ຜູ້ຖືກເຄາະຮ້າຍຈາກ ລູກຣະເບີດບໍ່ທັນແຕກ

ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກລູກຣະເບີດບໍ່ທັນແຕກ ໃນປັຈຈຸບັນນີ້ ຈະເປັນພວກຜູ້ໃຫຍ່ ຫລາຍກວ່າເດັກນ້ອຍ ເພາະຕ້ອງໄດ້ປະກອບອາຊີພ.
ຫວາດ ສີມູນ
2009.12.03
F-UXO ໂຄງການເກັບກູ້ຣະເບີດ ທີ່ຍັງບໍ່ແຕກໃນແຂວງຊຽງຂວາງ ຊື່ງມີທະຫານຕ່າງປະເທດ ເຂົ້າຮ່ວມກັບທາງການລາວ ຮູປຖ່າຍວັນທີ3ເດືອນເມສາ2008
AFP PHOTO/HOANG DINH Nam

ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກລູກຣະເບີດ ທີ່ບໍ່ທັນແຕກ ແຕກໃສ່ຈົນເສັຽຊີວີຕຫລື ໄດ້ຮັບບາດເຈັບ ໃນປັຈຈຸບັນນີ້ນັ້ນ ສ່ວນຫລາຍ ຈະເປັນພວກຜູ້ໃຫຍ່ ຫລາຍກວ່າເດັກນ້ອຍ ຍ້ອນໄດ້ປະກອບອາຊີພ ແລະກາຣບຸກເບີກພື້ນທີ່ ໃນກາຣທຳມາຫາກິນ ດັ່ງທ່ານບຸນປອນ ໄຊຍະເສນ ຫົວໜ້າອົງກາຣ ເກັບກູ້ຣະເບີດ ຫລືອົງກາຣ UXO ລາວໄດ້ກ່າວວ່າ:

“ໃນປັຈຈຸບັນນີ້ ແຍກເປັນຜູ້ໃຫຍ່ ມີຈຳນວນຫລາຍ ຜູ້ໃຫຍ່ຈະເຍິ (ຫລາຍ) ກວ່າເດັກ ເພາະວ່າມັນໜຶ່ງວ່າ ເຣື່ອງທຳມາຫາກິນ ພວກເດັກນ້ອຍ ເຂົາຈະກາຣຫລິ້ນ ຫລືອີຫຍັງຕ່າງໆ ມັນຈະມີຈຳນວນຫລຸດລົງ”.  

ທ່ານບຸນປອນ ໄດ້ກ່າວເພີ່ມວ່າ ຈາກສະຖີຕິຂອງປີ 2008 ທີ່ທາງ UXO ໄດ້ຮິບໂຮມ ເກັບກຳໄວ້ນັ້ນ ມີຍອດຂອງຜູ້ເສັຽຊີວີຕ ຈາກລູກຣະເບີດ ບໍ່ທັນແຕກໆໃສ່ ມີທັງໝົດ25ຄົນ ແລະໄດ້ຮັບບາບເຈັບອີກ 85ຄົນ ຊຶ່ງທັງໝົດແມ່ນຢູ່ ໃນເຂຕທີ່ຫ່າງໄກ ສອກຫລີກ ແລະກໍເປັນເຂຕທີ່ ໂຄງກາຣພັທນາຕ່າງໆ ຍັງບໍ່ທັນເຂົ້າໄປ ເຖິງເທື່ອ ໂດຽຜູ້ປະສົບເຫຕ ຮ້າຍຕ້ອງໄດ້ບຸກເບີກ  ເພື່ອທຳມາຫາກິນເອງ ແລະກໍເປັນເຂຕທີ່ ທາງໜ່ວຍງານກ່ຽວຂ້ອງ ບໍ່ສາມາດເຂົ້າໄປ ໃຫ້ເຖິງໄດ້ເທື່ອ ນັ້ນເຊັ່ນກັນ.

“ເວົ້າຈິງໆເນາະ… ເຣື່ອງນີ້ມັນມີ ຄັນແຕ່ວ່າເຮົາ ໄປບໍ່ເຖິງນັ້ນ ຍ່າງໄປ2ມື້ຈຶ່ງຮອດ ບ້ານມັນກໍມີ ແຕ່ສຸດທ້າຍແລ້ວເຮົາ ຈຶ່ງໄດ້ຮັບຂ່າວນີ້ທີຫລັງ ແຕ່ວ່າເຣື່ອງ      ອຸບັຕຕິເຫຕເກິດຂຶ້ນ ແຕ່ມັນກໍປັຈຈຸບັນນີ້ ໄດ້ຕັ້ງອົງກາຣມານີ້ ມັນກໍຄ່ອຍຫລຸດ ຜ່ອນລົງຫລາຍແລ້ວ”.  

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳວ່າ ລູກຣະເບີດບໍ່ທັນແຕກ ທີ່ຍັງມີຢູ່ໃນດິນ ແລະປະຊາຊົນຜູ້ໄດ້ ຮັບຜົລກະທົບຍ້ອນນັ້ນ ກໍລ້ວນແຕ່ເປັນ ຜູ້ທີ່ທຸກຂ໌ຈົນທີ່ ຕ້ອງໄດ້ປະກອບອາຊີພ ດ້ານເຮັດໄຮ່-ເຮັດນາ ເປັນປະຈຳຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 03, 2009 09:17 AM

ອັນຕະລາຍຫຼາຍເນາະແບບນີ້