ນໍ້າເປື້ອນເຂດກາຊີໂນ ຍັງບໍ່ຖືກແກ້ໄຂ

ມາຮອດ ປັດຈຸບັນນີ້ ການລະບາຍ ນໍ້າເປື້ອນ ອອກຈາກເຂດ ຫລິ້ນການພະນັນ ຄາສິໂນ ຢູ່ປະເທດລາວ ຍັງບໍ່ດີເທື່ອ.
ຈໍາປາທອງ
2010.10.12

ກົດຟັງສຽງ

ການລະບາຍ ນ້ຳເປິເປື້ອນ ແລະເກັບຂີ້ເຫຍື່ອ ອອກຈາກເຂດ ຫລິ້ນການພະນັນ ຊຶ່ງຢູ່ໃນເຂດ ເສຖກິດພິເສດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນັ້ນຍັງ ເປັນບັນຫາ, ບໍ່ມີ ຄວາມຄືບໜ້າ ເຖິງແມ່ນວ່າ ຣັຖບານລາວ ເປັນຜູ້ຮັບຜິດຊອບ ໃນເຣື້ອງດັ່ງກ່າວ. ການວາງແຜນ ແລະແກ້ໄຂ ກໍບໍ່ມີການ ອະພິບາຍ ໃຫ້ມວນຊົນ ຫລື ອຳນາດ ການປົກຄອງ ທ້ອງຖິ່ນຮູ້ ແຕ່ຢ່າງໃດ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ຂອງລາວທ່ານນຶ່ງ ເວົ້າວ່າ:

"ມັນກໍບໍ່ແມ່ນຢູ່ ຕາມຕາລາງກວດກາ ຂອງພວກເຮົາ ຈະຢູ່ກັບຂັ້ນຣັຖບານ ພຸ້ນນະເຂົາເຈົ້າຈະມາກວດ ມາຫຍັງແຕ່ລະຄັ້ງ ແຕ່ວ່າເຂົາຈະມີ ການກວດກາ ຄືແນວໃດກໍບໍ່ຮູ້ ບໍ່ໄດ້ ເບິ່ງລະອຽດ ປານໃດ ມີແຕ່ໄປເບິ່ງຂອບເຂດ ໂຄງການຂອງເຂົາ ທາງນີ້ກໍບໍ່ສາມາດ ປະເມີນໄດ້ ເພາະທັງໝົດຂຶ້ນ ຢູ່ກັບສູນກາງ".

ທ່ານເວົ້າຕື່ມວ່າ ເລື້ອງປ່ອຍນ້ຳເສັຍ ລົງແຫລ່ງນ້ຳ ກໍໄດ້ຮັບຂໍ້ມູນ ຈຳນວນນຶ່ງແລ້ວ ໂດຍສະເພາະທີ່ ຄາສິໂນຂອງຈີນ ຢູ່ບໍ່ແກ້ວ ແລະ ໃນເຂດຄາສິໂນ ຢູ່ ແຂວງ ສວັນນະເຂດ ທີ່ປ່ອຍນ້ຳເປິເປື້ອນ ລົງແມ່ນ້ຳຂອງ ແລະ ຄາສິໂນຈອງຈີນ
ຢູ່ ບໍ່ເຕັນ ແຂວງຫລວງນ້ຳທາ ກໍມີການປ່ອຍ ນ້ຳເປິເປື້ອນ ລົງໃສ່ລຳ ນ້ຳສາຂາ
ເຊັ່ນກັນ. ສ່ວນວ່າການຖິ້ມ ຂີ້ເຫຍື່ອ ມີຣະບົບເກັບຂອງ ແຂວງ ຍັງບໍ່ເຫັນຫລາຍ
ເທົ່າກັບການປ່ອຍນ້ຳ ເປິເປື້ອນຊະຊາຍ.

ສິ່ງດັ່ງກ່າວ ສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ບໍ່ຄ່ອຍມີ ນ້ຳສະອາດໃຫ້ໃຊ້ ແລະ ສ່ຽງຕໍ່ການເກີດ ພະຍາດຕ່າງໆ. ສ່ວນຂີ້ເຫຍື່ອກໍມີບັນຫາ ເຜົາທຳລາຍ ຫລື ຝັງບໍ່ທັນ ເຮັດໃຫ້ເກີດກິ່ນເໝັນ ໄປທົ່ວ ເປັນຣະຍະໆ.

ເຖິງແມ່ນວ່າ ຄາສິໂນທຸກແຫ່ງ ຈະມີບ່ອນກຳຈັດ ຂີ້ເຫຍື່ອ ແລະນ້ຳເສັຽກໍຕາມ ແຕ່ບໍ່ມີໜ່ວຍງານ ໃດສາມາດ ເຂົ້າ ໄປກວດກາໄດ້ ລະອຽດ ນອກຈາກວ່າ ຈະໄດ້ຮັບ ອະນຸຍາດຈາກ ທາງຄາສິໂນ ແລະ ຈາກສູນກາງເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.