ຜົນເສັຽຂອງເຂື່ອນກັ້ນນໍ້າ

ແຜນການສ້າງເຂື່ອນ ຈໍານວນຫລວງຫລາຍ ໃນລາວ ຈະສົ່ງຜົນ ກະທົບ ຕໍ່ສັດນໍ້າ ແລະ ການປະໂມງ.
ສົມເນ
2010.10.20
F-recervoir ອ່າງເກັບນໍ້າໃນຫລັງເຂື່ອນ ເຮັດໃຫ້ນໍ້າຖ້ວມພື້ນທີ່ ຢ່າງຫລວງຫລາຍ ປະຊາຊົນຕ້ອງໂຍກຍ້າຍ ເສັຽຫາຍທັງສັດປ່າສັດນໍ້າ
RFA/Tyler Chapman

ກົດຟັງສຽງ

ເຈົ້າໜ້າທີ່ ມູນນິທິ ຄຸ້ມຄອງນໍ້າ ແບບບູຣານະການ ຂອງໄທ ເວົ້າວ່າ, ການສ້າງເຂື່ອນ ໃນລາວ ໃນລະຍະ 20 ປີ ຂ້າງໜ້າຕໍ່ໄປ ຈະສົ່ງຜົນກະທົບ ຢ່າງມະຫາສານ ຕໍ່ສະພາບ ແວດລ້ອມ ໂດຍສະເພາະ ປາໃນນໍ້າ ຫລາຍຊນິດ ຈະສູນພັນ ປະຊາຊົນ ທີ່ອາໄສປາໃນນໍ້າ ເປັນອາຫານ ປະຈໍາວັນ ກໍຈະບໍ່ສາມາດ ຫາປາໄດ້ ດັ່ງທ່ານ ຫານນະຣົງ ເຍົາວະເຣີດ ປະທານມູນນິທິ ຄຸ້ມຄອງ ນໍ້າໄດ້ກ່າວ:

"ລາວມີແຜນການ ສ້າງເຂື່ອນໃສ່ແມ່ນໍ້າ ສາຂາຫລາຍສາຍ ໃນລາວ, ຄິດວ່າຫລາຍກ່ວາ 100 ເຂື່ອນ ເປັນຕົ້ນ ນໍ້າເທີນ ນໍ້າງື່ມ ນໍ້າອູ. ສໍາລັບນໍ້າອູ ເທົ່ານັ້ນ ລາວຈະສ້າງເຖິງ 8 ເຂື່ອນ. ຈະສ້າງເຂື່ອນ ອັນໃດກໍດີ ມັນກໍຕັນທາງຂື້ນ ແລະລົງຂອງປາ".

ທ່ານຍັງກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ລາວ ມີສິດທິອັນຊອບທັມ ໃນໂຄງການຂາຍ ໄຟຟ້າ ຈາກການສ້າງເຂື່ອນ ຫລາຍໆເຂື່ອນ ເພື່ອໃຫ້ເປັນ ໝໍ້ໄຟແຫ່ງ ເອເຊັຽ ກໍດີ, ແຕ່ສິ່ງທີ່ລາວ ຈະສູນເສັຽໄປ ຄືປ່າໄມ້ ຊັບພຍາກອນ ທັມມະຊາດ ພັນສັດປ່າ ແລະສັດນໍ້າ ທີ່ປະຊາຊົນ ໃຊ້ເປັນອາຫານ. ທ່ານວ່າ ບົດຮຽນ ຢູ່ປະເທດໄທ ໄດ້ຊີ້ໃຫ້ເຫັນ ຢ່າງຊັດເຈນແລ້ວວ່າ ການສ້າງເຂື່ອນ ຫລາຍເຂື່ອນ ໃນປະເທດໄທ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ຕໍ່ຊີວິດການ ເປັນຢູ່ ຂອງປະຊາຊົນ ໃນທ້ອງຖິ່ນ ຢ່າງມະຫາສານ. 

ເຂື່ອນປາກມູນ ໃນປະເທດໄທ ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ ລໍາບາກ ຫລາຍທີ່ສຸດ. ປາຫລາຍກ່ວາ 60 ຊນິດໄດ້ສູນພັນໄປ ນັບແຕ່ເຂື່ອນ ຖືກສ້າງຂື້ນ ໃນປີ 1994.
ພາຄີ ກຸ່ມອານຸຣັກ ທັມມະຊາດ ຫລາຍອົງການໃນ ເອເຊັຽ ຕາເວັນອອກສ່ຽງໃຕ້ ມີຄວາມເປັນຫ່ວງ ນໍາການສ້າງເຂື່ອນ ໃນລາວ ໂດຍສະເພາະ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເພາະເຫັນວ່າ ລາຍໄດ້ຈາກ ການຂາຍໄຟຟ້າ ນັ້ນຈະບໍ່ສາມາດ ຊ່ວຍປະຊາຊົນ ໃຫ້ຫລຸດພົ້ນຈາກ ຄວາມທຸກຍາກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.