ເຄມີຈາກສວນປູກອ້ອຍ ອາຈເຮັດໃຫ້ສັດລ້ຽງຕາຍ

ສະມາຊິກ ສະພາແຫ່ງຊາດ ຈາກແຂວງ ສວັນນະເຂດ ເຊື່ອວ່າ ສານເຄມີ ທີ່ໃຊ້ໃນ ສວນປູກອ້ອຍ ເພື່ອປ້ອນ ໂຮງງານນໍ້າຕານ ອາດເປັນສາເຫດ ໃຫ້ສັດລ້ຽງ ຂອງປະຊາຊົນ ຕາຍ.
ໂພໄຊສວັດ
2010.06.29

ທ່ານສົມເພັດ ອິນທາທິຣາດ ສະມາຊິກ ສະພາແຫ່ງຊາດ ແຂວງສວັນນະເຂດ ເປີດເຜີຍວ່າ ການເຈັບເປັນລົ້ມຕາຍ ຂອງສັດລ້ຽງ ໃນເຂດເມືອງ ໄຊຍະບຸຣີ ແຂວງ ສວັນນະເຂດ ມີຢູ່ເລື້ອຍໆ ນັບແຕ່ການຕັ້ງ ໂຮງງານເຮັດນ້ຳຕານ ເປັນຕົ້ນມາ, ຊຶ່ງມີການຂຍາຍ ພື້ນທີ່ເພື່ອປູກອ້ອຍ ກວ້າງອອກໄປເລື້ອຍໆ  ທັງມີການໃຊ້ ສານເຄມີ ໃນການຜລິດ ນ້ຳຕານ ແລະສານເຄມີ ນີ້ອາດຈະຮົ່ວໃຫລ ເປິເປື້ອນ ໃສ່ສິ່ງແວດລ້ອມ ຈົນເປັນອັນຕະລາຍ ຕໍ່ສັດລ້ຽງຂອງ ປະຊາຊົນ. ທ່ານສົມເພັດ ເວົ້າວ່າ:

"ມັນມີຢູ່ເລື້ອຍໆ ໃນລະຍະເຮົາ ລົງກວດທ້າຍປີ 2009 ມີຢູ່ລະດັບ 30–40 ກວ່າໂຕແລ້ວ ຕາມຈຳນວນບ້ານ ທີ່ເຮົາລົງກວດ ໃນກຸ່ມນຶ່ງ ໂດຍສະເພາະເຂດ ກະຈຸກຫັ້ນ ແລະກໍຄິດວ່າຍັງມີ ເຂດອື່ນໆອີກ ຍັງຊິມີຫລາຍ ໃນເຂດໂຄງການ ປູກອ້ອຍຫັ້ນ".

ທ່ານເວົ້າຕໍ່ໄປວ່າ ບັນຫາສັດລ້ຽງ ໂດຍສະເພາະງົວຄວາຍ ຂອງຊາວບ້ານ ທີ່ລຸລູກແລະ ລົ້ມຕາຍ ມີປະຊາຊົນ ຮ້ອງຮຽນມາໄດ້ ລະຍະນຶ່ງແລ້ວ. ຫລັງຈາກການລົງ ໄປກວດກາ ຂອງເຈົ້າໜ້າທີ່ ເຫັນວ່າສາເຫດ ອາດເປັນຍ້ອນ ສານເຄມີທີ່ໃຊ້ ໃນການປູກອ້ອຍ ແລະທີ່ໃຊ້ໃນ ການຜລິດນ້ຳຕານ ທີ່ອາດຮົ່ວໃຫລ ປະປົນກັບ ແຫລ່ງນ້ຳ ທັມມະຊາດ ເມື່ອສັດລ້ຽງ ຂອງຊາວບ້ານ ດື່ມກິນ ກໍເກີດອາການ ເຈັບເປັນ ແລະລົ້ມຕາຍ.

ກ່ຽວກັບການ ແກ້ໄຂບັນຫາ ດັ່ງກ່າວ ໃນຕອນທຳອິດ ທາງການໄດ້ສົ່ງ ພນັກງານ ທີ່ເບິ່ງແຍງດ້ານ ສິ່ງແວດລ້ອມ ໄປປະສານງານ ກັບບໍຣິສັດ ຜລິດນ້ຳຕານ ແລະ ປະຊາຊົນທີ່ ປູກອ້ອຍ ເພື່ອປ້ອນໂຮງງານ ໄດ້ກວດກາສຶກສາ ຫາຄວາມຈິງ ຮ່ວມກັນ ເພື່ອໃຫ້ຮູ້ຄັກແນ່ ວ່າສາເຫດທີ່ ແທ້ຈິງນັ້ນມາ ຈາກໃສ ເພື່ອຈະໄດ້ຫາ ທາງແກ້ໄຂຮ່ວມກັນ ຢ່າງຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.