ບໍຣິສັດນອກກົດຣະບຽບ ທາງການຈະເຮັດແນວໃດ

ປະຊາຊົນ ແຂວງອັຕປື ທວງຖາມ ທາງການລາວວ່າ ຈະແກ້ໄຂບັນຫາ ແນວໄດໃນການທີ່ ບໍຣິສັດ ບໍ່ປະຕິບັດ ຕາມຣະບຽບ ກົດໝາຍ ກ່ຽວກັບການ ລົງທຶນຕ່າງໆ.
ຈໍາປາທອງ
2010.03.30

ປະຊາຊົນ ແຂວງອັຕປື ທວງຖາມ ທາງການລາວວ່າ ຈະແກ້ໄຂບັນຫາ ການທີ່ບໍຣິສັດ ບໍ່ປະຕິບັດຕາມ ກົດຣະບຽບ ກ່ຽວກັບການລົງທຶນ ຕ່າງໆແນວໃດ ຊຶ່ງປັດຈຸບັນນີ້ ເຈົ້າຂອງ ໂຄງການພັທນາ ຈຳນວນນຶ່ງ ພຍາຍາມຫລີກລ້ຽງ ການປະຕິບັດ ກົດຣະບຽບ ຂໍ້ບັງຄັບ ໃນເຣື້ອງບັນເທົາ ຜົນກະທົບ ທີ່ອາຈເກີດຂຶ້ນ ແລະເຮັດໃຫ້ເກີດ ຄວາມເສັຍຫາຍ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ດັ່ງທ່ານ ໜູພອນ ປະຊາຊົນ ແຂວງອັຕປື ເວົ້າວ່າ:

"ຜົນເສັຍຫາຍຕ່າງໆ ທີ່ເກີດຂຶ້ນຈາກ ໂຄງການພັທນາ ມີຫລວງຫລາຍ ກໍ່ຍ້ອນວ່າ ຣະບຽບການເຮົາ ມີແລ້ວ ແຕ່ວ່າໃນໂຕຈິງ ມີໂຄງການ ຈຳນວນນຶ່ງບໍ່ຜ່ານ ຂະບວນ ການດັ່ງກ່າວ ໂຄງການທີ່ວ່າມີ ຄຳສັ່ງມາຈາກ ເບື້ອງເທິງ ບາງເທື່ອເພີ່ນກໍ່ ເຫັນດີຕາມຫລັກການ ແຕ່ຜູ້ພັທນາ ໂຄງການກໍ່ອາໃສ ຊ່ອງຫວ່າງຈັດຕັ້ງ ປະຕິບັດໄປໂລດ ອັນນີ້ເຮົາສິແກ້ ແນວໃດເນາະ".

ການຈັດຕັ້ງປະຕິບັດ ແບບບໍ່ຖືກຕ້ອງ ຂອງໂຄງການຕ່າງໆ ການບໍ່ເອົາໃຈໃສ່ ຕິດຕາມຜົນກະທົບ ຈາກໂຄງການ ຂອງບໍຣິສັດນັ້ນ ມີຢ່າງຫລວງຫລາຍ ຮວມທັງ ໂຄງການ ປູກຢາງພາລາ ຢູ່ແຂວງອັຕປື ທີ່ບໍຣິສັດ ເອກກະຊົນ ຍຶດພື້ນທີ່ທຳກິນ ຂອງປະຊາຊົນ, ໂຄງການ ເຂື່ອນນ້ຳເທີນ 2 ບໍ່ທົດແທນຄ່າ ຊົດເຊີຍ ຕາມທີ່ໃຫ້ສັນຍາ ໄວ້ກັບປະຊາຊົນ, ໂຄງການຂຸດຄົ້ນ ແຮ່ຄຳ ຢູ່ແຂວງຊຽງຂວາງ ປະປ່ອຍ ສານພິດເຄມີ ໃຫລລົງແຫລ່ງນ້ຳ  ທັມມະຊາດ, ການຂຸດຄົ້ນດິນຊາຍ ຫລືຖົມດິນ ໃນແມ່ນ້ຳ ຂອງ ຢູ່ເຂດເສຖກິດ ພິເສດ ສາມຫລ່ຽມຄຳ ທີ່ເຮັດໃຫ້ ປະເທດໄທ ເວົ້າວ່າ ການກະທຳຄື ດັ່ງກ່າວ ເຮັດໃຫ້ນ້ຳຂອງ ປ່ຽນແລວນ້ຳແລະ ເຮັດໃຫ້ຕະລິ່ງ ຝັ່ງໄທເຈື່ອນ ລົງນັບມື້.

ບັນຫາດັ່ງກ່າວ ຖືເປັນເລື່ອງ ຮ້າຍແຮງ ຊຶ່ງປະຊາຊົນ ຢາກຮູ້ວ່າ ຣັຖບານ ສປປລາວ ຈະແກ້ໄຂແນວໃດ ຕໍ່ພວກທີ່ຣະເມີດ ຂໍ້ກຳນົດ ກົດຣະບຽບ ເພື່ອເຮັດໃຫ້ທັນ ກັບເຫດການທີ່ ເກີດຂຶ້ນ ເພື່ອຜົນປະໂຫຍດ ທັງຂອງ ປະຊາຊົນ ແລະ ທັງສິ່ງແວດລ້ອມ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.