ຊາວບ້ານຍັງພາກັນ ຂຸດລະເບີດໄປຂາຍ

ຍັງມີ ປະຊາຊົນ ຈໍານວນບໍ່ໜ້ອຍ ໃນເຂດສອກຫລີກ ແຂວງ ສວັນນະເຂດ ຂຸດຄົ້ນ ລະເບີດ ທີ່ບໍ່ທັນແຕກ.
ສົມເນ
2010.09.16

ປະຊາຊົນ ຢູ່ຫລາຍ ຫົວເມືອງ ໃນແຂວງ ສວັນນະເຂດ ໂດຍສະເພາະ ເມືອງພິນ ເມືອງເຊໂປນ ເມືອງນອງ ເມືອງພະລານໄຊ ຍັງພາກັນ ລັກລອບ ເຂົ້າໄປຂຸດ ເອົາ ລະເບີດ ທີ່ບໍ່ທັນແຕກ ໃນປາງສົງຄາມ ທີ່ຝັງຢູ່ ພື້ນດິນ ເພື່ອເອົາໄປຂາຍ ເປັນເສດເຫລັກ ເພາະວ່າໄດ້ ຣາຄາດີ. ເຣື້ອງນີ້ ທາງການໄດ້ ປະກາດຫ້າມ ຢູ່ຕລອດມາ ແຕ່ ປະຊາຊົນ ບາງຈໍາພວກ ຍັງດື້ດືງ ເຂົ້າໄປຊອກ ຂຸດຢູ່. ຫລາຍກໍຣະນີ ຖືກລະເບີດ ແຕກໃສ່ ໄດ້ຮັບບາດເຈັບ ເສັຽອົງຄະ ຫລືເສັຽຊີວິດ. ນາງພູນ ສີດາກັນ ຊາວບ້ານ ພະລານໄຊ ຊື່ງລູກຂອງເພິ່ນ ໄດ້ຖືກ ລະເບີດແຕກໃສ່ ມີຄວາມທຸກ ແລະ ເສັຽໃຈຫລາຍ:

"ເສັດ ຕານີ້ກໍເປັນ ໄປເຂົ້າໂຮງໝໍ ເພິ່ນກໍວ່າ ລູກເອີຽ ແມ່ເອີຽ ລູກເຈົ້າຕາ ກໍອອກໃດ໊ ວ່າຊັ້ນ ຕີນນີ້ກໍກຸດ ເອົາແຫລະ ມືກໍກຸດ ເອົາແຫລະ ກຸດກໍກຸດແລ້ວ ລູກເອີຽ ສີ່ເຮັດແນວໃດ ອອກກໍອອກແລ້ວ ແມ່ກໍບໍ່ເປັນ ບອກລູກ ກໍເມື່ອຍບອກແລ້ວ ແຕ່ລູກຢາກໄດ້".

ນາງພູນ ເລົ່າຕໍ່ໄປວ່າ ລູກຫລານ ໃນບ້ານນີ້ ເຂົານິຍົມ ກັນວ່າ ໄປຂຸດເອົາ ລູກລະເບີດ ທີ່ບໍ່ທັນແຕກ ແລະ ເອົາເສດເຫລືອ ຂອງລະເບີດ ໄປຂາຍນີ້ ເປັນວິທີນື່ງ ໃນການຫາເງິນ ມາລ້ຽງຄອບຄົວ ເພາະວ່າໄດ້ ມາແລ້ວ ເອົາໄປຂາຍ ມັນກໍໄດ້ ຣາຄາດີ ມີເງິນໃຊ້. ຊາວບ້ານ ໃນເຂດສອກຫລີກ ຮູ້ຈັກດີວ່າ ເຂດໃດ ມີລະເບີດ
ຝັງດິນຢູ່ຫລາຍ ເພາະວ່າຄົນ ລຸ້ນພໍ່ລຸ້ນແມ່ ທີ່ເກີດກັບ ເຫດການ ໃນສົງຄາມນັ້ນ ບອກເລົ່າສູ່ ເຂົາເຈົ້າຟັງ ແລະ ຈໍານວນນື່ງ ກໍໄປຂຸດເອົາ ລູກລະເບີດ ມາຂາຍສືບ ຕໍ່ກັນມາ ເລື້ອຍໆ. ສໍາລັບ ກໍຣະນີ ຜູ້ທີ່ຖືກ ລະເບີດ ແຕກໃສ່ນີ້ ທາງອົງການ ເກັບກູ້ລະເບີດ ໃນແຂວງກໍ ສາມາດ ຊ່ວຍເຫລືອເຂົາເຈົ້າ ຕາມຄວາມສາມາດ ທີ່ມີຢູ່:

"ສໍາລັບ ພາຍຫລັງທີ່ ປະຊາຊົນ ໄດ້ປະສົບ ເຄາະຮ້າຍຈາກ ລູກລະເບີດ ບໍ່ທັນແຕກ ມີອຸບັດຕິເຫດ ເກີດຂື້ນ ເຂົາເຈົ້າກໍ ລາຍງານ ພວກເຣົາ ກໍເວົ້າກັນ ບາງຄັ້ງບາງຄາວ
ພວກເຮົາ ກໍຊ່ວຍເຫລືອ".

ໂຕເລກ ທາງການແຂວງ ທີ່ແຈ້ງເມື່ອ ບໍ່ດົນມານີ້ ວ່າຈໍານວນ ຜູ້ຖືກ ອຸບັດຕິເຫດ ລະເບີດແຕກໃສ່ ມີທັງໝົດ 138 ຄົນເສັຽຊີວິດ 45 ຄົນ ແລະ ໄດ້ຮັບບາດເຈັບ 93 ຄົນ ມີທັງຜູ້ໃຫ່ຽ ແລະ ເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.