ການລົງທຶນ ອາດທຳລາຍ ຊັພຍາກອນ ທັມມະຊາດ ຂ. ບໍຣິຄຳໄຊ

ຊາວຈີນ ແລະ ຊາວຕ່າງດ້າວ ອື່ນໆ ເຫັນ ແຂວງ ອຸດົມໄຊ ເປັນ ແຫລ່ງລົງທຶນ ຊຶ່ງອາດສ້າງ ໄພພິບັດ ແກ່ ສິ່ງແວດລ້ອມ ແລະ ຊັພຍາກອນ ທັມມະຊາດ ຂອງ ແຂວງ ໃນອານາຄົດ.
ຊີດນີ ຣາຍງານ
2008.05.09

ຊັພຍາກອນ ທັມມະຊາດ ທີ່ແຂວງ ບໍຣິຄຳໄຊ ຈະຖືກ ທຳລາຍ ແລະ ຫາຍ ສາບສູນໄປ ໃນວັນນຶ່ງ ຖ້າບໍ່ມີ ການປົກປ້ອງ ອະນຸລັກ ຮັກສາ ອີງຕາມ ຄຳໃຫ້ການ ຂອງເຈົ້າໜ້າທີ່ ກ່ຽວຂອງ ຈາກ ແຂວງ ດັ່ງກ່າວ. ເຈົ້າໜ້າທີ່ ຈາກຫ້ອງການ ວີທຍາສາດ ເທກໂນໂລຈີ ແລະ ສພາບແວດລ້ອມ ປະຈຳແຂວງ ບໍຣິຄຳໄຊ ທ່ານນຶ່ງ ເວົ້າວ່າ ຊັພຍາກອນ ທັມມະຊາດ ເຊັ່ນ ປ່າໄມ້ ແມ່ນ້ ຳລຳທານ ພູເຂົາ ທົ່ງຫຍ້າ ທີ່ ສວຍສົດ ງົດງາມ ຂອງ ແຂວງ ບໍຣິຄຳໄຊ ມື້ນຶ່ງ ອາດຈະຫາຍໄປ ເພາະໃນເວລານີ້ ມີກຸ່ມ ນັກລົງທຶນ ຈາກ ຫລາຍພາກສ່ວນ ເຂົ້າມາ ສຳຣວດ ການລົງ ລົງທຶນ ໃນຫລາຍ ໂຄງການ ເຊັ່ນ ກະເສດ ພັນທະ ແລະ ການຊອກຄົ້ນ ແຮ່ທາດ ຕຣອດ ຮອດ ການສ້າງເຂື່ອນ ລ້ວນແຕ່ ເປັນການທຳລາຍ ຊັພຍາກອນ ທັມມະຊາດ ທັງນັ້ນ ດັ່ງທ່ານ ກ່າວ ໃນຕອນນຶ່ງ ວ່າ:

"ສພາບ ຕົ້ນໄມ້ ພູເຂົາ ຕ່າງສວຍງາມ ຫລາຍ ຢູ່ບໍຣິຄຳໄຊ ຍັງເໝືອນເດີມ ຍັງເປັນ ທັມມະຊດາ ຫລາຍ ຖ້າວ່າ ພວກຣັຖບານ ຫລືວ່າ ພວກສິ່ງແວດລ້ອມ ບໍ່ເອົາ ມາຕການ ບໍ່ມີ ກົດໝາຍ ບັງຄັບ ອາດຈະ ເສັຽໄປ"

ທ່ານ ກ່າວເພີ່ມ ອີກວ່າ ໃນເວລານີ້ ຍັງບໍ່ມ ີການລົງທຶນ ຢ່າງໃຫຍ່ຫລວງ ແຕ່ໃນອານາຄົດ ອາດຈະມ ີຫລາຍກວ່ານີ້ ເພາະ ໃນປັດຈຸບັນ ຣັຖບານ ແລະ ໜ່ວຍງານ ຕ່າງໆ ໃນແຂວງ ກຳລັງ ຊັກຊວນ ໃຫ້ນັກລົງທຶນ ຕ່າງຊາດ ເຂົາມາ ແຂວງບໍຣິຄຳໄຊ ເພື່ອ ການລົງທຶນ ໃນແຂວງ ນອກຈາກນີ້ ກໍ່ຍັງມີ ນັກການຄ້າ ຊາວຈີນ ເຂົ້າມາ ລັກລອບ ຕັດໄມ ້ແລະ ຂຸດເໝືອງແຮ່ ນຳອີກ ນອກຈາກ ຊາວຈີນ ແລ້ວ ກໍ່ຍັງມີ ຊາດອື່ນອີກ ທີ່ເຂົ້າມາ ລັກຕັດໄມ້ ໃນແຂວງ ທ່ານ ກ່າວເພີ່ມ ອີກວ່າ:

“ຄົນຈີນ ດື້ຫລາຍ ຢູ່ເຂດ ນາກະດັກ ກໍມີ ຄົນຈີນ ຂຸດບໍ່ຄຳ ຢູ່ທີ່ນັນ ແຕ່ວ່າ ທາງການລາວ ໄປແລະບອກ ໃຫ້ອອກ ແລະ ກໍເລີກ ຈຸດນີ້ ແລະ ກໍໄປ ກໍຈຸດໃໝ່ ຕ້ອງໄດ້ໃຊ້ຣະບຽບ ຂອງລາວ ຣະບຽບ ຂອງລາວ ເດັດຂາດ”

ແຂວງ ບໍຣີຄຳໄຊ ມີຊາຍແດນ ຕິດກັບ ວຽດນາມ ທາງຕາເວັນອອກ ແລະ ທາງ ຕາເວັນຕົກ ຕິດກັບ ໄທ ມີ ຖນົນເລກ 8 ໄປສູ່ ວຽດນາມ. ແມ່ນ້ຳ ທີ່ສຳຄັນ ກໍ່ມີ ແມ່ນ້ຳຊັນ ນ້ຳກະດິງ ແລະ ນ້ຳງຽບ ເໝາະສົມ ສຳລັບ ການສ້າງເຂື່ອນ ເປັນແຂວງທີ່ມີປ່າໄມ້ ຕຶບ, ເປັນສວັນ ຂອງກຸ່ມພໍ່ຄ້າ ໄມ້ເຖື່ອນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.