ໂຄງການຄຸ້ມຄອງ ຊັພຍາກອນປ່າໄມ້ ໃນເຂດເອເຊັຍ
2010.01.27
ສປປລາວ ແລະ ປະເທດສະມາຊິກ ສະມາຄົມ ບັນດາປະເທດ ເອເຊັຍຕາເວັນອອກສ່ຽງໃຕ້ ຮ່ວມກັບ ອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາດ ທົດລອງໃຊ້ຣະບົບ ຕິດຕາມກວດກາ ແລະປະເມີນຜົນ ໃນການຄຸ້ມຄອງປ່າໄມ້ ເພື່ອສ້າງຣະບົບ ລາຍງານກ່ຽວກັບ ສະພາບປ່າໄມ້, ການຈັດສັນ ແລະ ຄຸ້ມຄອງ ຊັພຍາກອນປ່າໄມ້ ແບບຍືນຍົງ ໃຫ້ເປັນຣະບົບດຽວກັນ ດັ່ງ ດຣ.ສີລາວັນ ສະຫວັດດວງ ຫົວໜ້າກົມປ່າໄມ້ ຂອງລາວ ເວົ້າວ່າ:
"ທາງ FAO ນີ້ໄດ້ມີການອອກແບບ ການນຳໄຊ້ຣະບົບ ຄອມພິວເຕີ ແລະກໍໄດ້ມອບໃຫ້ ແຕ່ລະປະເທດນັ້ນ ເອົາໄປທົດລອງໃຊ້ ແລະ ຈາກນັ້ນຈຶ່ງວ່າມາຈັດ ກອງປະຊຸມ ເພື່ອມາປະກອບ ຄວາມຄິດຄວາມເຫັນ ວ່າເໝາະສົມບໍ່ ແລະມີບ່ອນໃດ ຈະສເນີ ໃຫ້ມີການດັດແກ້".
ທ່ານເວົ້າຕື່ມວ່າ ສປປລາວ ໄດ້ຮັບເປັນເຈົ້າພາບ ກອງປະຊຸມ MAR (Monitoring Assessmentand Reporting) ເພື່ອປຶກສາຫາລື ກ່ຽວກັບບັນຫາ ດັ່ງກ່າວ ຣະຫວ່າງປະເທດ ສະມາຊິກ ອາຊຽນ 9ປະເທດ ຍົກເວັ້ນສິງກະໂປ ຮ່ວມກັບອົງການອາຫານ ແລະການກະເສດ ຂອງສະຫະປະຊາ ທີ່ຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ແຕ່ວັນທີ 20 ເຖິງວັນທີ 22 ມົກກະຣາ 2010.
ເນື້ອໃນສຳຄັນ ຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ການພັທນາ ຣະບົບພາຍໃນ ຂອງແຕ່ລະປະເທດ ໃຫ້ເຂັ້ມແຂງ ຮວມທັງການອອກ ກົດໝາຍ ແລະການວາງ ນະໂຍບາຍຄຸ້ມຄອງປ່າໄມ້ ໃນຂົງເຂດ ດັ່ງທ່ານໄດ້ເວົ້າວ່າ:
"ແຕ່ວ່າຊຸດນີ້ ພວກເຮົາເອົາມາປຶກສາກັນ ລະແມ່ນ ຣະບົບຣາຍງານ ແບບປິດ ວ່າແຕ່ລະປະເທດ ຕ້ອງການມີອັນໃດ ສິເພິ່ມສິເຕີມອີ່ຫຍັງ ແລະຫລັງຈາກນັ້ນທາງ FAO ຈະເອົາໄປພັທນາຕື່ມ ແລະກໍກ້າວເຂົ້າໄປສູ່ ຣະບົບການລາຍງານເປີດ ແບບອອນໄລ".
ໃນປັດຈຸບັນນີ້ ຊັພຍາກອນປ່າໄມ້ ໃນຂົງເຂດເອເຊັຍ ໄດ້ຮັບຜົນສະທ້ອນ ຈາກໂຄງການພັທນາ ຂະໜາດໃຫຍ່ ທີ່ເກີດຂື້ນຢ່າງກວ້າງຂວາງ ຊຶ່ງປະເທດສະມາຊິກ ອາຊຽນ ຕ້ອງພຍາຍາມພັທນາ ນະໂຍບາຍ ກ່ຽວກັບການຄຸ້ມຄອງ ຊັພຍາກອນທັມຊາດ ຮ່ວມກັນ ເພື່ອຮັກສາສະພາບແວດລ້ອມ ໃນຂົງເຂດນີ້ ບໍ່ໃຫ້ໄດ້ຮັບຜົນ ກະທົບຈາກການພັທນາ ຫລາຍເກີນໄປ.