ສະຫະພັນ ແມ່ຍິງລາວ ເປັນຫ່ວງນຳ ສະພາບ ແວດລ້ອມ ໃນລາວ
2009.03.03
ເຣີ່ມແຕ່ ທາງການລາວ ເປີດປະເທດ ໃຫ້ນັກລົງທຶນ ເຂົ້າໄປ ສັມປະທານ ພື້ນທີ່ ເພື່ອພັທນາ ການກະເສດ ຢ່າງກ້ວາງຂວາງ ແລະ ບໍ່ມີຂີດຈໍາກັດ ເພື່ອຂຍາຍ ທຸຣະກິດ ແລະ ສົ່ງເສີມ ການລົງທຶນ ຜົນເສັຍທີ່ເກີດຂຶ້ນ ໂດຍກົງໃນຂະນະນີ້ ພົບວ່າ ບັນຫາສິ່ງແວດລ້ອມ ເປັນສິ່ງທີ່ເຫັນ ໄດ້ຊັດເຈນ ທີ່ສຸດ ເນື່ອງຈາກວ່າ ທັງຜູ້ລົງທຶນ ແລະ ປະຊາຊົນ ໄດ້ຖາງປ່າ ຢ່າງກ້ວາງຂວາງ, ເຮັດໃຫ້ ຫລາຍຝ່າຍ ຕ້ອງຫັນມາເບິ່ງເຣື້ອງບັນຫາ ແລະ ພະຍາຍາມ ຊອກຫາ ວິທີແກ້ໄຂ.
ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກສະຫະພັນ ແມ່ຍິງລາວ ໃນຖານະໜ່ວຍງານນຶ່ງ ທີ່ເອົາໃຈໃສ່ ບັນຫາ ດັ່ງກ່າວ ເປີດເຜີຍ ວ່າ:
“ຄັ້ນເວົ້າເຖິງ ສິ່ງແວດລ້ອມນີ້ ກໍກໍາລັງ ປະສົບພັຍ ຢູ່ ແບບວ່າ ການຮັກສາ ສິ່ງແວດລ້ອມ ມັນບໍ່ໄດ້ດີ ເທົ່າທີ່ຄວນ, ມີບັນຫາ ຢູ່ແລ້ວ, ເມື່ອຖອດຖອນ ບົດຮຽນ ໃນຄັ້ງນີ້ ກໍພະຍາຍາມ ສິອອກແຜນ ໃນການປົກປັກຮັກສາ ສິ່ງແວດລ້ອມ.”
ໂຄງການທີ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ປະກອບດ້ວຍ ໂຄງການປູກຢາງພາລາ, ພືດການກະເສດ ທີ່ຕ້ອງຖາງປ່າເຮັດໄຮ່, ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໃນທົ່ວປະເທດ. ໃນຂະນະທີ່ ການຂຍາຍ ທຸຣະກິດ ດ້ານການກະເສດ ແລະ ປູກຢາງພາລາ ກໍາລັງຂຍາຍອອກໄປ ຢ່າງກ້ວາງຂວາງ ກໍເຮັດໃຫ້ ເກີດຄວາມເປັນຫ່ວງ ຕໍ່ສະພາບແວດລ້ອມຂຶ້ນມາ. ທາງການລາວ ພົບວ່າ ມີການຂຍາຍພື້ນທີ່ ປູກຝັງ ໂດຍບຸກລຸກ ເຂົ້າໄປໃນເຂດປ່າສງວນ ແຫ່ງຊາດ ໃນຫລາຍໆແຫ່ງ, ດັ່ງນັ້ນ ທາງສະຫະພັນ ແມ່ຍິງ ຈຶ່ງຂໍຄວາມຮ່ວມມື ຈາກຫລາຍໆຝ່າຍ ເພື່ອຫາທາງແກ້ໄຂ ໃຫ້ທັມມະຊາດ ຄົງຢູ່ ຢ່າງຍືນຢົງ:
“ປັດຈຸບັນນີ້ ກໍຖືກທໍາລາຍ ລົງແດ່ ເພາະສົ່ງເສີມ ການປູກຢາງພາລາ, ເມື່ອກ່ອນ ກໍເປັນແຂວງ ທີ່ອຸດົມສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາ, ສະຫະພັນ ແມ່ຍິງ ກໍຈະສົ່ງເສີມ ເຣື້ອງການປົກປັກຮັກສາ ສິ່ງແວດລ້ອມ.”
ຢ່າງໃດ ກໍຕາມ, ອົງການສະພາບແວດລ້ອມ ທີ່ບໍ່ຫວັງຜົນກໍາໄລ ໃນປະເທດລາວ ຫລິງເຫັນ ວ່າ ຕັ້ງແຕ່ ສປປລາວ ເປີດການຄ້າ ເສຣີ ກັບຈີນ ກໍເກີດການປ່ຽນແປງຂຶ້ນ ຢ່າງຫລວງຫລາຍ, ບໍ່ວ່າ ຈະເປັນການສັມປະທານປ່າ, ການສນັບສູນ ໃຫ້ມີການປູກພືດ ເສຖກິດ, ໂດຍສະເພາະ ຢ່າງພາລາ, ຊຶ່ງທາງກຸ່ມອະນຸຮັກ ສິ່ງແວດລ້ອມ ແລະ ສະຫະພັນ ແມ່ຍິງ ບໍ່ຢາກໃຫ້ຊຸມຊົນ ຂອງຕົນເອງ ຍຶດໝັ້ນ ຣະບົບ ແບບຈີນ ທີ່ມອງເຫັນ ແຕ່ວັດຖຸ ແລະ ເງິນ ພຽງຢ່າງດຽວ, ແລະ ຢາກຈະອະນຸຮັກ ປ່າໄມ້ ແລະ ວິທີການດໍາລັງຊີວິດ ທ້ອງຖິ່ນ ເອົາໄວ້.