ຂ. ຫລວງພຣະບາງ ເຄື່ອນໄຫວ ລຸດຜ່ອນ ບັນຫາ ພາວະ ໂລກຮ້ອນ

ແຂວງ ຫລວງພຣະບາງ ກຳລັງ ຣົນນະຣົງ ຊັກຊວນ ໃຫ້ ປະຊາຊົນ ແລະ ຫ້າງຮ້ານ ຕ່າງໆ ປະກອບສ່ວນ ເພື່ອ ລຸດຜ່ອນ ບັນຫາ ພາວະ ໂລກຮ້ອນ ທີ່ ກຳລັງ ຣະບາດ ຂື້ນ ໃນ ແຕ່ລະວັນ ໃນໂລກ ໃນ ປັດຈຸບັນ.
ຊີດນີ ຣາຍງານ
2008.05.29

ທ່ານ ຈັນທະວົງ ຜົລນະຈິດ, ຫົວໜ້າ ຫ້ອງການ ຊັພຍາກອນ ນ້ຳແລະ ສິ່ງແວດລ້ອມ ປະຈຳແຂວງ ຫລວງພຣະບາງ ເວົ້າວ່າ: ແຂວງ ຫລວງພຣະບາງ ກຳລັງ ປຸກ ຈິດສຳນືກ ຂອງ ປະຊາຊົນ ດ້ວຍ ການປູກ ຕົ້ນໄມ້ ຕາມ ເຂດ ຕ່າງໆ ເພື່ອ ຊ່ອຍ ບັນທອນ ພາວະ ໂລກຮ້ອນ, ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:

”ຢູ່ ໃນຊ່ວງ ເລີ້ມຕົ້ນ ແລະ ປຸກຣະດົມ ຂົນຂວຍ ປະຊາຊົນ ປຸກ ຈິດສຳນຶກ ໃຫ້ ປະຊາຊົນ ຮັບຮູ້ ກ່ຽວກັບໂລກຮ້ອນ ແລະ ການນຳໃຊ້ ຖົງປລາສຕິກ ທີ່ ເປັນ ອັນຕຣາຍ ລຸດຜ່ອນ ການນຳໃຊ້ ໄຟຟ້າ ເຮື້ອງ ບັນຫາ ໂລກຮ້ອນ ເພາະ ປີນີ້ ຫລວງພຣະບາງ ກໍ່ໄດ້ ຮັບ ຜົລກະທົບ ເປັນຕົ້ນ ອາກາດຮ້ອນ ຜິດປົກກະຕິ ຍາມຝົນ ກໍມາ ບໍຕົງ ຕາມຣະດູ.”

ທ່ານ ກ່າວເພີ້ມ ອີກວ່າ: ນອກຈາກ ກຸ່ມ ຊາວບ້ານ ແລ້ວ, ທາງການ ແຂວງ ຍັງ ໄດ້ ຊັກຊວນໃຫ້ ຫ້າງຮ້ານ ແລະ ທຸຣະກິດ ຕ່າງໆ ໃນ ແຂວງ ຫລວງພຣະບາງ ປະກອບສ່ວນ ໃນ ການ  ຊ່ອຍ ບັນເທົາ ພາວະ ໂລກຮ້ອນ ນຳອີກ. ການປະກອບສ່ວນ, ນອກຈາກ ການປູກຕົ້ນໄມ້ ແລ້ວ, ກໍ ຍັງມີ ການຣົນນະຣົງ ໃຫ້ໃຊ້ ໃບຕອງ ແທນ ກະດາດ ຫລື ຖົງຢາງ ປລາສຕິກ ໃນການຫໍ່ ສິ່ງຂອງ ຮ່ວມກັບ ການປະຫຍັດ ການໃຊ້ນ້ຳ ໃຊ້ໄຟຟ້າ ການຂັບຂີ່ ຍວນຍານ ພາຫະນະ ເພື່ອ ປະຫຍັດ ນ້ຳມັນ ເຊື້ອເຟີງ ເພາະ ເມືອງ ຫລວງພຣະບາງ ເປັນ ເມືອງມໍຣະດົກ ໂລກ ອະນຸລັກ ສພາບ ແວດລ້ອມ ໃຫ້ມີ ຄວາມຊຸມຊື່ນ ຢູ່ ຕຣອດ ເວລາ ເປັນ ການດືງດູດ ນັກທ່ອງທ່ຽວ ແລະ ກໍ ເປັນສິ່ງດຽວ ທີ່ ແຂວງ ຫລວງພຣະບາງ ທີ່ມີ ຄວາມແຕກຕ່າງ ຈາກ ແຫລ່ງ ທ່ອງທ່ຽວ ໃນ ຫລາຍ ປະເທດ ໃນ ຂົງເຂດ.

ທ່ານ ຈັນທະວົງ ຍັງບອກ ອີກວ່າ: ສຳລັບ ການຖາງປ່າ ຈູດໄຮ່ ຂອງ ຊາວບ້ານ ໃນເຂດ ຊົນນະບົດ ຂອງ ແຂວງ ຫລວງພຣະບາງ ນັ້ນ, ໃນເວລານີ້ ກໍ ລົດລົງ ແດ່ແລ້ວ ເພາະ ທາງການ ແຂວງ ມີ ແຜນການ ປູກພືດ ທົດແທນ ໃຫ້ແກ່ ຊາວກະສິກອນ ຊຶ່ງ ຊາວກະສິກອນ ຫລາຍຄົນ ກໍ ຫັນມາ ສົນໃຈ ໃນ ການປູກພືດ ທົດແທນ ຫລາຍຂຶ້ນ; ແຕ່ ກໍ່ຍັງເຫລຶອ ພື້ນທີ່ ຖາງປ່າ ເຮັດໄຮ່ ຢູ່ ປະມານ 7,000 ເຮັດຕາ ລຸດລົງ ຈາກ 34,000 ເຮັກຕາ ໃນ ຣະຍະ ທີ່ຜ່ານມາ.

ຄຳສັບ ຊອກຫາຂໍ້ມູນ: ສະພາບແວດລ້ອມ environment

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.