ວຽດນາມເຂັ້ມງວດ ຮັກສາສິ່ງແວດລ້ອມ

ວຽດນາມ ເຂັ້ມງວດຫລາຍຂື້ນ ກັບບໍຣິສັດ ທີ່ສ້າງຄວາມ ເປິເປື້ອນ ໃສ່ສິ່ງແວດລ້ອມ.
ໂພໄຊສວັດ
2010.04.26

ບໍຣິສັດ ອຸດສາຫະກັມ Tung Kuang ຈາກໃຕ້ຫວັນ ຖືກຕ້ອງຫາຈາກ ເຈົ້າໜ້າທີ່ ກະຊວງຮັກສາ ຄວາມປອດພັຍດ້ານ ສິ່ງແວດລ້ອມສັງຄົມ ວຽດນາມ ວ່າໄດ້ປ່ອຍ ສານເຄມີ ເປິເປື້ອນເປັນພິດ ໂດຍບໍ່ໄດ້ກັ່ນກອງ ກ່ອນລົງໃສ່ ແມ່ນ້ຳ Gie ຢູ່ເຂດເມືອງ Cam Giang ມາເປັນລະຍະ ເວລາຫລາຍປີ.

ເທື່ອນີ້ເປັນການ ຝ່າຝືນທຳລາຍ ສິ່ງແວດລ້ອມ ຂອງບໍຣິສັດ ທີ່ມີຊື່ສຽງ ຈາກການລົງທຶນ ໂດຍກົງ ຈາກຕ່າງປະເທດ ຄັ້ງຍິ່ງໃຫຍ່ ຫລັງຈາກບໍຣິສັດ Vedan Vietnam ຈາກ Taiwan ແລະ Miwon Vietnem ຈາກເກົາຫລີໃຕ້ ສອງບໍຣິສັດໃຫຍ່ ຜລິດແປ້ງສາລີ ທີ່ພົບວ່າມີ ຄວາມຜິດ ປ່ອຍສານເຄມີ ເປິເປື້ອນເປັນພິດ ໂດຍບໍ່ໄດ້ກັ່ນກອງ ກ່ອນລົງໃສ່ແມ່ນ້ຳ Thi Vai ຢູ່ແຂວງ Dong Nai ແລະ ລົງໃສ່ແມ່ນ້ຳ ແດງ ຢູ່ແຂວງພາກເໜືອ.

ເມື່ອສອງເດືອນກ່ອນ ບໍຣິສັດຜລິດ ອາຫານ Dalat-Japan ຢູ່ແຂວງ Lam Dong ກໍໄດ້ຖືກພົບວ່າ ທຳລາຍ ສິ່ງແວດລ້ອມ ມາເປັນປີໆ. ບໍຣິສັດເຫລົ່ານີ້ ໄດ້ຖືກສັ່ງ ໃຫ້ຈ່າຍຄ່າ ທົດແທນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນ ກະທົບກະເທືອນ ໃນການທຳລາຍ ສິ່ງແວດລ້ອມ ແລະຕ້ອງໄດ້ ດັດແປງລະບົບ ກັ່ນກອງ ນ້ຳເປິເປື້ອນໃໝ່ ແລະ ຕ້ອງໄດ້ປິດ ການຜລິດຊົ່ວຄາວ.

ທາງການວຽດນາມ ເປີດເຜີຍວ່າ ການຝ່າຝືນຂອງ ບໍຣິສັດ ອຸດສາຫະກັມ Tung Kuang ຈາກໃຕ້ຫວັນ ມີອັນຕະລາຍ ກ່ວາກໍຣະນີ ທີ່ຜ່ານມາ ເພາະເປັນ ສານເຄມີ ທາດເຫລັກ ທີ່ເປິເປື້ອນເປັນພິດ ບໍ່ແມ່ນນ້ຳເສັຍ ຈາກການຜລິດ ອາຫານທັມມະດາ.

ໃນປີ 2009 ເຈົ້າໜ້າທີ່ຕຳຣວດ ດ້ານສິ່ງແວດລ້ອມ ວຽດນາມ ສາມາດພົບການ ຝ່າຝືນ 4,545 ກໍຣະນີ ເພີ້ມຂື້ນສີ່ເທື່ອ ຂອງປີ 2008.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.