ໂຮງງານ ອຸດສາຫະກັມ ບໍ່ປະຕິບັດ ຕາມກົດລະບຽບ ດ້ານສິ່ງແວດລ້ອມ

ໂຮງງານ ອຸດສາຫະກັມຕ່າງໆ ທີ່ບໍ່ປະຕິບັດຕາມກົດລະບຽບ ດ້ານສິ່ງແວດລ້ອມ ມັກສົ່ງຜົນກະທົບ ແກ່ຊຸມຊົນ
ໂພໄຊສວັດ
2009.02.26

ເຈົ້າໜ້າທີ່ ຜະແນກ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ເວົ້າເຖິງບັນຫາ ສິ່ງແວດລ້ອມທີ່ ສ່ວນໃຫຍ່ຈະເກີດຂື້ນໃນເຂດ ຊຸມຊົນ ຫລືໃນເຂດທີ່ ກຳລັງພັດທະນາ ຫລື ພັດທະນາແລ້ວ. ສ່ວນຫລາຍຈະແມ່ນບັນຫາ ມົນລະພິດຈາກ ໂຮງງານ ອຸດສາຫະກັມຕ່າງໆ ດັ່ງທ່ານໄດ້ເປີດເຜີຍວ່າ:

ບັນຫາສິ່ງແວດລ້ອມ ດຽວນີ້ ໂດຍພື້ນຖານແລ້ວ ອາດຈະມີຢູ່ ໃນເຂດຊຸມຊົນ ໂຮງຈັກໂຮງງານ ທີ່ບໍ່ປະຕິບັດຕາມ ລະບຽບຫລັກການ ຂອງສິ່ງແວດລ້ອມ ສຳລັບການ ກວດສອບໂຮງງານ ເຈົ້າໜ້າທີ່ ເວົ້າວ່າ ປະຊາຊົນຈະ ເປັນຜູ້ໄປແຈ້ງ ບັນຫາສິ່ງແວດລ້ອມ ກັບໜ່ວຍງານ ແລ້ວກໍຈະມີ ຄະນະກັມມະການ ໄປກວດສອບແລະທຳການ ບັນທຶກ. ຫາກພົບວ່າມີ ການບໍ່ປະຕິບັດຕາມ ກົດລະບຽບທີ່ ທາງການໄດ້ ລະບຸໄວ້ກໍຈະ ຮ້ອງເຈົ້າຂອງໂຣງງານ ຫລືຜູ້ບໍລິຫານ ໄປພົບທີ່ຫ້ອງການ ເພື່ອປຶກສາຫາລື ກ່ຽວກັບບັນຫາທີ່ ເກີດຂື້ນໃນເຊີງ ເປັນການຕັກຕືນ. ຖ້າຫາກວ່າຍັງ ບໍ່ຍອມແກ້ໄຂ ທາງໜ່ວຍງານ ກໍຈະ ໃຊ້ລະບຽບກົດ ໝາຍລົງໂທດ.

ສຳລັບການຕັດສີນ ໃນແຕ່ລະກໍຣະນີ ບໍ່ໍໄດ້ຂື້ນຢູ່ກັບ ໜ່ວຍງານສິ່ງແວດລ້ອມ ພຽງແຕ່ໜ່ວຍງານດຽວ ຄືຕ້ອງໄດ້ມີການຮ່ວມ ມືຈາກໜ່ວຍງານ ອື່ນທີ່ກ່ຽວຂ້ອງ ດັ່ງເຈົ້າໜ້າທີ່ໄດ້ ອະທິບາຍວ່າ:

ຫລາຍພາກສ່ວນ ຈະເປັນກະສິກັມ, ພະລັງງານແລະບໍ່ແຮ່ ອຸດສາຫະກັມ ການຄ້າ ສິ່ງແວດລ້ອມຈະບໍ່ ເຮັດຜູ້ດຍວຈະຮ່ວມມື ກັບຫລາຍພາກສ່ວນ ຫລາຍອົງກອນ ເພື່ອຊຸກຍູ້ໃຫ້ປະຕິບັດ ຕາມກົດໝາຍ ສິ່ງແວດລ້ອມ

ເຈົ້າໜ້າທີ່ໄດ້ ເວົ້າໃນຕອນທ້າຍວ່າ ບັນຫາສ່ວນໃຫຍ່ ຈະແມ່ນ ໂຮງງານປ່ອຍ ນ້ຳເສັຍ ແລະປ່ອຍຄວັນພິດ ເຮັດໃຫ້ ອາກາດເປັນພິດ ສ້າງຄວາມເດືອດຮ້ອນ ໃຫ້ຊາວ ບ້ານທີ່ຢູ່ອາສັຍ ໃນບໍລິເວນໃກ້ຄຽງ. ແຕ່ທີ່ຜ່ານມາ ກໍຍັງບໍ່ມີປາກົດ ການຮ້າຍແຮງເພາະ ທາງການກ່ຽວຂ້ອງ ແລະ ໂຮງຈັກໂຮງງານ ສາມາດ ແກ້ໄຂບັນຫາໄດ້ ທັນທ່ວງທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.