ການຟື້ນຟູປ່າໄມ້ ໃນລາວຂາດງົປມານ

ໂຄງການແກ້ໄຂ ແລະ ຟື້ນຟູປ່າໄມ້ ໃນສປປລາວ ເປັນວຽກງານທີ່ຕ້ອງ ໄດ້ແກ້ໄຂ ໃນລະຍະຍາວ ເພາະຂາດງົປມານ.
ມະນີຈັນ
2010.04.07

ການແກ້ໄຂ ແລະການຟື້ນຟູປ່າໄມ້ ໃນສປປລາວ ເປັນບັນຫາ ທີ່ຕ້ອງໃຊ້ເວລາ  ເນື່ອງຈາກວ່າ ຂາດງົປມານ  ຂະນະທີ່ປ່າໄມ້ ໃນຫລາຍເຂດ ທົ່ວປະເທດລາວ ຢູ່ໃນສະພາບ ຊຸດໂຊມ ຍ້ອນການຖາງປ່າ ຫລືໄຟໃໝ້ປ່າ ຊຶ່ງບັນຫາດັ່ງກ່າວ ຕ້ອງໄດ້ຄ່ອຍໆແກ້ໄຂ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກົມປ່າໄມ້ ນະຄອນຫລວງ ວຽງຈັນ:

"ປັຈຈຸບັນນີ້ ກ່ຽວກັບເຣື້ອງການ ແກ້ໄຂ ກໍເວົ້າເຖິງເຣື້ອງ ການຟື້ນຟູ ຫລືວ່າ ການປູກໄມ້ຄືນໃໝ່ ມັນຂາດທາງດ້ານ ຈັດສັນງົປມານ ມັນບໍ່ພຽງພໍ ຜ່ານການຖາງປ່າ ມາຫລາຍປີແລ້ວ ເຮົາຈະມາຟື້ນຟູ ບາດນຶ່ງບາດດຽວ ມັນກໍເປັນໄປບໍ່ໄດ້ ຕ້ອງໄດ້ ໃຊ້ລະຍະຍາວ".

ການຟື້ນຟູປ່າໄມ້ ໃນປັຈຈຸບັນ ປະຊາຊົນ ເລີ່ມເຂົ້າມາມີ ສ່ວນຮ່ວມຫລາຍຂຶ້ນ ຍ້ອນເຫັນຄວາມສໍາຄັນ ຂອງປ່າໄມ້, ອີກຢ່າງນຶ່ງ ນໍ້າກໍແຫ້ງແລ້ງ, ຣະດູການກໍປ່ຽນໄປ ບໍ່ຄືແຕ່ກ່ອນ ປະຊາຊົນ ຈຶ່ງເລີ່ມຕື່ນຕົວ ເຂົ້າຮ່ວມ ໃນການຊ່ວຍເຫລືອ ຫນ່ວຍງານຂອງຣັຖ ໃນການຮັກສາ ແລະຟື້ນຟູປ່າໄມ້. ສໍາລັບເຣື້ອງງົປມານ ກໍຕ້ອງການຫລາຍ ເພື່ອໃຊ້ສໍາລັບ ຟື້ນຟູບໍາບັດ ຮັກສາປ່າໄມ້ ແລະ ປ້ອງກັນໄຟໃໝ້ປ່າ:

"ເມັດພັນ ສ່ວນໃຫຍ່ ເຮົາເອົາໄມ້ຢູ່ໃນພັນໄມ້ ເຂົາເອີ້ນວ່າ ປະເພດໄມ້ດັ້ງເດີມ ທີ່ມັນມີໃນ ທ້ອງຖີ່ນນັ້ນແລ້ວ ກໍເຂົາຈະເອົາມາ ສ່ວນຫລາຍ ມັນເວົ້າເຖິງເລື່ອງ ການບໍາບັດຮັກສາ ການປ້ອງກັນພັຍປ່າ".

ບັນຫາ ການເຊື່ອມໂຊມຂອງ ປ່າໄມ້ ປະຊາຊົນ ທຸກຄົນຕ້ອງຊ່ວຍກັນ ຮັກສາ ແລະຟື້ນຟູ ໃຫ້ກັບມາຢູ່ ໃນສະພາບເດີມ ຫລືດີຂຶ້ນກວ່າເກົ່າ ເພາະປ່າໄມ້ ເປັນຕົ້ນກໍາ ເຫນີດ ຂອງສັພສິ່ງທີ່ສໍາຄັນ ແລະ ເປັນຊັພຍາກອນ ທີ່ມີສ່ວນຊ່ວຍ ໃນການດໍາຣົງຊີວິດ ຂອງມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.