ຣະເບີດບໍ່ທັນແຕກ ໃນລາວ
2010.07.16
ລູກຣະເບີດ ບໍ່ທັນແຕກຫລື UXO ໂດຽສະເພາະ ລູກບອມບີ໊ ທີ່ຍັງຝັງຕົວຢູ່ ສປປລາວ ຢ່າງຫລວງຫລາຍ ຈົນເທົ່າປັຈຈຸບັນນີ້ນັ້ນ ມີກາຣແຕກແລະ ສົ່ງຜົລກະທົບ ຕໍ່ຊີວີຕກາຣເປັນຢູ່ ຂອງປະຊາຊົນ ຕລອດມາ ເຖິງແມ່ນວ່າ ມີກາຣຈັດຕັ້ງອົງກາຣ ເພື່ອກຳກັບ ນຳກາຣເກັບກູ້ ແລະໂຄສະນາ ໃຫ້ປະຊາຊົນ ໄດ້ຮູ້ຈັກ ເຖິງຜົລຮ້າຍຕ່າງໆກໍຕາມ ແຕ່ກໍຍັງມີບັນຫາ ຢູ່ຄືເກົ່າ ດັ່ງທ່ານພູຂຽວ ຈັນທະສົມບຸນ ຜູ້ອຳນວຍກາຣ ອົງກາຣຄຸ້ມຄອງ ແຫ່ງຊາຕ ໄດ້ກ່າວວ່າ:
“ຣະເບີດຈຳນວນນີ້ ມັນກະຈາຍຢູ່ ທົ່ວທຸກແຂວງ ໃນປະເທສລາວ 17 ແຂວງ ມັນເກິດຣະເບີດຂຶ້ນ ທຸກປີໃດມັນມີ ກາຣຣະເບີດຂຶ້ນ ປະມານ 300 (ແລະມີຄາຊົນທີ໊) Casulties ຣະເບີດມັນເກິດຂຶ້ນ ປະເມີນມາມີຄົນຕາຍ ໂລດ ຣະເບີດບອມບີ໊ ໂດຽສະເພາະ”.
ພ້ອມດຽວກັນນີ້ ທ່ານກໍວ່າ ຣະເບີດທີ່ ບໍ່ທັນແຕກນັ້ນ ຍັງມີເຫລືອຄ້າງຢູ່ ຫລາຍເຮັກຕ໊າຣ໌ຕາມພື້ນທີ່ ຕ່າງໆທົ່ວປະເທສ ແລະໃນຣະຍະຜ່ານມາ ກໍສາມາດເກັບກູ້ໄດ້ ໃນບາງເຂຕເທົ່ານັ້ນ ເພາະຂາດເຂີນດ້ານ ງົບປະມານ ຈຶ່ງຍັງຕົກຄ້າງ ເປັນບັນຫາຈົນເທົ່າ ປັຈຈຸບັນນີ້ ຈຶ່ງມັກຈະມີ ບັນຫາທີ່ມີ ຣະເບີດແຕກໃສ່ ປະຊາຊົນຢູ່ເລື້ອຽໆ ທັ້ງໆທີ່ທາງກາຣ ກ່ຽວຂ້ອງໄດ້ໂຄສະນາ ໃຫ້ປະຊາຊົນ ໄດ້ຮູ້ຈັກເຖິງຜົລຮ້າຍ ຂອງຣະເບີດແລ້ວນັ້ນ ກໍຕາມ:
“ສິໃຫ້ປະຊາຊົນ ລົບລ້າງອອກຈາກ ຄວາມທຸກຂ໌ຍາກໄດ້ນີ້ ຖ້າບໍ່ແກ້ໄຂບັນຫາ ຣະເບີດບໍ່ທັນແຕກນີ້ ມັນກໍເປັນໄປໄດ້ຍາກ ດຳເນີນໄປຍາກ ສະນັ້ນຣັຖບາລ ຈຶ່ງໄດ້ຕັ້ງອົງກອນ UXO ລາວຂຶ້ນ ເພື່ອເຮັດກາຣເກັບກູ້ ແລະ ກໍໂຄສະນາຊຸມຊົນ ເພື່ອໃຫ້ເຂົາເຈົ້າ ຮູ້ເຖິງຜົລຮ້າຍ ຂອງຣະເບີດບໍ່ທັນແຕກ”.
ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວຢ້ຳເພີ່ມວ່າ ນອກຈາກໜ່ວຍງານ ເກັບກູ້ຣະເບີດ ທີ່ເປັນຂອງ ຣັຖບາລລາວແລ້ວນັ້ນ ຍັງມີໜ່ວຍງານ ຈາກພາຄສ່ວນເອກກະຊົນ ທີ່ໃຫ້ຄວາມຊ່ວຍເຫລືອ ໃນໂຄງກາຣເກັບກູ້ ຣະເບີດ ທີ່ບໍ່ທັນແຕກ ດັ່ງກ່າວນີ້ເຊັ່ນກັນ ເພາະເປັນບັນຫາ ສຳຄັນທີ່ໄດ້ສ້າງ ຜົລກະທົບຕໍ່ຊີວີຕ ກາຣເປັນຢູ່ຂອງ ປະຊາຊົນ ແລະໂຄງກາຣພັທນາ ຕ່າງໆຂອງທາງຣັຖບາລ ນັ້ນນຳດ້ວຍ.