ຄວາມເສັຽຫາຍ ຈາກພະຍຸ ເກສນາ ໃນພາກໃຕ້ຂອງລາວ ຍັງສລຸບບໍ່ໄດ້
2009.10.02

ຕັ້ງແຕ່ວັນທີ28 ຫາວັນທີ30 ກັນຍາ2009 ໄດ້ມີຝົນຕົກໜັກ ຈາກພະຍຸ ເກສນາ ຢູ່ພາກໃຕ້ຂອງລາວ ໄດ້ເຮັດໃຫ້ມີ ຄວາມເສັຍຫາຍຢ່າງ ຫລວງຫຍາຍ ໂດຍສະເພາະ ຢູ່ແຂວງເຊກອງ ແລະແຂວງອັຕປື ຊຶ່ງມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນ ສາມາດສລຸບຜົນ ເສັຍຫາຍ ທີ່ແນ່ນອນນັ້ນໄດ້ ດັ່ງທ່ານ ເຈືອງ ສົມບູນຂັນ ຣັຖມົນຕຣີ ປະຈຳສຳນັກ ນາຍົກຣັຖມົນຕຣີ ໄດ້ກ່າວວ່າ:
"ແຂວງເຊກອງ ແລະອັຕປື ໄດ້ຮັບຜົນເສັຍຫາຍ ໜັກໜ່ວງ ກ່ຽວກັບຜົນເສັຍຫາຍນີ້ ປັດຈຸບັນ ຍັງບໍ່ທັນໄດ້ຮັບ ລາຍງານກ່ຽວກັບ ຕົວເລກທີ່ຄົບຖ້ວນ ຈາກແຂວງທີ່ ກ່ຽວຂ້ອງຍ້ອນວ່າ ລົມພະຍຸເຮັດໃຫ້ ເກີດທັງນ້ຳສູງ ທັງໜັກໃນຕອນ ກາງຄືນຂອງ ວັນທີ30."
ທ່ານກ່າວຕື່ມອີກວ່າ ໃນມື້ນີ້ ໄດ້ເອົາເຮືອບິນ 2ລຳ ຂົນວັດຖຸປັດໃຈ ພື້ນຖານທີ່ຈຳເປັນ ຈຳນວນນຶ່ງ ໄປຊ່ວຍເຫລືອ ຜູ້ປະສົບໄພ ຈາກນ້ຳຖ້ວມ ໃນຄັ້ງນີ້ແລ້ວ. ແຕ່ກໍບໍ່ສາມາດ ນຳເອົາເຄື່ອງຊ່ວຍເຫລືອ ດັ່ງກ່າວ ໄປເຖິງມືຜູ້ ປະສົບໄພນັ້ນໄດ້ ຍ້ອນວ່າເຮືອບິນ 2ລຳນັ້ນບໍ່ ສາມາດເຂົ້າເຖິງ ແຂວງເຊກອງ ແລະແຂວງອັຕປືໄດ້.
ທ່ານກ່າວວ່າ ເຮືອບິນ2ລຳ ທີ່ພວກເຮົາຈະ ເອົາໄປຊ່ວຍນັ້ນ ໄປຮອດປາກເຊ ແລະມັນເຂົ້າໄປ ເຊກອງ ໄປອັຕປືບໍ່ໄດ້ ດ້ວຍເຫດນັ້ນຈຶ່ງໄດ້ ກັບຄືນມາຕັ້ງຖານ ຢູ່ສວັນນະເຂດ ເພາະວ່າຢູ່ປາກເຊ ອາກາດກໍບໍ່ ຄ່ອຍດີປານໃດ.
ທ່ານຍັງໄດ້ເວົ້າ ອີກວ່າ ຕັ້ງແຕ່ວັນທີ 29ກັນຍາ ທີ່ຜ່ານມາ ມີລົມພັດແຮງ ແລະ ຝົນຕົກຕລອດຄືນ ເຮັດໃຫ້ນ້ຳຖ້ວມ 5ຕົວເມືອງ, ເສັ້ນທາງຫລາຍສາຍ ຖືກຕັດຂາດ, ສຳນັກງານ ເຂື່ອນໄຟຟ້າ ບໍຣິສັດ ຊົງຕ້າ ຖືກນ້ຳຖ້ວມ ແລະ ມີນັກວິຊາການ ຂອງບໍຣິສັດ ຫາຍໄປ9ຄົນ ແລະບໍ່ສາມາດ ໃຫ້ການຊ່ວຍເຫລືອ ພນັກງານ458ຄົນ ທີ່ຕິດຄ້າງຢູ່ ທີ່ນັ້ນໄດ້ຍ້ອນວ່າ ບໍຣິເວນ ດັ່ງກ່າວ ມີນ້ຳໃຫລ ພັດແຮງ.