ລາວຈະກູ້ລະເບີດ ບໍ່ໝົດພາຍໃນ 10 ປີ

ລາວຈະບໍ່ ສາມາດ ເກັບກູ້ລະເບີດ ໃຫ້ແລ້ວ ພາຍໃນ 10 ປີຂ້າງໜ້າ.
ສົມເນ
2010.11.09

ກົດຟັງສຽງ

ເປົ້າໝາຍ ການເກັບກູ້ ລະເບີດ ບໍ່ທັນແຕກ ໃນລາວ ໃຫ້ສໍາເຣັດ ພາຍໃນ 10 ປີ ຄົງເປັນໄປ ບໍ່ໄດ້ ເພາະວ່າ ໃນລະຍະ 10 ກ່ວາປີ ທີ່ຫ້ອງການ ເກັບກູ້ລະເບີດ ໄດ້ເລີ້ມວຽກງານ ເກັບກູ້ ລະເບີດມານີ້ ສາມາດ ເກັບກູ້ ໄດ້ພຽງແຕ່ 1% ເທົ່ານັ້ນ.

ຕາມທີ່ທ່ານ ພູຂຽວ ຈັນທະສົມບູນ ຜູ້ອໍານວຍການ ຄນະກໍາມະການ ຄຸ້ມຄອງ ແຫ່ງຊາດ ກ່ຽວກັບການ ເກັບກູ້ລະເບີດ ບໍ່ທັນແຕກ ໄດ້ກ່າວ:

"ພຍາຍາມ ເກັບກູ້ ລະເບີດ ທີ່ບໍ່ທັນແຕກ ນີ້ມາ 13 ປີ ແລະພວກເຮົາ ສາມາດເກັບກູ້ ໄດ້ພຽງແຕ່ປະມານ 1% ຄາດຄະເນວ່າ 10 ປີນີ້ກໍຈະຍາກທີ່ຈະສໍເຣັດ. ຖ້າເບິ່ງໃສ່ ຄວາມສາມາດ ທີ່ພວກເຮົາ ໄດ້ດໍາເນີນ ການມາ 10 ກ່ວາປີແລ້ວ ໄດ້ພຽງແຄ່ ນັ້ນ ລະເບີດ ຕົກຄ້າງຍັງຫລາຍ".

ທ່ານວ່າ ຣັຖບານພຍາຍາມ ຈະເກັບກູ້ລະເບີດ ທີ່ບໍ່ທັນແຕກ ໃຫ້ແລ້ວພາຍໃນ 10 ຕາມເປົ້າໝາຍ ຂອງ ສົນທີສັນຍາ, ແຕ່ເມື່ອມາເບິ່ງ ພື້ນທີ່ ທີ່ປົກຄຸມດ້ວຍ ລະເບີດທີ່ບໍ່ ທັນແຕກ ຢູ່ໃນລາວ ແລ້ວ ມີທັງໝົດ ປະມານ 800,000 ເຮັກຕາ. ໃນລະຍະ 13 ປີທີ່ໄດ້ເກັບ ກູ້ລະເບີດ ມານີ້ ສາມາດ ເກັບກູ້ໄດ້ພຽງ 26,000 ກ່ວາເຮັກຕາ.

ກອງປະຊຸມ ຣັຖພາຄີ ວ່າດ້ວຍລະເບີດ ລູກຫ່ວານ ທີ່ລາວ ເປັນເຈົ້າພາບນີ້ ຫວັງວ່າຈະ ສາມາດ ລະດົມທືນ ແລະ ການຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອໃຫ້ລາວ ສາມາດ ແກ້ໄຂບັນຫາ ລະເບີດທີ່ບໍ່ທັນ ແຕກ ໃຫ້ສໍາເຣັດ ໄວເທົ່າທີ່ ຈະໄວໄດ້:

"ພວກຂ້າພະເຈົ້າ ໃນນາມ ຄນະກັມມະການ ຄຸ້ມຄອງ ແຫ່ງຊາດ ແກ້ໄຂລະເບີດ ທີ່ບໍ່ທັນແຕກ ຂໍຊ່ວຍພວກ ຂ້າພະເຈົ້າ ໃນການແກ້ໄຂ ບັນຫາ ເພື່ອເຮັດ ໃຫ້ລາວ ຂອງພວກເຮົາ ນີ້ຢູ່ຢ່າງ ປອດລະເບີດ ບໍ່ທັນແຕກ ອັນນີ້ເປັນ ຄວາມຫວັງຂອງ ປະຊາຊົນ ລາວ".

ທ່ານ ພູເຂົາວ່າ ໃນແຕ່ລະປີ ອຸບປະຕິເຫດ ລະເບີດບໍ່ທັນແຕກ ສະເລັ່ຽແລ້ວມີ 300 ຄັ້ງ. ຄັນວ່າເກີດ ອຸບັດຕີເຫດ ຍາມໃດ ກໍໝາຍເຖິງ ຄົນຕາຍຍາມນັ້ນ.        ການເກັບກູ້ ລະເບີດ ທີ່ບໍ່ທັນແຕກ ອາດຍາວນານ ເປັນຮ້ອຍປີ ຂື້ນໄປຈື່ງ ຈະສໍາເຣັດໄດ້ ຖ້າວ່າບໍ່ມີ ການຊ່ວຍເຫລືອ ຈ າກຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.