ຂ. ຈຳປາສັກ ຊັກຊວນ ປະຊາຊົນ ທຳ ຄວາມສອາດ ທົ່ວໄປ ແລະ ປູກຕົ້ນໄມ້

ແຂວງ ຈຳປາສັກ ມີ ການ ຣົນນະຣົງ ຊັກຊວນ ໃຫ້ ປະຊາຊົນ ທຳ ຄວາມ ສອາດ ບ້ານເຮືອນ, ຫ້າງຮ້ານ ແລະ ສຖານທີ່ ສາທາຣະນະ ປະໂຍດ ປະເພດ ຕ່າງໆ ພາຍໃນ ແຂວງ, ຕຣອດ ຮອດ ການປູກ ຕົ້ນໄມ້ ຕາມ ເຂດ ຕ່າງໆ ເນື່ອງ ໃນໂອກາດ ວັນ ປົກປ້ອງ ສພາບ ແວດລ້ອມ ສາກົນ ວັນທີ 5 ເດືອນ ມີຖຸນາ, ດັ່ງ ດຣ ໜູກອນ ສີພອນພູມີ, ຫົວໜ້າ ຫ້ອງການ ນ້ຳ ແລະ ສິ່ງແວດລ້ອມ ປະຈຳ ແຂວງ ດັ່ງກ່າວ ເວົ້າວ່າ:
ຊີດນີ ຣາຍງານ
2008.06.03

”ພວກເຮົາ ຈະສ້າງ ຂບວນການ ອານາມັຍ ແລະ ປູກຕົ້ນໄມ້ ຕາມ ອາຄານ ທີ່ ຕ່າງໆ ຖນົນຫົນທາງ ຄຸ້ມ ບ້ານ ຂອງ ປຊາຊົນ”

ທ່ານ ກ່າວເພີ້ມ ອີກວ່າ ກີຈກຳ ໃນ ວັນນັ້ນ ກໍ່ ແມ່ນວ່າ ຈະມີ ການຊັກຊວນ ໃຫ້ ປະຊາຊົນແລະ ຫ້າງຮ້ານ ທຸຣະກິດ ຕ່າງໆ ທຳ ຄວາມສອາດ ເກັບ ຂີ້ເຫຍື່ອ ຕາມ ຄຸ້ມບ້ານ ຂອງຕົນ ແລະ ຕາມເຂດ ຕົວເມືອງ ທີ່ ຕົນ ອາສັຍຢູ່. ນອກຈາກ ນັ້ນ, ກໍ ຈະມີ ການຣົນນະຣົງ ໃນ ການປູກຕົ້ນໄມ້ ຕາມ ສຖານທີ່ ຕ່າງໆ ຂອງ ຣັຖບານ ເພື່ອ ຄວາມສວຍງາມ ແລະ ສອາດຫູສອາດຕາ ໃນ ວັນ ປົກປ້ອງ ສພາບ ແວດລ້ອມ ສາກົນ. ການກະທຳ ດັ່ງກ່າວ ແມ່ນ ເພື່ອ ປຸກຈິດສຳນືກ ຂອງ ປະຊາຊົນ ກ່ຽວກັບ ຄວາມສອາດ ແລະ ການປົກປ້ອງ ສພາບ ແວດລ້ອມ ເພືອ ຊ່ອຍ ລົດພາວະ ໂລກຮ້ອນ ທີ່ມີ ການຂຍາຍຕົວ ຂື້ນ ໃນ ແຕ່ລະມື້. ກຸ່ມ ທີ່ ຈະໃຫ້ ຄວາມສົນໃຈ ຫລາຍ ກວ່າໝູ່ ໃນ ການຣົນນະຣົງ ໃນ ມື້ນັ້ນ ກໍ ຈະແມ່ນ ກຸ່ມ ເຍົາວະຊົນ ເດັກນ້ອຍ ຈາກ ໂຣງຮຽນ ຕ່າງໆ ທີ່ ຈະ ມາຮ່ວມ ກີຈກຳ ໃນ ມື້ນັ້ນ. ເພາະ ກຸ່ມ ດັ່ງກ່າວ ຈະ ເປັນ ອານາຄົດ ຂອງ ຊາດ.

ເຖິງຢ່າງໃດກໍດີ, ແຂວງ ຈຳປາສັກ ກໍ ເປັນ ແຂວງ ທີ່ມີ ທ່າແຮງ ສູງ ທາງ ດ້ານຊັພຍາກອນ ທັມມະຊາດ ເປັນຕົ້ນ ແມ່ນ້ຳ ລຳທານ ເໝາະສົມ ກັບ ການ ສ້າງເຂື່ອນ ໄຟຟ້າ ຊື່ງ ຣັຖບານ ລາວ ກໍ່ມີ ແຜນການ ທີ່ ຈະ ສ້າງເຂື່ອນ ໄຟຟ້າ ຫລາຍ ແຫ່ງ ໃນ ແຂວງ, ດັ່ງ ເຂື່ອນ ດອນສະຫົງ, ເຂື່ອນ ບ້ານກຸ່ມ. ນອກຈາກນັ້ນ, ທາງການ ແຂວງ ກໍ ຍັງມີ ການພທັນາ ທາງ ດ້ານ ການກະເສດ, ການສຳຣວດ ແຮ່ທາດ ແລະ ການຍົກຣະດັບ ການທ່ອງທ່ຽວ ຕາມ ເຂດ ຕ່າງໆ ໃນ ແຂວງ ນຳອີກ.

ຄຳສັບ ຊອກຫາຂໍ້ມູນ: ສະພາບແວດລ້ອມ environment

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.