູຝົນ ທີ່ຕົກຊ້າກ່ວາ ປົກກະຕິ ແລະ ເຊົາໄວກ່ວາ ທຸກປີ ທີ່ຜ່ານມາ. ນອກຈາກນັ້ນ ປະຣິມານ ນໍ້າຝົນ ທີ່ຕົກໃນພາກເໜືອ ດ້ານຕາເວັນອອກ ແລະ ພາກໃຕ້ ມີປະຣິມານ ຝົນຕົກໜ້ອຍກ່ວາ ແຂວງອື່ນໆ, ອີງຕາມ ຄໍາເວົ້າ ຂອງຫົວໜ້າ ຫ້ອງການ ກົມອຸຕຸນິຍົມວິທຍາ ນະຄອນຫລວງ ວຽງຈັນ:
“ປັດຈຸບັນນີ້ ວັນທີ 18 ທີ່ວຽງຈັນນີ້ ແມ່ນ 6 ແມັດ 6 ຊັງຕີແມັດ 2008 ມັນຈະສູງທີ່ສຸດ 2009 ມັນຈະຕໍ່າກ່ວາ ຂອງ 2010 ມັນຈະສູງກ່ວາ ປີ 2009. ຣະດັບນໍ້າ ສູງສຸດ ຂອງມັນ ຈະສູງກ່ວາ ປີ 2009 ແຕ່ວ່າ ລັກສະນະ ການຂຶ້ນການລົງ ຂອງມັນ ມັນຊໍ່າກັບ ປີ 2003.”
ທ່ານກ່າວຕື່ມວ່າ ສາເຫດ ທີ່ໃນປີ 2008 ມີປະຣິມານ ນໍ້າຂອງຫລາຍກ່ວາ 2 ປີຫລັງ ຍ້ອນສາເຫດ ມາຈາກ ປະກົດການຝົນ ທີ່ຕົກຫລາຍ ຜິດປົກກະຕິ ຈົນເຮັດໃຫ້ ນໍ້າຖ້ວມ ວຽງຈັນ ແລະ ສາເຫດທີ່ສົ່ງຜົນ ໃຫ້ນໍ້າຂອງ ມີປະຣິມານ ໜ້ອຍ ໃນປີ 2010 ນີ້ ຍ້ອນມາຈາກ ຣະດູຝົນ ໃນປີຜ່ານມາ ມາຊ້າ ແລະ ເຊົາໄວ, ສົ່ງຜົນໃຫ້ ປະຣິມານ ນໍ້າຂອງ ບໍ່ສາມາດ ຂຶ້ນສູງໄດ້ ແລະ ຣະດັບ ນໍ້າຂອງ ໃນປີນີ້ ຖືວ່າ ເປັນປະຣິມານ ທີ່ປົກກະຕິ ໃນຊ່ວງເດືອນ ຕຸລາ.
ໃນຂນະດຽວກັນ ປະຣິມານ ນໍ້າຝົນ ໃນປີນີ້ ທົ່ວປະເທດ ມີຣະດັບທີ່ ຫລຸດຈາກ ຣະດັບ ປົກກະຕິ, ໂດຍສະເພາະ ໃນພາກເໜືອ ດ້ານຕາເວັນອອກ ແລະ ພາກໃຕ້ ຈະມີ ປະຣິມານ ຝົນຕົກ ທີ່ຫລຸດຈາກ ຣະດັບປົກກະຕິຫລາຍ, ດັ່ງເຈົ້າໜ້າທີ່ ພະຍາກອນອາກາດ ນະຄອນຫລວງ ວຽງຈັນເວົ້າວ່າ:
“ແລ້ວມາຮອດ ປັດຈຸບັນນີ້ ຕັ້ງແຕ່ເດືອນ 1 ຫາ ວັນທີ 10 ເດືອນຕຸລານີ້, ສະເລັ່ຍ ທົ່ວປະເທດ ກໍໄດ້ຢູ່ 83 ສ່ວນຮ້ອຍ, ຍັງຫລຸດ ຣະດັບ ປົກກະຕິ ນ້ອຍນຶ່ງ, ຖ້າທັມມະດາ ມັນຈະຕ້ອງໄດ້ 100 ສ່ວນຮ້ອຍ ປີທີ່ແລ້ວ ກໍຫລຸດຣະດັບ ປົກກະຕິ, ແຕ່ວາ ປີນີ້ ກໍຍັງຫລຸດ ກ່ວາປີກາຍ ໜ້ອຍນຶ່ງ.”
ອີກຢ່າງນຶ່ງ ສໍາລັບ ປະຣິມານ ນໍ້າຂອງ ທີ່ມີປະຣິມານ ຂຶ້ນລົງນັ້ນ ສາະຫດ ຫລັກມາຈາກ ປະຣິມານ ນໍ້າຝົນ ທີ່ຕົກ ໃນແຕ່ລະປີ ທີ່ຜ່ານມາ ຮວມໄປເຖິງ ໂຄງການ ພັທນາຕ່າງໆ ທີ່ສົ່ງຜົນ ກະທົບ ຕໍ່ທັມມະຊາດ ໂດຍສົ່ງຜົນໃຫ້ ຣະດູຝົນມາ ບໍ່ກົງກັບ ຣະດູການ ແລະ ຢຸດຕົກໄວກ່ວາ ທີ່ຄວນເປັນ.