ລາວຄວນຊື້ Carbon Dioxide Credit ເພື່ອຮັກສາປ່າໄມ້

ນັກຊ່ຽວຊານສເນີ ໃຫ້ຣັຖບານລາວ ຊື້ Carbon Dioxide Credit ເພື່ອຮັກສາປ່າໄມ້ ແລະເພື່ອນຳຣາຍໄດ້ ເຂົ້າປະເທດ.
ອະວາຣີ
2010.03.31

ນັກຊ່ຽວຊານທ່ານນື່ງ ຊຶ່ງບອກຊື່ພຽງແຕ່ວ່າ ທ່ານ ແພງທອງ ໄດ້ອະທິບາຍ ການຊື້ Credit ນັ້ນວ່າ:

“ມັນມີໂຄງການ ອັນນຶ່ງເພິ່ນຮ້ອງວ່າ REDD ໝາຍຄວາມວ່າ ການອະນຸຮັກ ປ່າໄມ້ ເພື່ອຫລຸດຜ່ອນແກ໊ສ CO2 ມັນຈະຊ່ວຍ ບໍ່ໃຫ້ໂລກຮ້ອນ ແລະເຂົາຂາຍກັນ ດຽວນີ້ ຫລາຍປະເທດເຂົາ ເຮັດແລ້ວແຕ່ວ່າບ້ານເຮົາ ນີ່ຍັງບໍ່ທັນໄດ້ ເຮັດເທື່ອ.”

ນັກຊ່ຽວຊານທ່ານນີ້ ຊຶ່ງເປັນເຈົ້າໜ້າທີ່ ບໍຣິສັດ ທີ່ປຶກສາດ້ານ ສິ່ງແວດລ້ອມ ອະທິບາຍວ່າ ໂຄງການ REDD ແປວ່າ ໂຄງການຫລຸດຜ່ອນ ການປ່ອຍອາຍແກ໊ສເຮືອນແກ້ວ ທີ່ເກີດຈາກການ ທໍາຣາຍປ່າໄມ້ ແລະການເຊື່ອມໂຊມ ຂອງປ່າ. ອີງຕາມອະນຸສັນຍາ ສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນ ຟ້າອາກາດ ທຸກປະເທດໃນໂລກ ຕົກລົງກັນວ່າ ຈະຮ່ວມກັນຫລຸດຜ່ອນ ອາຍແກ໊ສເຮືອນແກ້ວ ຫລືຄວັນ ພິດ Carbon dioxide ນີ້ລົງ ແຕ່ປະເທດທີ່ ຈະເຣີນແລ້ວບໍ່ ສາມາດຫລຸດຜ່ອນ ລົງໄດ້ຈຶ່ງຂາຍ ຫລືໃຫ້ ເງິນຊ່ວຍເຫລືອແກ່ ປະເທດທີ່ກໍາລັງ ພັທນາພາຍໃຕ້ ເງື່ອນໄຂທີ່ວ່າ ປະເທດກໍາລັງພັທນາ ຕ້ອງຫລຸດ ຜ່ອນການຕັດໄມ້ ທໍາຣາຍປ່າລົງ.

ປ່າໄມ້ແລະຕົ້ນໄມ້  ເປັນຊັພຍາກອນ ທັມມະຊາດ ທີ່ດູດຫລືຫັນໃຈ ເອົາຄວັນພິດ Carbon dioxide ແລະປ່ອຍອາກາດສົດ ຫລື Oxygen ອອກສູ່ບັນຍາກາດ. ປັດຈຸບັນ ຫລາຍປະເທດແລ້ວ ໃນໂລກໄດ້ຊື້ Credit ດັ່ງກ່າວ ເຊັ່ນອິນໂດນີເຊັຍ ຊຶ່ງເປັນປະເທດນຶ່ງ ທີ່ມີການຕັດໄມ້ ທໍາຣາຍປ່າຢ່າງ ວ່ອງໄວ.

ໃນຣະຍະປະມານ ສາມສິບປີທີ່ ຜ່ານມາ ໄດ້ມີການຕັດໄມ້ ທໍາຣາຍປ່າຢ່າງ ມະຫາສານຢູ່ ສປປລາວ ປັດຈຸບັນ ປະເທດລາວ ຍັງມີປ່າໄມ້ປົກຫຸ້ມ ຢູ່ພຽງແຕ່ປະມານ 35 ສ່ວນຮ້ອຍ ຂອງພື້ນທີ່ທັງໝົດ. ຣັຖບານມີ ຍຸທສາດຢາກຟື້ນຟູ ປ່າໄມ້ ໃຫ້ຕືບໜາ ຂື້ນເປັນ 75 ສ່ວນຮ້ອຍ ພາຍໃນປີ 2020 ຫລືພາຍໃນອີກ ສິບປີຂ້າງໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.