ກອງປະຊຸມບັນຫາ ລະເບີດລູກຫວ່ານ

ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ລະເບີດລູກຫວ່ານ ຈະຈັດຂື້ນ ຢູ່ນະຄອນຫລວງ ວຽງຈັນ ສປປລາວ.
ໂພໄຊສວັດ
2010.10.20
F-bom ຣະເບີດບອມບີ ທີ່ຖືກຫ້າມໃຊ້ ໃນທົ່ວໂລກ
AFP

ກົດຟັງສຽງ

ກອງປະຊຸມ ຄັ້ງທຳອິດ ຂອງຣັຖພາຄີ ສົນທິສັນຍາ ລະເບີດລູກຫວ່ານ ຫລືຊຶ່ຫຍໍ້ເປັນ ພາສາອັງກິດວ່າ 1MSP ຈະຈັດຂື້ນຢູ່ ນະຄອນຫລວງ ວຽງຈັນ ສປປລາວ ລະຫວ່າງວັນທີ 9 ຫາ 12 ພຶສຈິກາ 2010.

ຈຸດປະສົງຫລັກ ຂອງກອງປະຊຸມເທື່ອນີ້ ກໍເພື່ອເຮັດຕາມ ຄຳຂວັນທີ່ວ່າ "ຈາກວິສັຍທັດ ສູ່ການກະທຳ”. ນອກຈາກນັ້ນ ກອງປະຊຸມ ຍັງຈະໄດ້ ປຶກສາຫາລືກ່ຽວກັບ ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກ ລະເບີດລູກຫວ່ານ, ການເກັບກູ້ລະເບີດ ແລະ ການທຳລາຍ ລະເບີດລູກຫວ່ານ ທີ່ຍັງເຫລືອຢູ່ ໃນສາງ. ໂຄສົກກະຊວງ ການຕ່າງປະເທດ ສປປລາວ ທ່ານ ເຄນທອງ ນວນທະສິງ ກ່າວກ່ຽວກັບ ຈຸດປະສົງຫລັກ ຂອງກອງປະຊຸມ ໃນຄັ້ງນີ້ວ່າ:

"ຈຸດປະສົງຫລັກ ຂອງກອງປະຊຸມ ກ່ຽວກັບລະເບີດ Bombi ຄັ້ງທຳອິດ ຢູ່ລາວນີ້ແມ່ນ ເພື່ອເຮັດໃຫ້ຊາວໂລກ ນີ້ຮູ້ວ່າປະເທດລາວ ແລະ ປະຊາຊົນລາວ ເປັນປະຊາຊົນ ທີ່ໄດ້ຮັບ ເຄາະຮ້າຍ ຫລາຍກ່ອນໝູ່ ກ່ຽວກັບບັນຫານີ້ນີ່, ໄດ້ຮັບເຄາະຮ້າຍ ຈາກລະເບີດບໍ່ທັນແຕກ, ໂດຍສະເພາະລະເບີດ ລູກຫວ່ານນີ້".

ນອກຈາກນີ້ທ່ານ ຍັງໄດ້ກ່າວກ່ຽວກັບ ຈຳນວນຜູ້ທີ່ ຈະມາຮ່ວມ ໃນກອງປະຊຸມ 1MSP ຊຶ່ງຈະມີບຸກຄົນ ລະດັບສູງ ຈາກທົ່ວໂລກ ເຂົ້າຮ່ວມ ເປັນຈຳນວນຫລວງຫລາຍ ໂດຍສະເພາະ ຈາກ ຣັຖພາຄີ, ຈາກປະເທດທີ່ໄດ້ ແລະ ບໍ່ໄດ້ລົງນາມ ໃນສົນທິສັນຍາ, ອົງການ ສະຫະປະຊາຊາດ, ອົງການ NGO ສາກົນ, ອົງການ ປະຊາສັງຄົມ, ຜູ້ທີ່ລອດຊີວິດ ມາຈາກອຸບັດຕີເຫດ ຫລັງຈາກລະເບີດ ລູກຫວ່ານ ໄດ້ແຕກໃສ່. ທ່ານ ເຄນທອງ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ເບິ່ງກະແສເຂົ້າ ມານີ້ກ໋ະຊິມີ ຫລາຍເນ໋າະ ບັນດາປະເທດທີ່ ເປັນພາຄີແລ້ວນີ່ ກໍມີ 100 ປະເທດແລ້ວ ກະແນ່ນອນ ປະເທດພາຄີນີ່ ກໍຕ້ອງມີຜູ້ຕາງໜ້າ ເຂົ້າຮ່ວມໝົດ, ຂນະຜູ້ແທນ ເຂົ້າຮ່ວມໝົດ, ອັນສອງມາກໍແມ່ນ ພວກ NGO ທີ່ວ່າ active ທີ່ສຸດ ກະຢ່າງບໍ່ມີ ກ໋ະປະມານ 300 ຄົນ ທີ່ຂະເຈົ້າເຮັດ registered ມາແລ້ວ, ແລະ ກ໋ະຊິມີ ສື່ມວນຊົນ, ມາຮອດສູ່ມື້ນີ້ກ໋ະ ມີຢູ່ປະມານ 10-20 requests ຫລືວ່າສົ່ງມາແລ້ວ, ຄາດເດົາເບິ່ງຄືຊິ ບໍ່ຫລາຍດອກ ສື່ມວນຊົນກໍ ປະມານ 2-300 ສູງສຸດ".

ເນື່ອງຈາກວ່າ ລາວເປັນປະເທດ ທີ່ໄດ້ຮັບຜົນກະທົບ ຢ່າງໜັກຈາກ ລະເບີດທີ່ຍັງ ບໍ່ທັນແຕກ ໂດຍສະເພາະ ລະເບີດລູກຫວ່ານ ການຈັດກອງປະຊຸມ 1MSP ຢູ່ລາວຈຶ່ງເຫັນວ່າ ເໝາະສົມທີ່ສຸດ ເພື່ອຈະໄດ້ໃຫ້ ຊາວໂລກຮູ້ເຖິງ ສະພາບອັນແທ້ຈິງ ຂອງປະເທດທີ່ໄດ້ ຮັບເຄາະຮ້າຍ ຈາກລະເບີດ ລູກຫວ່ານນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.